Image from ILSTA’s original activity publication: ກອງປະຊຸມສ້າງຄວາມເຂັ້ມແຂງກ່ຽວກັບການຕ້ານອາຊະຍາກຳຂ້າມຊາດທີ່ມີການຈັດຕັ້ງ ຢູ່ໃນ ສປປ ລາວ
Image from the original publication

This record is available in the original Lao. An English version is not available in the source archive.

ພະນັກງານ ແລະ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ໃນຂອບເຂດທົ່ວປະເທດ ເຂົ້າຮ່ວມກອງປະຊຸມກ່ຽວກັບການຕ້ານອາຊະຍາກຳຂ້າມຊາດທີ່ມີການຈັດຕັ້ງ ບັນດາພະນັກງານ ແລະ ເຈົ້າໜ້າທີ່ຫຼາຍກວ່າ 420 ທ່ານ ເຂົ້າຮ່ວມກອງປະຊຸມ “ສ້າງຄວາມເຂັ້ມແຂງກ່ຽວກັບການຕ້ານອາຊະຍາກຳຂ້າມຊາດທີ່ມີການຈັດຕັ້ງ ຢຸ່ໃນ ສປປ ລາວ”. ກອງປະຊຸມໄດ້ຈັດຂຶ້ນຢູ່ທີ່ ນະຄອນຫຼວງວຽງຈັນ ລະຫວ່າງ ວັນທີ 27 ກຸມພາ ເຖິງ ວັນທີ 1 ມີນາ. ບັນຫາທີ່ເນັ້ນໜັກຂອງກອງປະຊຸມໃນຄັ້ງນີ້ແມ່ນກ່ຽວກັບ ການຄ້າຂາຍຢາເສບຕິດ ແລະ ການຟອກເງິນ. ຜູ້ເຂົ້າຮ່ວມແມ່ນຕົວແທນຈາກທັງໝົດ 17 ແຂວງ ຂອງ ສປປ ລາວ. ຜູ້ເຂົ້າຮ່ວມແມ່ນລວມມີ ໄອຍະການແຂວງ, ຕຳຫຼວດ, ຜູ້ພິພາກສາ, ແລະ ຮອງເຈົ້າແຂວງ ຈາກທັງ 17 ແຂວງ. ກອງປະຊຸມດັ່ງກ່າວຈັດຂຶ້ນໂດຍ ອົງການໄອຍະການປະຊາຊົນສູງສຸດ ໂດຍການຮ່ວມມືກັບ ສະຖາບັນ ILSTA ເຊິ່ງໃຫ້ກຽດຮ່ວມເປັນປະທານຈັດກອງປະຊຸມໂດຍ ທ່ານ ບຸນຍັງ ຈັນດາລາສານ, ຮອງປະທານ ອົງການໄອຍະການປະຊາຊົນສູງສຸດ […]

Archived ILSTA publication.

Historical archive: the text reflects the original publication and may describe laws, roles or opportunities as they stood at that time.