National Confiscation and Asset Recovery Strategy
ILSTA Facebook publication · ILSTA

ສຳ​ນັກ​ງານ​ຂໍ້​ມູນ​ຕ້ານ​ການ​ຟອກ​ເງິນ (ສ​ຕ​ຟງ), ອົງ​ການສະ​ຫະ​ປະ​ຊາ​ຊາດ ເພື່ອ​ຕ້ານ​ຢາ​ເສບ​ຕິດ ແລະ ອາ​ຊະ​ຍາ​ກຳ (ຢສອ.ສປຊ ຫຼື UNODC) ແລະ ສະ​ຖາ​ບັນ​ຊ່ວຍ​ເຫຼືອ ທາງ​ດ້ານ​ກົດ​ໝາຍ ແລະ ວິ​ຊາ​ການ (ILSTA) ໄດ້ຈັດກອງປະຊຸມປະຕິບັດງານ ແລະ ປຶກສາຫາລື ໄລຍະ 02 ວັນ ຢູ່ ນະຄອນຫຼວງວຽງຈັນ ເພື່ອຊຸກຍູ້ການສ້າງ (ຮ່າງ) ຍຸດທະສາດແຫ່ງຊາດ ວ່າດ້ວຍການຮິບ ແລະ ການທວງ​ຄືນຊັບສິນ ຂອງ ສປປ ລາວ. ສປປ ລາວ ເປັນປະເທດທີ່ກຳລັງ ​ຢູ່ພາຍ​ໃຕ້​ການ​ຕິດ​ຕາມກວດ​ກາ​ຢ່າງ​ໃກ້​ຊິດ ຈາກອົງການຕ້ານການຟອກເງິນສາກົນ (FATF) ຫຼື ທີ່ຮ້ອງກັນທົ່ວໄປວ່າ ນອນ​ຢູ່​ໃນ "ບັນຊີສີເທົາ" (Grey List). ອົງການ FATF ໄດ້ກຳນົດມາດຕະຖານສາກົນ ສຳລັບການຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ. ສປປ ລາວ ຕ້ອງໄດ້ແກ້ໄຂຈຸດອ່ອນໃນລະບົບຂອງຕົນ ໂດຍຜ່ານ "ແຜນປະຕິບັດງານຂອງຄະ​ນະ​ເຮັດ​ວຽກຮ່ວມ" (Joint Group Action Plan) ໂດຍມີກອບກຳນົດເວລາສຸດ​ທ້າຍ​ແມ່ນ ໃນເດືອນມັງກອນ 2027. ການສ້າງຍຸດທະສາດແຫ່ງຊາດ ວ່າດ້ວຍການຮິບຊັບສິນ ແມ່ນໜຶ່ງໃນບັນດາແຜນງານທີ່ຕ້ອງໄດ້ດຳເນີນການ. ຍຸດທະສາດແຫ່ງຊາດດັ່ງກ່າວ ຕ້ອງໄດ້ກຳນົດທິດທາງບູລິມະສິດ ໂດຍອີງໃສ່ຄວາມສ່ຽງທີ່ ສປປ ລາວ ພົບພໍ້, ກຳນົດພາລະບົດບາດ ແລະ ຄວາມຮັບຜິດ​ຊອບຂອງແຕ່ລະອົງການຈັດຕັ້ງ, ພ້ອມທັງສ້າງກົນໄກການປະສານງານ ແລະ ການຮ່ວມມື ລະຫວ່າງ ເຈົ້າໜ້າທີີ່ທີ່ມີສິດອຳນາດ. ຍຸດທະສາດນີ້ ກວມເອົາຂະບວນການທັງໝົດ ເປັນຕົ້ນແມ່ນ: ການຄົ້ນຫາ/ສືບຫາຊັບສິນທີ່ໄດ້ມາຈາກອາຊະຍາກຳ, ການຍຶດ/ອາຍັດຊັບສິນ, ການຄຸ້ມຄອງຊັບສິນ ແລະ ການຈັດຕັ້ງປະຕິບັດຄຳຕັດສິນຮິບຊັບສິນ. ວຽກງານການຮິບຊັບສິນ ມີຄວາມສຳຄັນຢ່າງຍິ່ງ ເນື່ອງຈາກອາຊະຍາກຳທີ່ມີການຈັດຕັ້ງສ່ວນໃຫຍ່ ແມ່ນມີມູນເຫດຈູງໃຈມາຈາກ "ຜົນປະໂຫຍດ/ກຳໄລ". ເງິນທີ່ໄດ້ມາຈາກການລັກລອບຄ້າຢາເສບຕິດ, ການຄ້າມະນຸດ, ການສໍ້ໂກງ ແລະ ການສໍ້ລາດບັງຫຼວງ ໄດ້ຊ່ວຍໃຫ້ເຄືອຂ່າຍອາຊະຍາກຳ ຂະຫຍາຍໂຕ, ຮັບ​ສະ​ມາ​ຊິກ​ໃໝ່ ແລະ ຊື້ຈ້າງ/ໃຫ້​ສິນ​ບົນເຈົ້າໜ້າທີ່. ການລົງໂທດຈຳຄຸກຜູ້ກະທຳຜິດ ໂດຍປ່ອຍໃຫ້ຊັບສິນຂອງພວກເຂົາຍັງຄົງຢູ່ ອາດເຮັດໃຫ້ເຄືອຂ່າຍອາຊະຍາກຳນຳໃຊ້ຊັບສິນເຫຼົ່ານັ້ນໄດ້ຕໍ່. ການຢຶດ/ຮິບຜົນປະໂຫຍດທີ່ໄດ້ມາຈາກອາຊະຍາກຳ ຈະຊ່ວຍຫຼຸດຜ່ອນຂີດຄວາມສາມາດຂອງພວກເຂົາ ໃນການສະໜອງທຶນໃຫ້ແກ່ການກະທຳຜິດອື່ນໆ. ນອກຈາກນີ້, ຊັບສິນທີ່ທວງຄືນມາໄດ້ ຍັງສາມາດນຳໃຊ້ເຂົ້າໃນການຊົດເຊີຍໃຫ້ແກ່ເຫຍື່ອ ແລະ ສົ່ງຄືນເຂົ້າງົບປະມານຂອງລັດທີ່ຖືກລັກລອບ ຕາມທີ່ກົດໝາຍກຳນົດໄວ້. ມາດຕະການທີ່ແຕກຕ່າງກັນ ມີຈຸດປະສົງທີ່ແຕກຕ່າງກັນ, ເປັນຕົ້ນ: "ການອາຍັດ" ແມ່ນການສະກັດກັ້ນຊົ່ວຄາວ ບໍ່ໃຫ້ມີການໂຍກຍ້າຍ ຫຼື ຊື້ຂາຍຊັບສິນ; "ການຢຶດ" ແມ່ນການນຳເອົາຊັບສິນມາຢູ່ນອກການຄວບຄຸມຂອງເຈົ້າໜ້າທີ່; ສ່ວນ "ການຮິບ" ແມ່ນການຕົກເປັນຂອງລັດ/ຕັດສິດເຈົ້າຂອງຊັບສິນຢ່າງຖາວອນ ໂດຍຜ່ານຄຳຕັດສິນທີ່ຖືກຕ້ອງຕາມກົດໝາຍ. ມາດຕະການເຫຼົ່ານີ້ ກວມເອົາທັງຜົນປະໂຫຍດທີ່ໄດ້ມາຈາກອາຊະຍາກຳ ແລະ ຊັບສິນທີ່ນຳໃຊ້ເຂົ້າໃນການກະທຳຜິດ ເຊັ່ນ: ເງິນ, ບ້ານ/ເຮືອນ, ແລະ ພາຫະນະ. ການຄຸ້ມຄອງຊັບສິນຢ່າງຖືກຕ້ອງ ຈະຊ່ວຍປົກປ້ອງຊັບສິນທີ່ຖືກຢຶດ/ອາຍັດ ບໍ່ໃຫ້ຖືກລັກ, ເສຍຫາຍ ຫຼື ເສື່ອມມູນຄ່າ ໃນລະຫວ່າງການດຳເນີນຄະດີ. ສປປ ລາວ ຕ້ອງໄດ້ສະແດງໃຫ້ເຫັນວ່າ ມາດຕະການເຫຼົ່ານີ້ ມີປະສິດທິຜົນໃນການຮັບມືກັບຄວາມສ່ຽງພາຍໃນປະເທດ. ດັ່ງນັ້ນ, ເຈົ້າໜ້າທີ່ ຈຶ່ງຈຳ​ເປັນຕ້ອງໄດ້ຮວບຮວມຂໍ້ມູນທີ່ຖືກຕ້ອງ, ຄົບຖ້ວນ ແລະ ສອດ​ຄ່ອງ ເພື່ອ​ສະ​ແດງ​ໃຫ້​ເຫັນ​ເຖິງ: ຄະດີທີ່ຖືກດຳເນີນ, ປະເພດອາຊະຍາກຳທີ່ກ່ຽວຂ້ອງ, ມູນຄ່າຊັບສິນທີ່ຖືກອາຍັດ, ຢຶດ ແລະ ຮິບ, ຕະຫຼອດຮອດຄຳຕັດສິນຮິບຊັບສິນ ທີ່ໄດ້ຈັດຕັ້ງປະຕິບັດຕົວຈິງ. ຕົວເລກເຫຼົ່ານີ້ ພ້ອມດ້ວຍກໍລະນີສຶກສາຕົວຈິງ ຕ້ອງສາມາດພິສູດໃຫ້ເຫັນຜົນງານ ໃນການຕ້ານອາຊະຍາກຳຕົ້ນຕໍ ແລະ ຄວາມສ່ຽງດ້ານການຟອກເງິນຂອງປະເທດ. ຄຽງຄູ່ກັບການດຳເນີນງານດ້ານຍຸດທະສາດແຫ່ງຊາດ, ຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ຮ່ວມກັນຄົ້ນຄວ້າ (ຮ່າງ) ດຳລັດ ວ່າດ້ວຍການອາຍັດ, ການຢຶດ ແລະ ການຮິບຊັບສິນ ເພື່ອຮັບຮອງ ແລະ ສະໜັບສະໜູນການຈັດຕັ້ງປະຕິບັດຍຸດທະສາດດັ່ງກ່າວ ໃຫ້ມີຜົນສຳເລັດ. ກອງປະຊຸມຄັ້ງນີ້ ມີຕາງໜ້າຈາກ ກະຊວງປ້ອງກັນຄວາມສະຫງົບ, ອົງການກວດກາແຫ່ງລັດ, ກົມພາສີ, ກົມສ່ວຍສາອາກອນ, ກະຊວງຍຸຕິທຳ, ອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ, ກະຊວງການເງິນ, ພ້ອມດ້ວຍ ຄະນະ/ພະນັກງານ ຈາກ ສຕຟງ ແລະ ຊ່ຽວຊານຈາກ UNODC ແລະ ILSTA ເຂົ້າຮ່ວມ. ກິດຈະກຳນີ້ ໄດ້ຮັບການສະໜັບສະໜູນຈາກ ອົງ​ການຊ່ວຍເຫຼືອເພື່ອການພັດທະນາ ຂອງ ລາຊະອານາຈັກ ລຸກຊຳບວກ (Luxembourg Aid & Development).