ILSTA ມີຄວາມຊຳນານ ໃນການສ້າງ ຄວາມອາດສາມາດ ສຳລັບຂະແໜງການປົກຄອງ ໃນບັນດາປະເທດກຳລັງພັດທະນາ.

ສະຖາບັນຊ່ວຍເຫຼືອ ດ້ານກົດໝາຍ ແລະ ວິຊາການ, ຫລື ເອີ້ນຫຍໍ້ວ່າ (ILSTA) ແມ່ນສະຖາບັນ ໜຶ່ງ ທີ່ສ້າງຕັ້ງຂຶ້ນ ໂດຍຊ່ຽວຊານດ້ານກົດໝາຍ ທີ່ມາຈາກບັນດາ ອົງການພັດທະນາລະດັບສາກົນ ແລະ ລະດັບຊາດ, ນັກວິຊາການ ແລະ ພາກເອກະຊົນ.

ສະຖາບັນ ILSTA ແມ່ນນິຕິບຸກຄົນ ສ້າງຕັ້ງຂຶ້ນ ແລະ ຈົດທະບຽນ ໃນປະເທດລຸກຊໍາບວກ ແລະ ໄດ້ເຮັດວຽກ ໃນນາມເປັນຄູ່ຮ່ວມມື ກັບອົງເພື່ອການຮ່ວມມືດ້ານການພັດທະນາຂອງປະເທດລຸກຊຳບວກ.

ນະໂຍບາຍຂອງ ILSTA ແມ່ນເພື່ອຕອບສະໜອງ ໂດຍກົງ ແກ່ຄວາມຕ້ອງການ ທາງດ້ານຝຶກອົບຮົມ ແລະ ການສ້າງຄວາມເຂັ້ມແຂງ ໂດຍການປະສານຮ່ວມມື ກັບບັນດາອົງການຈັດຕັ້ງທີ່ກ່ຽວຂ້ອງ ຂອງລັດຖະບານ.

ເຮັດວຽກຮ່ວມກັນເພື່ອ: