
ອົງການກວດກາລັດຖະບານຈັດການເຝຶກອົບຮົມວ່າດ້ວຍ ການຕ້ານການສໍ້ລາດບັງຫຼວງຂຶ້ນ ທີ່ແຂວງບໍລິຄຳໄຊ ເຊິ່ງມີເຈົ້າໜ້າທີ່ລັດເຂົ້າຮ່ວມປະມານ 220 ຄົນ. ການເຝຶກອົບຮົມຈັດຂຶ້ນລະຫວ່າງ ວັນທີ 23-24 ສິງຫາ ຢູ່ທີ່ເມືອງປາກຊັນ. ເຈົ້າໜ້າທີ່ ທີ່ເຂົ້າຮ່ວມເປັນຕົວແທນມາຈາກຫຼາຍພາກສ່ວນທີ່ກ່ຽວຂ້ອງ ເຊິ່ງກວມເອົາທຸກເມືອງທີ່ຢູ່ໃນແຂວງ ແລະ ເຈົ້າໜ້າທີ່ສືບສວນສອບສວນ, ເຈົ້າໜ້າທີ່ຕິດຕາມ ແລະ ກວດກາ. ທ່ານ ບຸນແສງ ພະທຳມະວົງ, ຮອງເຈົ້າແຂວງບໍລິຄຳໄຊ ກ່າວໃນບົດກ່າວເປີດວ່າ: ເຖິງແມ່ນວ່າໃນຊຸມປີທີ່ຜ່ານມາວຽກງານການຕ້ານການສໍ້ລາດບັງຫຼວງໄດ້ມີການຈັດຕັ້ງປະຕິບັດໄດ້ດີພໍສົມຄວນ, ແຕ່ຍັງມີບາງຈຸດທີ່ຕ້ອງໄດ້ຮັບການແກ້ໄຂ. ທ່ານ ບຸນແສງ, ໄດ້ເນັ້ນໜັກໃຫ້ທຸກພາກສ່ວນຈັດຕັ້ງປະຕິບັດມະຕິຕົກລົງ ກອງປະຊຸມໃຫຍ່ຂອງພັກ ຄັ້ງທີ x ວ່າດ້ວຍວຽກງານການຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງ. ທ່ານ ຮອງເຈົ້າແຂວງ ໃຫ້ການຕ້ອນຮັບທີ່ດີແກ່ທາງ ສະຖາບັນ ໃນການນຳເອົາປະສົບການ ແລະ ຊ່ຽວຊານສະເພາະເພື່ອແລກປ່ຽນ ແລະ ເຜີຍແຜ່ໃນການເຝຶກອົບຮົມໃນຄັ້ງນີ້. ສະຖາບັນ ILSTA ແມ່ນອົງການຈັດຕັ້ງໜຶ່ງຂອງປະເທດລຸກຊຳບວກທີ່ມີຄວາມຊ່ຽວຊານດ້ານການສ້າງຄວາມເຂັ້ມແຂງໃນຂົງເຂດການປົກຄອງລັດທີ່ດີ. ທ່ານ ລີຊາດ ຟີລິບປາກ, ຫົວໜ້າສະຖາບັນ ກ່າວວ່າ: ລະດັບການສໍ້ລາດບັງຫຼວງຍິ່ງສູງເທົ່າໃດ, ມູນຄ່າຂອງທຸລະກິດຍິ່ງສູງ, ແລະ ຍິ່ງເຮັດໃຫ້ມີຄວາມຫຍຸ້ງຍາກໃນການນຳເອົາການລົງທຶນຈາກຕ່າງປະເທດ […]
ບົດຄວາມຈາກຄັງຂໍ້ມູນຂອງ ILSTA.
ບົດຄວາມໃນຄັງປະຫວັດ: ເນື້ອໃນສະທ້ອນຂໍ້ມູນໃນເວລາເຜີຍແຜ່ເດີມ.
