
ຜຸ່ພິພາສາຈຳນວນ 60 ກວ່າທ່ານ ຈາກສະພາປະຊາຊາຊົນສູງສຸດ ໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລື ໃນຫົວຂໍ້ “ ຊັບສິນ ເເລະ ເຕັກໂນໂລຊີທີ່ທັນສະໄໝ” ໃນລະຫວ່າງວັນທີ 10 ຫາ 12 ເດືອນ ຕຸລາ ທີ່ນະຄອນຫຼວງວຽງຈັນ. ບັນດາຜູ່ພິພາກສາທີ່ເຂົ້າຮ່ວມເເມ່ນມາຈາກ 8 ເເຂວງ, ໂດຍມີບັນດາຜູ່ພິພາກສາຈາກເເຂວງທາງພາກເໜືອເຂົ້າຮ່ວມຄື: ເເຂວງ ອຸດົມໄຊ, ບໍ່ເເກ້ວ, ຫຼວງນ້ຳທ່າ ເເລະ ເເຂວງຫຼວງພະບາງ; ຈາກພາກກາງມີ ເເຂວງ ວຽງຈັນ ເເລະ ເເຂວງ ບໍລິຄຳໄຊ; ເເລະ ເເຂວງຈຳປາສັກຈາກພາກໃຕ້. ຈາກຜົນຂອງການພັດທະນາທາງດ້ານເຕັກໂນໂລຊີໃໝ່ໆ, ໄດ້ສົ່ງຜົນເຮັດໄຟອາດຊະຍາກຳທາງດ້ານອິນເຕີເນັດໄດ້ເລີ່ມຂະຫຍາຍຕົວໄປໃນທິດທາງໃໝ່, ໂດຍໄດ້ມີການນຳໃຊ້ຊື່ໃນການກະທຳຜິດໃໝ່, ວິທິທາງໃໝ່ ເເລະ ຍຸດທະສາດໃໝ່, ເເລະ ມີຜູ້ຖືກເສຍຫາຍຫຼາຍຂຶ້ນກວ່າເກົ່າ. ການທີ່ກົດໝາຍຖືກຈຳກັດ ເເລະ ບໍ່ຖືກບັງຄັບໃຊ້ຢ່າງເຕັມທີ່ນັ້ນ, ໃນດ້ານຄວາມອາດສາມາດ, ອາດສົ່ງຜົນໃຫ້ເກີດມີຂັດຂວາງວິທີທາງເເກ້ໄຂທີ່ເປັນໄປໄດ້ ເເລະ ມີປະສິດຕິພາບຕໍ່ກັບບັນຫາອາຊະຍາກຳທາງອິນເຕີເນັດນີ້ໄດ້. ສະຖາບັນຊ່ວຍເຫຼືອດ້ານກົດໝາຍ ເເລະ ວິຊາການ ໄດ້ຈັດກອງປະຊຸມສຳມະນາໃນຫົວຂໍ້: ການຟອກເງິນ, […]
ບົດຄວາມຈາກຄັງຂໍ້ມູນຂອງ ILSTA.
ບົດຄວາມໃນຄັງປະຫວັດ: ເນື້ອໃນສະທ້ອນຂໍ້ມູນໃນເວລາເຜີຍແຜ່ເດີມ.
