Image from ILSTA’s publication: Courtesy visit of the Delegation Group of Justice Department of Yunnan Province to Laos and Myanmar
ຮູບພາບຈາກບົດຄວາມຕົ້ນສະບັບ

ຄະນະຜູ້ເເທນຈາກກົມຍຸດຕິທຳຂອງເເຂວງ ຢູນນານໄດ້ເດີນທາງຢ້ຽມຢາມສະຖາບັນໃຫ້ຄວາມຊ່ວຍເຫຼືອກົດໝາຍ ເເລະ ວິຊາການ ໃນວັນທີ 11 ເດືອນຕຸລາ.​ ຄະນະຜູ້ເເທນດັ່ງກ່າວເເມ່ນປະກອບດ້ວຍ ພະນັກງານຈາກກົມຍຸດຕິທໍາທັງຍັງເປັນສະມາຊິກຂອງສະພາທະນາຍຄວາມຂອງເເຂວງຢູນນານເຊິ່ງເປັນອົງການທີ່ຮວມເອົາທະນາຍຄວາມຈຳນວນ 11,000 ກວ່າຄົນ. ການພົບປະໂອ້ລົມໃນເທື່ອນີ້ເເມ່ນໄດ້ເວົ້າເຖິງຄວາມເປັນໄປໄດ້ໃນການຮ່ວມມືຊ່ວຍເຫຼືອ ເເລະ ເເລກປ່ຽນຄວາມຊຳນານທາງດ້ານກົດໝາຍໃນ ສປປ ລາວ ໃນອານາຄົດ. ເເຂວງຢູນນານເປັນເເຂວງໜຶ່ງທີ່ມີຊາຍເເດນຕິດກັບພາກ ເໜືອຂອງລາວ ເເລະ ທາງດ້ານການຄ້າຂາຍ ເເລະ ເເລກປ່ຽນກັບທາງລາວເເມ່ນມີການຂະຫຍາຍຕົວ.

ບົດຄວາມຈາກຄັງຂໍ້ມູນຂອງ ILSTA.

ເຜີຍແຜ່ໃນ Facebook ຂອງ ILSTA ເຊັ່ນກັນ: 17 ຕຸລາ 2018.

ບົດຄວາມໃນຄັງປະຫວັດ: ເນື້ອໃນສະທ້ອນຂໍ້ມູນໃນເວລາເຜີຍແຜ່ເດີມ.