Image from ILSTA’s publication: Handover Ceremony of the Penal Code of the Lao PDR on 10th September, Vientiane Capital
ຮູບພາບຈາກບົດຄວາມຕົ້ນສະບັບ

ທ່ານລັດຖະມົນຕີ Lenert ໄດ້ເຂົ້າຮວ່ມງານພິທິມອບ-ຮັບປື້ມປະມວນກົດໝາຍອາຍາຂອງ ສປປ ລາວ ໂດຍຮວ່ມມີ ພະນະທ່ານ ໄຊສີ ສັນຕິວົງ, ລັດຖະມົນຕີກະຊວງຍຸຕິທຳ ແລະ ທ່ານ ເນເວັນ ມິມິຊາ, ຄະນະກໍາມາທິການເອີຣົບເພື່ອການຮວ່ມມືສາກົນ ແລະ ການພັດທະນາ. ທ່ານລັດຖະມົນຕີຈາກປະເທດລຸກຊໍາບວກໄດ້ກ່າວວ່າ ” ຂ້າພະເຈົ້າຂໍສະແດງຄວາມຍິນດີຕໍ່ລັດຖະບານລາວ, ໂດຍສະເພາະແມ່ນວຽກງານຂອງກະຊວງຍຸຕິທຳ. ປະມວນກົດໝາຍອາຍາສະບັບນີ້ ແມ່ນຂີດໝາຍສຳຄັນສຳລັບ ສປປ ລາວ ໃນການກາຍເປັນລັດແຫ່ງກົດໝາຍ. ປະຈຸບັນນີ້ປະເທດລາວ ໄດ້ມີປະມວນກົດໝາຍອາຍາທີ່ຄົບຖ້ວນ ແລະ ທັນສະໄໝ ” ພ້ອມນັ້ນ, ທ່ານລັດຖະມົນຕີ Lenert ກໍໄດ້ຢັ້ງຢືນຕໍ່ຄຳໝັ້ນສັນຍາໄລຍະຍາວຂອງປະເທດລຸກຊໍາບວກ ໃນການສະໜັບສະໜູນດ້ານການປົກຄອງທີ່ດີ ແລະ ລະບົບສະຖາບັນທີ່ດີໃນລາວ. ທ່ານໄດ້ກ່າວຕື່ມວ່າ ” ການຝຶກອົບຮົມແກ່ຜູ້ປະຕິບັດກົດໝາຍເຊັ່ນ: ຜູ້ພິພາກສາ, ທະນາຍຄວາມ, ໄອຍະການ ແລະ ເຈົ້າໜ້າທີ່ຕຳຫຼວດ ກ່ຽວກັບກົດໝາຍອາຍາສະບັບໃໝ່ ນີ້ແມ່ນສິ່ງທີ່ຂາດບໍ່ໄດ້ ແລະ ຂ້າພະເຈົ້າຍິນດີທີ່ຈະແຈ້ງໃຫ້ທ່ານຊາບວ່າວຽກງານທີ່ສຳຄັນນີ້ກຳລັງດຳເນີນຢູ່ໃນປະເທດລາວ, ໂດຍຜ່ານການຮ່ວມມືດ້ານການພັດທະນາຂອງປະເທດລຸກຊຳບວກ, ເຊິ່ງສະຖາບັນ ILSTA ໄດ້ກຳລັງເອົາໃຈໃສ່ໃນການຝຶກອົບຮົມຜູ້ຊ່ຽວຊານດ້ານກົດໝາຍໃນທົ່ວປະເທດ.” ໃນການມາຢ້ຽມຢາມປະເທດລາວຂອງ ລັດຖະມົນຕີວ່າການກະຊວງການຮ່ວມມືເພື່ອການພັດທະນາ […]

ບົດຄວາມຈາກຄັງຂໍ້ມູນຂອງ ILSTA.

ບົດຄວາມໃນຄັງປະຫວັດ: ເນື້ອໃນສະທ້ອນຂໍ້ມູນໃນເວລາເຜີຍແຜ່ເດີມ.