
ຮ່ວມກັບອົງການໄອຍະການປະຊາຊົນສູງສຸດ, ILSTA ໄດ້ຈັດກອງປະຊຸມສຳມະນາກ່ຽວກັບ “ ປະເພດອາຊະຍາກຳ ແລະ ອາຊະຍາກຳທີ່ມີການການຈັດຕັ້ງ ” ໃນວັນທີ 28 ມັງກອນທີ່ຜ່ານມາ. ບົດບັນຍາຍໄດ້ສຸມໃສ່ດ້ານທິດສະດີ ແລະ ພາກປະຕິບັດຕົວຈິງຂອງການຈັດແບ່ງປະເພດກິດຈະກຳການກະທຳຜິດທາງອາຍາ ແລະ ການແບ່ງປັນການປະຕິບັດທີ່ດີທີ່ສຸດຂອງສາກົນໃນຂົງເຂດດັ່ງກ່າວ. ເຊິ່ງກອງປະຊຸມສຳມະນາທີ່ຖືກຈັດຂຶ້ນນີ້ ແມ່ນໄດ້ເຂົ້າຮ່ວມໂດຍໄອຍະການ ຈຳນວນ 24 ທ່ານຈາກບັນດາແຂວງພາກເໜືອ. ກອງປະຊຸມສຳມະນາໃນຄັ້ງນີ້ ໄດ້ເຮັດໜ້າທີ່ເປັນເວທີສຳລັບການເຜີຍແຜ່ກົດໝາຍອາຍາລາວ ແລະເອກະສານອົບຮົມດ້ານກົດໝາຍອື່ນໆ.
ບົດຄວາມຈາກຄັງຂໍ້ມູນຂອງ ILSTA.
ບົດຄວາມໃນຄັງປະຫວັດ: ເນື້ອໃນສະທ້ອນຂໍ້ມູນໃນເວລາເຜີຍແຜ່ເດີມ.
