
[English text below] ຄຽງຄູ່ກັບການຈັດ ກອງປະຊຸມກ່ຽວກັບການຕ້ານການສໍ້ລາດບັງຫຼວງ, ການຟອກເງິນ ແລະ ການສະຫນອງທຶນໃຫ້ແກ່ການກໍ່ການຮ້າຍ, ສະຖາບັນ ILSTA ໄດ້ຈັດ ກິດຈະກໍາເຜີຍແຜ່ຂໍ້ມູນ ແລະ ປູກຈິດສໍານຶກ ຕ້ານການສໍ້ລາດບັງຫຼວງ ຂຶ້ນໃນວັນພຸດທີ່ຜ່ານມາ ແກ່ພະນັກງານກວດກາ ຈາກມະຫາວິທະຍາໄລແຫ່ງຊາດ.
ພະນັກງານກວດກາຈາກ ຈາກມະຫາວິທະຍາໄລແຫ່ງຊາດ ໄດ້ຮັບການແນະນໍາ ກ່ຽວກັບ ວິທີການເຂົ້າເຖິງຂໍ້ມູນຂ່າວສານ ແລະ ບົດບັນຍາຍດ້ານກົດຫມາຍ ທາງອິນເຕີເນັດ ຂອງສະຖາບັນ ILSTA, ເຊິ່ງພວກເຂົາສາມາດເຂົ້າເບິ່ງ ວິດີໂອ, ບົດບັນຍາຍອອນລາຍ ແລະ ອຸປະກອນດ້ານວິຊາການກ່ຽວກັບກົດຫມາຍ, ໂດຍສະເພາະກ່ຽວກັບປະເພດຂອງການສໍ້ລາດບັງຫຼວງ. ວິດີໂອ ກ່ຽວກັບຮູບແບບຂອງການສໍ້ລາດບັງຫຼວງ ໄດ້ຖືກນໍາສະເຫນີ ແລະ ແນະນໍາໃຫ້ເປັນອີກເຄື່ອງມືຫນຶ່ງ ທີ່ສາມາດນໍາໃຊ້ໃນການ ສ້າງຈິດສໍານຶກຕ້ານການສໍ້ລາດບັງຫຼວງ ໃຫ້ແກ່ປະຊາຊົນທົ່ວໄປ ແລະ ໃນລະດັບສະຖາບັນ. ໃນຕອນທ້າຍຂອງກິດຈະກໍາ, ຜູ້ເຂົ້າຮ່ວມທຸກຄົນ ໄດ້ຮັບໂປສເຕີ ກ່ຽວກັບການຕ້ານການສໍ້ລາດບັງຫຼວງ, ເຊິ່ງໄດ້ກວມເອົານິຍາມຂອງການໃຫ້ ແລະ ຮັບສິນບົນ, ການຊື້ຂາຍອິດທິພົນ, ການສໍ້ໂກງ ແລະ ການສວຍໃຊ້ອໍານາດໃນທາງທີ່ຜິດ.
ບົດຄວາມຈາກຄັງຂໍ້ມູນຂອງ ILSTA.
ເຜີຍແຜ່ໃນ Facebook ຂອງ ILSTA ເຊັ່ນກັນ: 26 ມີນາ 2021.
ບົດຄວາມໃນຄັງປະຫວັດ: ເນື້ອໃນສະທ້ອນຂໍ້ມູນໃນເວລາເຜີຍແຜ່ເດີມ.
