
ການຫຼຸດຜ່ອນການເຄື່ອນຍ້າຍແຮງງານທີ່ຜິດກົດຫມາຍຈະສາມາດຫຼຸດຜ່ອນການຄ້າມະນຸດຂ້າມຊາຍແດນ. ການຄົ້ນຄວ້າສະແດງໃຫ້ເຫັນວ່າຄົນອົບພະຍົບທີ່ຜິດກົດຫມາຍແມ່ນມີຄວາມສ່ຽງທີ່ສຸດ ແລະ ເປີດເຜີຍຕົວເອງກັບການຊອກຫາ, ກັບອີກຈຳນວນຫລວງຫລາຍທີ່ຈະກາຍເປັນຜູ້ເຄາະຮ້າຍຂອງການຄ້າມະນຸດ. ການເຄື່ອນຍ້າຍແຮງງານ ແລະ ການຄ້າມະນຸດ ມີແນວທາງທີ່ແຕກຕ່າງກັນ ແຕ່ກໍ່ສາມາດໄດ້ຮັບການເຊື່ອມໂຍງກັນ ແລະ ອາດເຮັດມີຄວາມເຂົ້າໃຈທີ່ຜິດໄດ້. ປະເທດລາວແມ່ນຕົກເປັນຕົ້ນຕໍແຫລ່ງທີ່ສຳຄັນ ແລະ ປະເທດການຂົນສົ່ງສໍາລັບການຄ້າມະນຸດ ແລະ ກໍ່ໄດ້ຖືກຄາດຄະເນວ່າໃນລະຫວ່າງ 600,000 – 1 ລ້ານ ແຮງງານເຄື່ອນຍ້າຍອອກຕ່າງປະເທດ, ເຊີ່ງມີນາຍທືນທີ່ໃຫຍ່ທີ່ສຸດຂອງເຂົາເຈົ້າຢູ່ໃນປະເທດໄທ. ແຂວງບໍລິຄໍາໄຊ ຂອງປະເທດລາວ, ຫນຶ່ງໃນໂຄງການລຸກຊຳເບີກຂອງການຮ່ວມມືບູລິມະສິດ, ທີ່ມີຊາຍແດນຕິດທັງ ປະເທດຫວຽດນາມ ແລະ ປະເທດໄທ ແລະ ໃນຖານະທີ່ໄດ້ເຊັ່ນສັນຍາ ທີ່ໂດຍສະເພາະແມ່ນສໍາຜັດກັບ HT ແລະ SOM. ເຊີ່ງໄດ້ຈັດກອງປະຊຸມຂື້ນທີ່ປາກຊັນ, ແຂວງ ບໍລິຄຳໄຊ ເປັນເວລາ 2 ມື້ ໃນວັນທີ່ 28 – 29 ຂອງ ເດືອນ ມີຖຸນາ ກອງປະຊຸມນີ້ໄດ້ຈັດຂື້ນສຳລັບ ໄອຍະການ ແລະ ຜູ້ພິພາກສາ ໃນຫົວຂໍ້ ການລັກລອບແຮງງານເຄື່ອນຍ້າຍ ແລະ ທີ່ສາມາດເຊື່ອມໂຍງໄປເຖີງການຄ້າມະນຸດ. ໄດ້ຮັບການເອົາໃຈໃສ່ເປັນພິເສດໂດຍສະເພາະ ກໍລະນີສືກສາ, […]
ບົດຄວາມຈາກຄັງຂໍ້ມູນຂອງ ILSTA.
ບົດຄວາມໃນຄັງປະຫວັດ: ເນື້ອໃນສະທ້ອນຂໍ້ມູນໃນເວລາເຜີຍແຜ່ເດີມ.
