ໃນວັນທີ 18 ກໍລະກົດຂອງທຸກໆປີ, ເຊິ່ງເປັນ ວັນເນລສັນ ແມນເດລາ ສາກົນ ໄດ້ລະນຶກເຖິງຊີວິດຂອງບຸກຄົນທີ່ອຸທິດຕົນເພື່ອສະແຫວງຫາຄວາມສະເຫມີພາບ ແລະ ກຽດສັກສີຂອງມະນຸດ. ການຕໍ່ສູ້ຢ່າງບໍ່ຮູ້ເມື່ອຍຂອງ ທ່ານ ແມນເດລາ ໃນການຕໍ່ຕ້ານລະບົບການແບ່ງແຍກເຊື້ອຊາດຂອງອາຟຣິກາໃຕ້ ໄດ້ນໍາໄປສູ່ການຖືກຄຸມຂັງເປັນເວລາ 27 ປີ, ແຕ່ພາຍຫຼັງ ທ່ານເອງກໍໄດ້ກ້າວຂຶ້ນເປັນ ປະທານາທິບໍດີຂອງປະເທດດັ່ງກ່າວ, ໂດຍເປັນສັນຍາລັກຂອງວັດທະນະທໍາສາກົນແຫ່ງສັນຕິພາບ, ປະຊາທິປະໄຕ, ແລະ ຄວາມເຂັ້ມແຂງ.
ມູນຖານສໍາຄັນທາງມໍລະດົກຂອງ ທ່ານ ແມນເດລາ ແມ່ນກົດລະບຽບມາດຕະຖານຂັ້ນຕໍ່າຂອງອົງການສະຫະປະຊາຊາດສໍາລັບການປະຕິບັດຕໍ່ນັກໂທດ (2015), ເຊິ່ງເປັນທີ່ຮູ້ຈັກໃນນາມ "ກົດລະບຽບເນລສັນ ແມນເດລາ". ກົດລະບຽບເຫຼົ່ານີ້ໄດ້ວາງມາດຕະຖານສາກົນສໍາລັບການປະຕິບັດຢ່າງມີມະນຸດສະທໍາໃນຄ້າຍຄຸມຂັງ, ເຊິ່ງເລີ່ມຕົ້ນດ້ວຍ ກົດລະບຽບ ຂໍ້ທີ 1 ທີ່ລະບຸວ່າ: "ບໍ່ມີນັກໂທດຄົນໃດຈະຖືກກະທໍາ, ແລະນັກໂທດທຸກຄົນຈະຕ້ອງໄດ້ຮັບການປົກປ້ອງຈາກການທໍລະມານ ແລະ ການປະຕິບັດອື່ນໆທີ່ໂຫດຮ້າຍ, ບໍ່ມີມະນຸດສະທໍາ ຫຼື ເຮັດໃຫ້ເສື່ອມເສຍກຽດສັກສີ ຫຼື ການລົງໂທດ, ເຊິ່ງບໍ່ມີສະຖານະການໃດໆທີ່ສາມາດໃຊ້ເປັນຂໍ້ແກ້ຕົວໄດ້". ຫຼັກການນີ້ເນັ້ນໃສ່ຄວາມສໍາຄັນຂອງການປະຕິບັດຕໍ່ນັກໂທດບໍ່ພຽງແຕ່ເປັນຜູ້ຜິດກົດຫມາຍ, ແຕ່ເປັນມະນຸດທີ່ສົມຄວນໄດ້ຮັບຄວາມເຄົາລົບ ແລະການປົກປ້ອງຈາກການທໍາຮ້າຍ.
ກົດລະບຽບແມນເດລາ ສະຫນັບສະຫນູນ ການສ້າງສະພາບແວດລ້ອມທີ່ສົ່ງເສີມການຟື້ນຟູ ແລະ ຈັດກຽມນັກໂທດສໍາລັບການກັບເຂົ້າສັງຄົມຢ່າງສໍາເລັດ. ເຊິ່ງເນັ້ນໃສ່ການເຂົ້າເຖິງການສຶກສາ, ການຝຶກວິຊາອາຊີບ, ແລະ ການສະຫນັບສະຫນູນສຸຂະພາບຈິດ, ໂດຍຮັບຮູ້ວ່າສະພາບຄ້າຍຄຸມຂັງ ມີອິດທິພົນຕໍ່ພຶດຕິກໍາ ແລະ ອະນາຄົດຂອງຕົວບຸກຄົນ. ກົດລະບຽບເຫຼົ່ານີ້ຍັງລວມໄປເຖິງຄວາມຕ້ອງການຂັ້ນພື້ນຖານເຊັ່ນ: ການແພດ, ໂພຊະນາການ, ແລະ ສຸຂາພິບານ, ພ້ອມທັງໃຫ້ຄວາມສໍາຄັນກັບສິດຂອງກຸ່ມທີ່ມີຄວາມສຸ່ມສາ່ຽງ ໂດຍການຫ້າມການປະຕິບັດເຊັ່ນ: ການກັກຂັງເປັນເວລາດົນນານ ແລະການປະຕິບັດອື່ນໆທີ່ເຮັດໃຫ້ເສື່ອມເສຍກຽດສັກສີ, ກົດລະບຽບເຫຼົ່ານີ້ສອດຄ່ອງກັບຄວາມເຊື່ອຂອງ ທ່ານ ແມນເດລາ ໃນການສຶກສາທີ່ເປັນກໍາລັງຂັບເຄື່ອນຂອງການປ່ຽນແປງທາງສັງຄົມ.
ຜ່ານມາດຕະຖານເຫຼົ່ານີ້, ກົດລະບຽບເນລສັນ ແມນເດລາ ໄດ້ວາງຂອບວຽກສາກົນເພື່ອປັບປຸງສະພາບຄ້າຍຄຸມຂັງ, ໂດຍຮັບປະກັນວ່າຄວາມຍຸດຕິທໍາ ແລະ ສິດທິມະນຸດຈະຖືກຮັກສາໄວ້ສໍາລັບທຸກຄົນ, ບໍ່ຄໍານຶງເຖິງອະດີດຂອງພວກເຂົາ. ມັນສະທ້ອນເຖິງວິໄສທັດຂອງ ທ່ານ ແມນເດລາ ໃນໂລກທີ່ກຽດສັກສີ ແລະ ຄວາມສະເຫມີພາບແມ່ນຢູ່ເຫນືອທຸກຢ່າງ, ທັງພາຍໃນ ແລະ ພາຍນອກກໍາແພງຄ້າຍຄຸມຂັງ.
ຈາກຄັງຂໍ້ມູນ Facebook ຂອງ ILSTA: ຄຳບັນຍາຍຮູບພາບ ຫຼື ອັລບັມ.
ເຂົ້າເບິ່ງ ILSTA ໃນ Facebookບົດຄວາມໃນຄັງປະຫວັດ: ເນື້ອໃນສະທ້ອນຂໍ້ມູນໃນເວລາເຜີຍແຜ່ເດີມ.
