ສະຖາບັນ ILSTA ໄດ້ຕີພິມຄູ່ມື ໃຫ້ແກ່ "ສະຖາບັນທີ່ບໍ່ນອນໃນຂະແຫນງການເງິນ" ຢູ່ ສປປ ລາວ, ເຊິ່ງໄດ້ມີລາຍລະອຽດກ່ຽວກັບການນໍາໃຊ້ມາດຕະຖານວຽກງານການຕ້ານການຟອກເງິນ ແລະ ການສະຫນອງທຶນໃຫ້ແກ່ການກໍ່ການຮ້າຍ (AML/CFT) ຂອງ ອົງການການເງິນສາກົນ (FATF). ອົງການ FATF ແມ່ນອົງການສາກົນເຊິ່ງເປັນຜູ້ກໍານົດມາດຕະຖານດັ່ງກ່າວອອກມາ. ຄູ່ມືນີ້ໄດ້ວາງພັນທະຂອງສະຖາບັນທີ່ບໍ່ນອນໃນຂະແຫນງການເງິນໃນ ພາຍໃຕ້ກົດຫມາຍວ່າດ້ວຍການຕ້ານການຟອກເງິນ ແລະ ການສະຫນອງທຶນໃຫ້ແກ່ການກໍ່ການຮ້າຍ ເຊິ່ງ ກໍານົດໃຫ້ສະຖາບັນເຫຼົ່ານີ້ ຕ້ອງຈັດຕັ້ງປະຕິບັດການ ຂະບວນການເກັບກໍາຂໍ້ມູນລະອຽດ (CDD) ແລະ ເອົາໃຈໃສ່ລູກຄ້າ (KYC), ແລະ ການລາຍງານທຸລະກໍາທີ່ຫນ້າສົງໃສໃຫ້ແກ່ ສໍານັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ). ຂະແຫນງການທີ່ນອນຢູ່ໃນສະຖາບັນທີ່ບໍ່ແມ່ນຂະແຫນງການເງິນລວມມີ ກາຊິໂນ, ຕົວແທນອະສັງຫາລິມະຊັບ, ຜູ້ຄ້າຂາຍໂລຫະ ແລະ ຫີນທີ່ມີຄ່າ, ຜູ້ປະກອບອາຊີບທາງກົດຫມາຍ, ແລະ ນັກບັນຊີ. ຄູ່ມືດັ່ງກ່າວຍັງເນັ້ນຫນັກກ່ຽວກັບຄວາມຈໍາເປັນໃຫ້ແກ່ ສະຖາບັນທີ່ບໍ່ນອນໃນຂະແຫນງກົດຫມາຍ ຕ້ອງເປັນໄປຕາມລະບຽບ, ໄດ້ຮັບການຕິດຕາມ, ແລະ ປະຕິບັດຕາມມາດຕະການປ້ອງກັນຂອງອົງການ FATF ເຊັ່ນ ການຫຼຸດຜ່ອນຄວາມສ່ຽງ, ການເກັບກໍາຂໍ້ມູນລະອຽດກ່ຽວກັບລູກຄ້າ, ການບັນທຶກ, ແລະ ການລາຍງານທຸລະກໍາທີ່ຫນ້າສົງໃສ ເພື່ອໃຫ້ ສປປ ລາວ ສາມາດປະຕິບັດຕາມເງື່ອນໄຂຂອງອົງການ FATF ໄດ້.

ການປະຕິບັດຕາມມາດຕະຖານຂອງອົງການ FATF ນັ້ນແມ່ນເປັນຂໍ້ບັງຄັບໃຫ້ແກ່ທຸກປະເທດໃນໂລກ.

ພາຍໃຕ້ໂຄງການຊ່ວຍເຫຼືອທາງວິຊາການ, ຈະໄດ້ມີການສະຫນັບສະຫນູນສະເພາະດ້ານ ໃຫ້ແກ່ສະຖາບັນດັ່ງ່ກາວ ແລະ ບັນດາອົງການຈັດຕັ້ງຕາມກົດລະບຽບ.

ຈາກຄັງຂໍ້ມູນ Facebook ຂອງ ILSTA: ຄຳບັນຍາຍຮູບພາບ ຫຼື ອັລບັມ.

ເຂົ້າເບິ່ງ ILSTA ໃນ Facebook

ບົດຄວາມໃນຄັງປະຫວັດ: ເນື້ອໃນສະທ້ອນຂໍ້ມູນໃນເວລາເຜີຍແຜ່ເດີມ.