ຫນັງສືພິມ Vientiane Times ໄດ້ນໍາສະເຫນີຂ່າວກ່ຽວກັບການຢ້ຽມຢາມທີ່ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ ຂອງທ່ານນາງ Paulette Lenert, ລັດຖະມົນຕີວ່າການກະຊວງການຮ່ວມມືເພື່ອການພັດທະນາ ແລະ ວຽກງານມະນຸດສະທໍາ ຈາກປະເທດລຸກຊໍາບວກ ໃນອາທິດທີ່ຜ່ານມາ.
ປະເທດລຸກຊໍາບວກກໍເປັນປະເທດຫນຶ່ງ ທີ່ໄດ້ໃຫ້ການເອົາໃຈໃສ່ຊວ່ຍເຫຼືອໃນການພັດທະນາການສຶກສາດ້ານກົດຫມາຍ ແລະ ສົ່ງເສີມການກາຍເປັນລັດແຫ່ງກົດຫມາຍໃນປະເທດລາວເປັນເວລາຍາວນານ. ສະຖາບັນ ILSTA ກໍເປັນຫນຶ່ງໃນຄູ່ຮວ່ມມືໃນການສະຫນັບສະຫນູນຄະນະນິຕິສາດ ແລະ ລັດຖະສາດ, ໂດຍສະເພາະແມ່ນກິດຈະກໍາໃນການເສີມຂະຫຍາຍຄວາມຮູ້ດ້ານກົດຫມາຍ ແລະ ທັກສະຂອງໄວຫນຸ່ມ.
ຈາກຄັງຂໍ້ມູນ Facebook ຂອງ ILSTA: ຄຳບັນຍາຍຮູບພາບ ຫຼື ອັລບັມ.
ເຂົ້າເບິ່ງ ILSTA ໃນ Facebookບົດຄວາມໃນຄັງປະຫວັດ: ເນື້ອໃນສະທ້ອນຂໍ້ມູນໃນເວລາເຜີຍແຜ່ເດີມ.
