ວັນແມ່ຍິງສາກົນ ເປັນວາລະສໍາຄັນຫນຶ່ງທີ່ສະທ້ອນໃຫ້ເຫັນຄຸນຄ່າ ແລະ ການປະກອບສ່ວນຂອງແມ່ຍິງໃນທົ່ວສັງຄົມ. ນີ້ ຍັງເປັນຊ່ວງເວລາທີ່ຢໍ້າເຕືອນທຸກຄົນຕໍ່ ການບໍ່ຈໍາແນກລະຫວ່າງຍິງ-ຊາຍ ບໍ່ວ່າຈະຢູ່ໃນບ່ອນເຮັດວຽກ, ສະຖາບັນການສຶກສາ ຫຼື ໃນຊີວິດປະຈໍາວັນ ຊຶ່ງຍັງຄົງມີຄວາມທ້າທາຍຢູ່. ເພື່ອຄວາມກ້າວຫນ້າຂອງແມ່ຍິງ, ພວກເຮົາຕ້ອງຕັ້ງຫນ້າສະຫນັບສະຫນູນການປົກປ້ອງທາງດ້ານກົດຫມາຍ, ສົ່ງເສີມຄວາມເທົ່າທຽມ ແລະ ລົບລ້າງການປະຕິບັດທີ່ບໍ່ເປັນທໍາທຸກຮູບແບບທີ່ຍັງມີຢູ່.

ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ເດັກຍິງ ຫມາຍເຖີງການສ້າງສະພາບແວດລ້ອມທີ່ໃຫ້ການສະຫນັບສະຫນູນ ຊຶ່ງທຸກຄົນສາມາດເຂົ້າເຖີງໄດ້ຢ່າງເທົ່າທຽມກັນ ບໍ່ວ່າຈະແມ່ນ ທາງດ້ານການສຶກສາ, ໂອກາດຕ່າງໆ ຕະຫຼອດເຖີງເສັ້ນທາງແຫ່ງການເປັນຜູ້ນໍາ ແລະ ໃນຂະນະດຽວກັນ ບັນດານິຕິກໍາຕ້ານການຈໍາແນກ ຫຼື ການເລືອກປະຕິບັດ ກໍ່ຖືກບັງຄັບໃຊ້ຢ່າງມີປະສິດທິຜົນ. ເມື່ອຄວາມສະ ເຫມີພາບ ແລະ ການບໍ່ຈໍາແນກ ຖືກຄໍານຶງເຖີງຢ່າງເອົາໃຈໃສ່, ຊຸມຊົນກໍ່ຈະມີຄວາມເຂັ້ມແຂງຂື້ນ, ມີຄວາມຍືນຍົງຂື້ນ ແລະ ມີສ່ວນຮ່ວມຂອງທຸກຄົນຫຼາຍຂື້ນ. ການໃຫ້ຄວາມເຄົາລົບ ແລະ ປະຕິບັດຕໍ່ກັນຢ່າງເປັນທໍາ ຍັງຄົງເປັນພື້ນຖານໃຫ້ແກ່ ການຮັບຟັງ ແລະ ໃຫ້ຄຸນຄ່າຕໍ່ສຽງທີ່ຫຼາກຫຼາຍ ແລະ ແຕກຕ່າງກັນ.

ພາວະການເປັນຜູ້ນໍາ ບໍ່ພຽງແຕ່ສະທ້ອນເຖີງການປະຕິບັດຫນ້າທີ່ ໃນຕໍາແຫນ່ງທາງການເທົ່ານັ້ນ ແຕ່ມັນຍັງສະທ້ອນໃຫ້ເຫັນການກະທໍາໃນຊີວິດປະຈໍາວັນ ໂດຍຍຶດຫມັ້ນໃນຄວາມຊື່ສັດສຸດຈະລິດ, ຄວາມເຫັນອົກເຫັນໃຈ ແລະ ການເຮັດວຽກຮ່ວມກັນ. ບົດບາດ ແລະ ການມີສ່ວນຮ່ວມຂອງແມ່ຍິງ ມີຄຸນຄ່າຕໍ່ທຸກໆດ້ານຂອງຊີວິດ ນັບຕັ້ງແຕ່ ການພັດທະນາທາງດ້ານເສດຖະກິດ ແລະ ນະວັດຕະກໍາທາງສັງຄົມ ໄປຈົນເຖີງການອະນຸຮັກທາງວັດທະນາທໍາ ແລະ ຄວາມກ້າວຫນ້າທາງດ້ານວິທະຍາສາດ. ເຖີງຢ່າງໃດກໍຕາມ, ການຈໍາແນກຢ່າງເປັນລະບົບ ແລະ ການເຂົ້າເຖີງຢ່າງບໍ່ສະເຫມີພາບໃນບົດບາດດໍາເນີນການຕັດສີນໃຈຍັງຄົງເປັນອຸປະສັກຕໍ່ຄວາມກ້າວຫນ້າຂອງແມ່ຍິງ, ເຮັດໃຫ້ການສະຫນັບສະຫນູນ ແລະ ການປົກປ້ອງທາງກົດຫມາຍຍັງຄົງເປັນສິ່ງສໍາຄັນ ແລະ ຈໍາເປັນ.

ໂດຍການບໍາລຸງລ້ຽງ ຄວາມຫມັ້ນໃຈ, ຄວາມເຂັ້ມແຂງ ແລະ ແນວຄິດສ້າງສັນໃຫ້ແກ່ ເດັກຍິງ ແລະ ແມ່ຍິງ ໄປພ້ອມກັບການຮັບປະກັນທາງດ້ານ ການປົກປ້ອງທາງກົດຫມາຍ ຕໍ່ການຈໍາແນກເພດ, ສົ່ງເສີມການເຂົ້າເຖີງ ການສຶກສາ, ການດູແລສຸຂະພາບ, ການໃຫ້ຄໍາປຶກສາ ແລະ ໂອກາດທາງເສດຖະກິດ - ພວກເຮົາບໍ່ພຽງແຕ່ ເສີມສ້າງສັກະຍາພາບຂອງລາຍບຸກຄົນເທົ່ານັ້ນ ແຕ່ຍັງເປັນການເສີມສ້າງຄວາມເຂັ້ມແຂງຂອງສັງຄົມ ນໍາອີກ.

ເນື່ອງໃນໂອກາດວັນແມ່ຍິງສາກົນນີ້ ພວກເຮົາມາພ້ອມກັນຊົມເຊີມຕໍ່ຜົນສໍາເລັດ, ຜ່ານຜ່າອຸປະສັກ ແລະ ເສີມຂະຫຍາຍພື້ນທີ່ເພື່ອໃຫ້ແມ່ຍິງເປັນທີ່ຮັບຮູ້, ເຫັນຄຸນຄ່າ ແລະ ໄດ້ຮັບການສະຫນັບສະຫນູນໃນທຸກໆບົດບາດ ທີ່ພວກເຂົາເລືອກທີ່ຈະສະແດງ ໂດຍປາສະຈາກອະຄະຕິ ແລະ ການຈໍາແນກໃດໆ.

ຈາກຄັງຂໍ້ມູນ Facebook ຂອງ ILSTA: ຄຳບັນຍາຍຮູບພາບ ຫຼື ອັລບັມ.

ເຂົ້າເບິ່ງ ILSTA ໃນ Facebook

ບົດຄວາມໃນຄັງປະຫວັດ: ເນື້ອໃນສະທ້ອນຂໍ້ມູນໃນເວລາເຜີຍແຜ່ເດີມ.