ວັນສັດນໍ້າໂລກ ແມ່ນ ວັນສົ່ງເສີມການເສີມສ້າງສະຕິ ກ່ຽວກັບ ຄວາມສໍາຄັນຂອງຊັບພະຍາກອນນໍ້າ ແລະ ຊະນິດພັນຂອງສິ່ງທີ່ມີຊີວິດທີ່ອາໃສຢູ່. ມັນເຖິງເວລາແລ້ວທີ່ພວກເຮົາຈະຊອກຫາວິທີການໃນການປົກປ້ອງ ແລະ ອະນຸລັກລະບົບນິເວດອັນມີຄຸນຄ່ານີ້, ເພື່ອຮັບປະກັນໃຫ້ໄດ້ວ່າ ພວກມັນຈະຍັງຄົງຈະເລີນເຕີບໂຕ ໃນໄລຍະເວລາອີກຫຼາຍຮຸ່ນຄົນ.

ໃນລະຫວ່າງການສະເຫຼີມສະຫຼອງວັນສັດນໍ້າໂລກ, ມັນເປັນການຢໍ້າຄືນບົດບາດອັນສໍາຄັນຂອງຊະນິດພັນສັດນໍ້າຕໍ່ກັບ ຊີວິດຂອງພວກເຮົາ. ນັບຕັ້ງແຕ່ການສະຫນອງ ອາຫານ ແລະ ການດໍາລົງຊີວິດ ໃຫ້ແກ່ຄົນຫຼາຍກວ່າລ້ານຄົນໃນໂລກ ໃນການຊ່ວຍຊະນິດພັນສັດອື່ນທີ່ ມີການອາໄສສິ່ງເຫຼົ່ານີ້, ລະບົບນິເວດທາງນໍ້າ ແມ່ນ ມີຄວາມສໍາຄັນຕໍ່ກັບ ສຸຂະພາບ ແລະ ການເປັນຢູ່ຂອງໂລກເຮົາ, ເພາະສະນັ້ນ ຈົ່ງພາກັນຢຸດລ່າ ແລະ ທໍາລາຍຖິ່ນທີ່ຢູ່ອາໄສຂອງພວກມັນ.

ແຕ່ຫາກເຫັນໄດ້ເຖິງຄວາມສໍາຄັນ, ລະບົບນິເວດດັ່ງກ່າວ ແມ່ນ ຍັງໄດ້ຮັບການຂົ່ມຂູ່. ມົນລະພິດ, ການປະມົງເກີນຂອບເຂດ, ແລະ ການປ່ຽນແປງຂອງສະພາບອາກາດ ແມ່ນ ນັບເປັນພຽງບາງສິ່ງທ້າທາຍຕໍ່ກັບຊັບພະຍາກອນນໍ້າຂອງພວກເຮົາໃນປັດຈຸບັນ. ຍ້ອນແນວນັ້ນ, ມັນຈຶ່ງສໍາຄັນກວ່າທີ່ຜ່ານມາທີ່ເຮົາຈະລົງມືປົກປ້ອງສິ່ງເຫຼົ່ານີ້.

ເພາະສະນັ້ນ, ເນື່ອງໃນໂອກາດວັນສັດນໍ້າໂລກ, ເຮົາມາຮ່ວມໃຈກັນ ຄົນລະມື ເພື່ອອະນຸລັກຊັບພະຍາກອນນໍ້າອັນມີຄ່ານີ້. ບໍ່ວ່າຈະຜ່ານການ ຫຼຸດຜ່ອນການນໍາໃຊ້ປຼາສະຕິກ, ສົ່ງເສີມການປະມົງແບບຍືນຍົງ, ຫຼື ຊຸກຍູ້ນະໂຍບາຍທີ່ໃຫ້ຄວາມສໍາຄັນແກ່ບັນຫາສຸຂະພາບທາງນໍ້າ, ເຊິ່ງມັນຍັງມີຫຼາຍວິທີທີ່ເຮົາສາມາດສ້າງການປ່ຽນແປງໄດ້. ດັ່ງນັ້ນ, ຫາກເຮົາຮ່ວມມືກັນ, ເຮົາຈະສາມາດຮັບປະກັນອະນາຄົດອັນສົດໃສຂອງລະບົບນິເວດທາງນໍ້າ ແລະ ຊະນິດພັນອື່ນໆທີ່ມີການອາໃສພວກມັນ.

ທ່ານຮູ້ຫຼືບໍ່ວ່າ ຊະນິດພັນສັດນໍ້າລຸ່ມນີ້ແມ່ນອາໃສຢູ່ໃນ ສປປ ລາວ:

ບັນຊີ CITES I:

1. ແຂ້

2. ປາຝາອິນເດຍ

3. ປາຝາ

4. ເຕົ່າອອງດາວ

5. ປາຝາຈີນ

ບັນຊີ CITES II:

6. ເຕົ່າຂຽວ

7. ເຕົ່າປາກແຫຼວ

8. ເຕົ່າສັງກະສີ

9. ເຕົ່າຫົວຄ້ອນ

10. ປາຝາແມ່ນໍ້າເຈົ້າພະຍາ

11. ປາບຶກ

12. ປາຂ່າ

ຊະນິດພັນສັດເຫຼົ່ານີ້ແມ່ນ ຖືກປົກປ້ອງ ພາຍໃຕ້ ສົນທິສັນຍາສາກົນວ່າດ້ວຍການຄ້າຂາຍຊະນິດພັນສັດປ່າ ແລະ ພືດປ່າໄມ້ທີ່ໃກ້ຈະສູນພັນລະຫວ່າງຊາດ (CITES), ເຊິ່ງກໍານົດ ກົດລະບຽບດ້ານການຄ້າຂາຍຊະນິດພັນສັດທີ່ໃກ້ສູນພັນ. ມັນຈຶ່ງເປັນສິ່ງສໍາຄັນທີ່ ພວກເຮົາມາຮ່ວມມືກັນ ຮັບປະກັນວ່າ ຊະນິດພັນສັດທີ່ໃກ້ຈະສູນພັນເຫຼົ່ານີ້ ໄດ້ຮັບການປົກປ້ອງ ແລະ ອະນຸລັກ ໃຫ້ຄົນຮຸ່ນຫຼັງໄດ້ປະຈັກຕາ.

ຈາກຄັງຂໍ້ມູນ Facebook ຂອງ ILSTA: ຄຳບັນຍາຍຮູບພາບ ຫຼື ອັລບັມ.

ເຂົ້າເບິ່ງ ILSTA ໃນ Facebook

ບົດຄວາມໃນຄັງປະຫວັດ: ເນື້ອໃນສະທ້ອນຂໍ້ມູນໃນເວລາເຜີຍແຜ່ເດີມ.