
ຫນັງສືພຶມ Vientiane Times ໄດ້ນໍາສະເຫນີກ່ຽວກັບ ການຝຶກອົບຮົມດ້ານກົດຫມາຍທີ່ຈັດຂຶ້ນໂດຍ ມະຫາວິທະຍາໄລລຸກຊໍາບວກ ແລະ ມະຫາວິທະຍາໄລແຫ່ງຊາດລາວ
ບັນດາຕົວແທນ ຈາກຄະນະກົດຫມາຍ, ເສດຖະສາດ ແລະ ການເງິນ, ມະຫາວິທະຍາໄລລຸກຊໍາບວກ ແລະ ຜູ້ເຂົ້າຮວ່ມການຝຶກອົບຮົມດ້ານກົດຫມາຍ ຈາກຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດລາວ ຈໍານວນ 12 ທ່ານ ໄດ້ເຂົ້າຮວ່ມການຝຶກອົບຮົມເພື່ອຄົ້ນຄວ້າດ້ານກົດຫມາຍເປັນເວລາ 1 ອາທິດ ທີ່ເມືອງວັງວຽງ, ເພື່ອແລກປ່ຽນຄວາມຮູ້ກ່ຽວກັບພື້ນຖານຂອງກົດຫມາຍ ແລະ ວີທິການໃນການເຮັດບົດວິໄຈດ້ານກົດຫມາຍ.
ກິດຈະກໍາຮ່ວມມືໃນການສ້າງສັກກະຍະພາບດ້ານກົດຫມາຍ ແມ່ນໄດ້ເລີ່ມຂຶ້ນແຕ່ປີ 2017 ໂດຍການຮວ່ມມືລະຫວ່າງມະຫາວິທະຍາໄລລຸກຊໍາບວກ ແລະ ມະຫາວິທະຍາໄລແຫ່ງຊາດລາວ.
ຈາກຄັງຂໍ້ມູນ Facebook ຂອງ ILSTA: ຄຳບັນຍາຍຮູບພາບ ຫຼື ອັລບັມ.
ເຂົ້າເບິ່ງ ILSTA ໃນ Facebookບົດຄວາມໃນຄັງປະຫວັດ: ເນື້ອໃນສະທ້ອນຂໍ້ມູນໃນເວລາເຜີຍແຜ່ເດີມ.
