ສະຖາບັນຊ່ວຍເຫຼືອທາງດ້ານກົດຫມາຍ ແລະ ວິຊາການ (ILSTA) ໄດ້ເຂົ້າພົບທ່ານ ຮອງຫົວຫນ້າອົງການໄອຍະການປະຊາຊົນສູງສຸດ ເພື່ອປຶກສາຫາລືກ່ຽວກັບ ການຈັດກອງປະຊຸມລະດັບຊາດ ດ້ານວຽກງານ ຕ້ານການຟອກເງິນ ແລະ ສະກັດກັ້ນການສະຫນອງທຶນໃຫ້ແກ່ການກໍ່ການຮ້າຍ ທີ່ຈະເປີດຂື້ນໃນມໍ່ໆນີ້. ​ກອງປະຊຸມດັ່ງກ່າວ ຈະເປັນເຈົ້າພາບຈັດໂດຍ ອົງການໄອຍະການປະຊາຊົນສູງສຸດ ໂດຍການສະຫນັບສະຫນູນຂອງ ສະຖາບັນ ILSTA ແລະ ລັດຖະບານແຫ່ງລາຊະອານາຈັກ ລຸກຊໍາບວກ.

ກອງປະຊຸມຄັ້ງນີ້ຈະເປັນເວທີສໍາຄັນ ແລະ ເປີດໂອກາດໃຫ້ບັນດາຫນ່ວຍງານໃນລະດັບຊາດ ຂອງ ສປປ ລາວ ໄດ້ພົບປະ ແລະ ຖອດຖອນບົດຮຽນ ຈາກຊ່ຽວຊານສາກົນ ແລະ ສະຖາບັນຈາກຕ່າງປະເທດ ທີ່ມີປະສົບການທາງດ້ານການປະເມີນຜົນການຈັດຕັ້ງປະຕິບັດວຽກງານຕ້ານການຟອກເງິນ ແລະ ສະກັດກັ້ນການສະຫນອງທຶນໃຫ້ແກ່ການກໍ່ການຮ້າຍ.

ຈາກຄັງຂໍ້ມູນ Facebook ຂອງ ILSTA: ຄຳບັນຍາຍຮູບພາບ ຫຼື ອັລບັມ.

ເຂົ້າເບິ່ງ ILSTA ໃນ Facebook

ບົດຄວາມໃນຄັງປະຫວັດ: ເນື້ອໃນສະທ້ອນຂໍ້ມູນໃນເວລາເຜີຍແຜ່ເດີມ.