
ໃນອາທິດທີ່ຜ່ານມາ, ປະທານສະຖາບັນ ILSTA, ທ່ານ ລິຊາດ ຟີລິບປາກ ໄດ້ມອບປ້າຍໂຄສະນາຕ້ານການສໍ້ລາດບັງຫຼວງ, ທີ່ອອກແບບໂດຍສະຖາບັນ ILSTA ໃຫ້ແກ່ອົງການກວດກາລັດຖະບານ ແລະ ຕ້ານການສໍ້ລາດບັງຫຼວງ. ກິດຈະກໍາດັ່ງກ່າວແມ່ນຫນຶ່ງໃນກິດຈະກໍາໃນການປຸກລະດົມຈິດສໍານິກໃນການຕ້ານການສໍ້ລາດບັງຫຼວງ, ເພື່ອເປັນການກະກຽມຄວາມພ້ອມໃນການເຜີຍແຜ່ຂໍ້ມູນ ແລະ ສະເຫຼີມສະຫຼອງ "ວັນຕ້ານການສໍ້ລາດບັງຫຼວງສາກົນ", ທີ 9 ທັນວາ ທີ່ຈະມາຮອດໃນໄວໆນີ້.
ຈາກຄັງຂໍ້ມູນ Facebook ຂອງ ILSTA: ຄຳບັນຍາຍຮູບພາບ ຫຼື ອັລບັມ.
ເຂົ້າເບິ່ງ ILSTA ໃນ Facebookບົດຄວາມໃນຄັງປະຫວັດ: ເນື້ອໃນສະທ້ອນຂໍ້ມູນໃນເວລາເຜີຍແຜ່ເດີມ.
