
ຫນັງສືພີມ ວຽງຈັນທາມສ໌ ໄດ້ນໍາສະເຫນີຂ່າວ ກອງປະຊຸມສໍາມະນາກ່ຽວກັບຮ່າງລັດຖະບັນຍັດຂອງປະທານປະເທດວ່າດ້ວຍ ການດໍາເນີນຄະດີປົກຄອງ.
ປະທານສານປະຊາຊົນສູງສຸດ, ທ່ານ ຄໍາພາ ກ່າວວ່າ ” ສານປົກຄອງແມ່ນໄດ້ກວດກາວ່າການກະທໍາຂອງລັດຖະບານແມ່ນໄດ້ສອດຄ່ອງກັບກົດຫມາຍ. ປະຈຸບັນພົນລະເມືອງທຸກຄົນຈະສາມາດປ້ອງກັນສິດທິຂອງເຂົາເຈົ້າໄດ້ ຖ້າຫາກວ່າພວກເຂົາເຈົ້າບໍ່ໄດ້ຮັບການເຄົາລົບຈາກເຈົ້າຫນ້າທີ່ລັດ. ຈົນເຖິງປະຈຸບັນນີ້, ບັນດາກໍລະນີດັ່ງກ່າວສ່ວນຫຼາຍແມ່ນຕົກຢູ່ໃນສະພາແຫ່ງຊາດ, ເຊິ່ງບໍ່ແມ່ນສະຖານທີ່ ທີ່ເຫມາະສົມສໍາລັບການແກ້ໄຂຂໍ້ຂັດແຍ່ງດັ່ງກ່າວ. ”
ກອງປະຊຸມສໍາມະນາປຶກສາຫາລືລະດັບສູງຄັ້ງນີ້ ໄດ້ຮັບການສະຫນັບສະຫນູນຈາກ ສະຖາບັນຊ່ວຍເຫຼືອທາງດ້ານກົດຫມາຍ ແລະ ວິຊາການຈາກປະເທດ ລຸກຊໍາບວກ ເຊິ່ງໄດ້ໃຫ້ການສະຫນັບສະຫນູນການດໍາເນີນກອງປະຊຸມດັ່ງກ່າວ ຕັ້ງແຕ່ ເດືອນ ກັນຍາ ປີ 2016 ທີ່ຜ່ານມາ ແລະ ພ້ອມທັງໃຫ້ການຊ່ວຍເຫຼືອທາງດ້ານວິຊາການ, ຊ່ຽວຊານຈາກຕ່າງປະເທດ ແລະ ການສະຫນັບສະຫນູນທາງດ້ານງົບປະມານ.
ຈາກຄັງຂໍ້ມູນ Facebook ຂອງ ILSTA: ຄຳບັນຍາຍຮູບພາບ ຫຼື ອັລບັມ.
ເຂົ້າເບິ່ງ ILSTA ໃນ Facebookບົດຄວາມໃນຄັງປະຫວັດ: ເນື້ອໃນສະທ້ອນຂໍ້ມູນໃນເວລາເຜີຍແຜ່ເດີມ.
