ສະຖາບັນຊ່ວຍເຫຼືອທາງດ້ານກົດຫມາຍ ແລະ ວິຊາການ (ILSTA) ແລະ ອົງການໄອຍະການປະຊາຊົນສູງສຸດ ໄດ້ເຂົ້າຮ່ວມກອງປະຊຸມເຄືອຂ່າຍຍຸຕິທໍາອາຊີຕາເວັນອອກສຽງໃຕ້ (SEAJust) ໃນວັນທີ 17 ພະຈິກ 2021. ເຄືອຂ່າຍ SEAJust ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2020 ພາຍໃຕ້ການສະຫນັບສະຫນູນຈາກ ອົງການ UNODC ເພື່ອອໍານວຍຄວາມສະດວກໃຫ້ແກ່ການຮ່ວມມືສາກົນທາງດ້ານອາຊະຍາກໍາໃນພາກພື້ນອາຊີຕາເວັນອອກສຽງໃຕ້ ເຊິ່ງປະກອບມີ ປະເທດບຣູໄນດາຣູຊາລາມ, ກໍາປູເຈຍ, ສປປ ລາວ, ມຽນມາ, ສິງກະໂປ, ໄທ, ຕີມໍເລສເຕ, ຫວຽດນາມ, ຟີລິບປິນ, ມາເລເຊຍ, ອົດສະຕາລີ ແລະ ເມົາດີຟ.

ທ່ານ ນາງ ເມັດມະນີ ວັນນະສີ, ຮອງຫົວຫນ້າພະແນກຮ່ວມມືສາກົນຂອງອົງການໄອຍະການປະຊາຊົນສູງສຸດ, ເຊິ່ງເປັນອົງການໃຈກາງໃນການຮ່ວມມືລະຫວ່າງປະເທດທາງອາຍາ, ໄດ້ນໍາສະເຫນີກ່ຽວກັບກົດຫມາຍລາວວ່າດ້ວຍການຮ່ວມມືລະຫວ່າງປະເທດທາງອາຍາ ແລະ ບົດບາດຂອງອົງການໄອຍະການປະຊາຊົນສູງສຸດ ໃນຖານະເປັນອົງການໃຈກາງ. ທ່ານ ຣິຊາດ ຟິລິບປາດ, ປະທານ ສະຖາບັນ LSTA, ໄດ້ຍົກໃຫ້ເຫັນເຖິງວຽກງານຂອງສະຖາບັນ ILSTA ໃນການສະຫນອງການຝຶກອົບຮົມ ແລະ ການຊ່ວຍເຫຼືອດ້ານວິຊາການ ຢູ່ ສປປ ລາວ ແລະ ໃນການສົ່ງເສີມການຮ່ວມມືສາກົນໃນດ້ານອາຊະຍາກໍາ. ນອກນັ້ນ, ທ່ານຍັງລະບຸແຜນການສະຫນັບສະຫນູນ ອົງການໄອຍະການປະຊາຊົນສູງສຸດໃນອະນາຄົດ ໂດຍສະເພາະແມ່ນ ການຮ່ວມມືກັບບັນດາຄູ່ຮ່ວມມືໃນພາກພື້ນ ໂດຍສະເພາະແມ່ນສໍານັກງານໄອຍະການສູງສຸດຂອງປະເທດໄທ.

ຈາກຄັງຂໍ້ມູນ Facebook ຂອງ ILSTA: ຄຳບັນຍາຍຮູບພາບ ຫຼື ອັລບັມ.

ເຂົ້າເບິ່ງ ILSTA ໃນ Facebook

ບົດຄວາມໃນຄັງປະຫວັດ: ເນື້ອໃນສະທ້ອນຂໍ້ມູນໃນເວລາເຜີຍແຜ່ເດີມ.