ເນື່ອງໃນໂອກາດ ທີ່ເດີນທາງໄປເຂົ້າຮ່ວມ ການຝຶກອົບຮົມ ກ່ຽວກັບ ການຕໍ່ຕ້ານ ອາຊະຍາກໍາແບບມີການຈັດຕັ້ງ ແລະ ການຟອກເງິນ: ປະເພດອາຊະຍາກໍາ, ການຄ້າມະນຸດ ແລະ ການລັກລອບນໍາຄົນເຂົ້າ-ອອກເມືອງ ສໍາລັບພະນັກງານບັງຄັບໃຊ້ກົດຫມາຍທີ່ມາຈາກ ສີແຂວງພາກເຫນືອ: ບໍ່ແກ້ວ, ຫຼວງນໍ້າທາ, ຫຼວງພະບາງ ແລະ ໄຊຍະບູລີ, ທ່ານ ລີຊາດ ຟິລິບປາດ ຫົວຫນ້າສະຖາບັນ ILSTA ໄດ້ເຂົ້າຢ້ຽມຄໍານັບ ທ່ານ ຄໍາພັນ ເຜີຍຍະວົງ ເຈົ້າແຂວງບໍ່ແກ້ວ ເພື່ອແຈ້ງກິດຈະກໍາ ສ້າງຄວາມສາມາດ ທີ່ອົງການໄອຍະການປະຊາຊົນສູງສຸດ ແລະ ສະຖາບັນ ILSTA ຈັດຂຶ້ນຮ່ວມກັນ ຢູ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ທ່ານ ຟິລິບປາດ ຍັງຖືໂອກາດແຈ້ງໃຫ້ທ່ານເຈົ້າແຂວງຊາວວ່າ ແຂວງບໍ່ແກ້ວ ແມ່ນຫນຶ່ງໃນແຂວງບຸລິມະສິດ ສໍາລັບການຮ່ວມມືດ້ານພັດທະນາຂອງ ລຸກຊໍາບວກຢູ່ໃນ ສປປລາວ.
ຈາກຄັງຂໍ້ມູນ Facebook ຂອງ ILSTA: ຄຳບັນຍາຍຮູບພາບ ຫຼື ອັລບັມ.
ເຂົ້າເບິ່ງ ILSTA ໃນ Facebookບົດຄວາມໃນຄັງປະຫວັດ: ເນື້ອໃນສະທ້ອນຂໍ້ມູນໃນເວລາເຜີຍແຜ່ເດີມ.
