ສະຖາບັນ ILSTA ພູມໃຈນໍາສະເຫນີການຕີພິມເອກະສານ ຄູ່ມືອ້າງອີງ ກົດຫມາຍ ແລະ ການປະຕິບັດ ທີ່ກ່ຽວຂ້ອງກັບອາຊະຍາກໍາສັດປ່າ ຢູ່ ສປປ ລາວ.
ຄູ່ມືອ້າງອີງດັ່ງກ່າວ ແມ່ນ ມີແມ່ນເປັນເຄື່ອງມີອັນສໍາຄັນທີ່ສ້າງຂຶ້ນມາເພື່ອຊ່ວຍເຫຼືອແກ່ ເຈົ້າຫນ້າທີ່ສືບສວນ-ສອບສວນອາຊະຍາກໍາສັດປ່າ ແລະ ໄອຍະການ ຢູ່ ສປປ ລາວ. ຄູ່ມືນີ້ ແມ່ນລວມເອົາການສະຫຼຸບຢ່າງຊັດເຈນ ແລະ ເຈາະຈົງ ກ່ຽວກັບ ເງື່ອນໄຂອັນຈໍາເປັນທາງຫຼັກຖານ ຕໍ່ກັບ ການກະທໍາຜິດດ້ານການຄ້າຂາຍສັດປ່າແຕ່ລະອັນ ແລະ ຍັງວາງຂະບວນການທາງກົດຫມາຍ, ນັບແຕ່ຂັ້ນຕົນທໍາອິດໃນການເປີດການສືບສວນ-ສອບສວນ ໄປຈົນຮອດ ການນໍາສະເຫນີສໍານວນຄະດີໃນຂັ້ນຕອນການສັ່ງຟ້ອງ. ນອກຈາກນັ້ນ, ຄູ່ມືນີ້ ຍັງຊີ້ແຈງກ່ຽວກັບການເຊື່ອງໂຍງລະຫວ່າງອາຊະຍາກໍາສັດປ່າ ແລະ ການຟອກເງິນ, ເຊິ່ງໄດ້ກໍານົດກ່ຽວກັບຄວາມສໍາຄັນໃນການແກ້ໄຂບັນຫາອາຊະຍາກໍາທາງການເງິນ ໃນວຽກງານການຕ້ານອາຊະຍາກໍາສັດປ່າ.
ເນື້ອໃນສໍາຄັນຂອງຄູ່ມືມີ:
1. ຂອບເຂດວຽກງານກົດຫມາຍ: ໄດ້ສະຫນອງພາບລວມກ່ຽວກັບ ກົດຫມາຍ ແລະ ມາດຕາທີ່ກ່ຽວຂ້ອງກັບ ການກະທໍາຜິດກ່ຽວກັບສັດປ່າ ຢູ່ ສປປ ລາວ, ເພື່ອຮັບປະກັນວ່າເຈົ້າຫນ້າທີ່ສືບສວນ-ສອບສວນ ແລະ ໄອຍະການ ສາມາດເຂົ້າໃຈເປັນຢ່າງດີໃນຂອບເຂດກົດຫມາຍຕໍ່ກັບວຽກງານຂອງຕົນ
2. ຂໍ້ກໍານົດກ່ຽວກັບຫຼັກຖານ: ໄດ້ໃຫ້ລາຍລະອຽດຢ່າງຊັດເຈນກ່ຽວກັບຫຼັກຖານທີ່ຈໍາເປັນກັບແຕ່ລະອາຊະຍາກໍາສະເພາະ, ເຊິ່ງກໍານົດລາຍການໃນພາກປະຕິບັດເພື່ອຊ່ວຍຮັບປະກັນວ່າ ທຸກຂໍ້ມູນທີ່ຈໍາເປັນໄດ້ຮັບການລວບລວມໃນລະຫວ່າງການສືບສວນ-ສອບສວນ.
3. ກໍລະນີສຶກສາ: ລວມເອົາກໍລະນີຕົວຈິງຢ່າງລະອຽດ ທີ່ໄດ້ວາງຂະບວນການໃນການສືບສວນ-ສອບສວນທາງກົດຫມາຍ ແລະ ທາງອາຍາ, ກໍານົດເວລາ, ແລະ ເຕັກນິກທີ່ໃຊ້ໃນການສືບສວນ-ສອບສວນການກະທໍາຜິດລັກລອບຄ້າຂາຍສັດປ່າຕົວຈິງ ຈາກ ປະເທດ ອາຟຣິກາໃຕ້ ມາຫາ ສປປ ລາວ. ກໍລະນີສຶກສານີ້ແມ່ນໃຊ້ເປັນຕົວຢ່າງພາກປະຕິບັດໃນການນໍາພາຜູ້ອ່ານໃຫ້ເຂົ້າໃຈຄວາມສັບຊ້ອນຂອງການສືບສວນ-ສອບສວນແຕ່ລະອັນ.
4. ການລະບຸ ແລະ ການຄຸ້ມຄອງສັດປ່າ: ໄດ້ໃຫ້ຂໍ້ມູນທີ່ສໍາຄັນກ່ຽວກັບການລະບຸ ແລະ ການຄຸ້ມຄອງສັດປ່າ ແລະ ສິນຄ້າທີ່ມາຈາກສັດປ່າ, ເພື່ອເປັນການຊ່ວຍ ເຈົ້າຫນ້າທີ່ສືບສວນ-ສອບສວນ ແລະ ໄອຍະການ ໃນການລະບຸຊະນິດພັນສັດຢ່າງຖືກຕ້ອງ ແລະ ຮັບປະກັນການຮັບມືກັບຫຼັກຖານຢ່າງເຫມາະສົມ.
5. ການຈັດບັນຊີສັດປ່າ: ແມ່ນນໍາສະເຫນີກ່ຽວກັບ ການອ້າງອີງເຖິງບັນຊີສັດປ່າແຫ່ງຊາດ ແລະ ບັນຊີໄຊເຕັດ, ທີ່ລວມມີທັງ ຊະນິດພັນສັດຢູ່ໃນ ລາວ ແລະ ຊະນິດພັນໃຫມ່ທີ່ຖືກຄ້າຂາຍທົ່ວໄປ.
ຄູ່ມືອ້າງອີງດັ່ງກ່າວ ສ້າງຂຶ້ນມາໂດຍຕົ້ນຕໍ ໃຫ້ແກ່ເຈົ້າຫນ້າທີສືບສວນ-ສອບສວນ ແລະ ໄອຍະການ, ຍັງໃຊ້ເປັນຊັບພະຍາກອນອັນລໍ້າຄ່າໃຫ້ແກ່ທຸກຄົນທີ່ມີສ່ວນຮ່ວມໃນວຽກງານການປົກປັກຮັກສາສັດປ່າ ຢູ່ ສປປ ລາວ. ລວມໄປເຖິງອົງການບັງຄັບໃຊ້ກົດຫມາຍແຫ່ງຊາດ ແລະ ຂັ້ນແຂວງ, ເຊິ່ງສາມາດໃຊ້ຄູ່ມືດັ່ງກ່າວໃນການເສີມສ້າງຄວາມເຂົ້າໃຈ ແລະ ປະສິດທິຜົນໃນວຽກງານການຕ້ານອາຊະຍາກໍາສັດປ່າ.
ເອກະສານດັ່ງກ່າວໄດ້ສ້າງຂຶ້ນພາຍຫຼັງການປະຊຸມຫາລືຢ່າງເປີດກວ້າງ ກັບ ອົງການບັງຄັບໃຊ້ກົດຫມາຍ ພ້ອມທັງໄດ້ຮັບການສະຫນັບສະຫນູນຈາກ ສະຖາບັນ ILSTA
ແລະ ການສະຫນັບສະຫນູນຈາກ ໂຄງການຊ່ວຍເຫຼືອເພື່ອການພັດທະນາລຸກຊໍາບວກ ແລະ ອົງການຮ່ວມມືພັດທະນາລຸກຊໍາບວກ
ຈາກຄັງຂໍ້ມູນ Facebook ຂອງ ILSTA: ຄຳບັນຍາຍຮູບພາບ ຫຼື ອັລບັມ.
ເຂົ້າເບິ່ງ ILSTA ໃນ Facebookບົດຄວາມໃນຄັງປະຫວັດ: ເນື້ອໃນສະທ້ອນຂໍ້ມູນໃນເວລາເຜີຍແຜ່ເດີມ.
