ສືບຕໍ່ການສະເຫຼີມສະຫຼອງວັນ ລັດຖະທໍາມະນູນຂອງລາວ

ເຮົາມາຮຽນຮູ້ນໍາກັນເພິ່ມຕື່ມກ່ຽວກັບບັນດາມາດຕາຂອງກົດຫມາຍນີ້...

ທ່ານຮູ້ຫຼືບໍ່?

• ລັດຖະທໍາມະນູນຮັບປະກັນສິດເສລີພາບໃນການເຊື່ອຖື ຫຼື ບໍ່ເຊື່ອຖືສາສະຫນາທີ່ບໍ່ຂັດກັບກົດຫມາຍ (ມາດຕາ 43)

• ພ້ອມທັງໃຫ້ສິດເສລີພາບໃນການອອກຄໍາຄິດເຫັນ (ປາກເວົ້າ ແລະ ຂີດຂຽນ), ການຈັດຕັ້ງສະມາຄົມ, ສິດເສລີພາບດ້ານການຂ່າວ, ແລະ ສິດເສລີພາບໃນການໂຮມຊຸມນຸມທີ່ບໍ່ຂັດກັບກົດຫມາຍ (ມາດຕາ 44)

• ກົດຫມາຍສະບັບນີ້ຍັງຮັກສາໄວ້ເຊິ່ງສິດ ແລະ ເສລີພາບໃນການນໍາໃຊ້ຄວາມກ້າວຫນ້າທາງວິທະຍາສາດ, ນະວັດຕະກໍາ, ສິນລະປະວັນນະຄະດີ, ແລະ ວັດທະນະທໍາຕື່ມອີກ (ມາດຕາ 45)

ທ່ານສາມາດຕິດຕາມພວກເຮົາເພື່ອຮຽນຮູ້ເພີ່ມຕື່ມກ່ຽວກັບຂໍ້ມູນດັ່ງກ່າວ ແລະ ສາມາດເຂົ້າໄປອ່ານ ເອກະສານເອເລັກໂຕຣນິກ ຂອງ ລັດຖະທໍາມູນລາວ ຢູ່ຕາມລິ້ງຂ້າງລຸ່ມນີ້ໄດ້ເລີຍ:

ສະບັບພາສາລາວ: https://bit.ly/3C63FGi

ສະບັບພາສາອັງກິດ: https://bit.ly/3dpmKJ5

ຈາກຄັງຂໍ້ມູນ Facebook ຂອງ ILSTA: ຄຳບັນຍາຍຮູບພາບ ຫຼື ອັລບັມ.

ເຂົ້າເບິ່ງ ILSTA ໃນ Facebook

ບົດຄວາມໃນຄັງປະຫວັດ: ເນື້ອໃນສະທ້ອນຂໍ້ມູນໃນເວລາເຜີຍແຜ່ເດີມ.