ໃນວັນທີ 18 ກໍລະກົດ ຂອງທຸກໆປີ. ພວກເຮົາສະເຫຼີມສະຫຼອງ “ວັນເນວລສັນແມນດາລາສາກົນ (Nelson Mandela)” ເພື່ອຮັບຮູ້ເຖິງການປະກອບສ່ວນຂອງທ່ານ ເນວລສັນ ແມນດາລາ, ອະດີດປະທານາທິບໍດີອາຟຣິກາໃຕ້ ຕໍ່ການເສີມສ້າງວັດທະນະທໍາແຫ່ງສັນຕິພາບ ແລະ ເສລີພາບ.
ໃນມື້ນີ້ພວກເຮົາຂໍສະແດງຄວາມຍ້ອງຍໍຊົມເຊີຍ ການປະກອບສ່ວນຂອງທ່ານ ເນວລສັນ ແມນດາລາ ຕໍ່ການສ້າງຕັ້ງຂໍ້ກໍານົດຂັ້ນພື້ນຖານ ຂອງອົງການສະຫະປະຊາຊາດກ່ຽວກັບການປະຕິບັດຕໍ່ນັກໂທດ, ເຊິ່ງເປັນທີ່ຮູ້ຈັກກັນວ່າ “ຂໍ້ກໍານົດແມນເດລາ”.
ສະຖາບັນ ILSTA ສືບຕໍ່ສະຫນັບສະຫນຸນການຝຶກອົບຮົມຢ່າງຕໍ່ເນື່ອງໃຫ້ແກ່ເຈົ້າຫນ້າທີ່ລາວ ຕໍ່ການຈັດແຈງຄຸ່ມຄອງຄຸກ ທີ່ທັນສະໄຫມ ແລະ ສອດຄ່ອງກັບ "ຂໍ້ກໍານົດແມນເດລາ”.
ຈາກຄັງຂໍ້ມູນ Facebook ຂອງ ILSTA: ຄຳບັນຍາຍຮູບພາບ ຫຼື ອັລບັມ.
ເຂົ້າເບິ່ງ ILSTA ໃນ Facebookບົດຄວາມໃນຄັງປະຫວັດ: ເນື້ອໃນສະທ້ອນຂໍ້ມູນໃນເວລາເຜີຍແຜ່ເດີມ.
