ສະຖາບັນ ILSTA ໄດ້ຮັບກຽດເຂົ້າພົບປະກັບ ພະນະທ່ານ ໄຊຊະນະ ໂຄດພູທອນ, ຫົວຫນ້າອົງການໄອຍະການສູງສຸດ ແຫ່ງ ສປປ ລາວ. ສະຖາບັນ ILSTA ແລະ ອົງການໄອຍະການສູງສຸດ ແມ່ນຖືເປັນຄູ່ຮ່ວມ ນໍາກັນມາເປັນໄລຍະເວລາ 1 ທົດສະວັດ, ໂດຍໄດ້ຮັບການຊ່ວຍເຫຼືອຈາກລັດຖະບານ ແຫ່ງ ລາຊະອານະຈັກລຸກຊໍາບວກ.
ການພົບປະໃນຄັ້ງນີ້ ຖືເປັນໂອກາດໃນການທົບທວນຄືນກ່ຽວກັບ ຄວາມຄືບຫນ້າ ໃນວຽກງານການຊ່ວຍເຫຼືອທາງວິຊາການ ແລະ ເພື່ອປຶກສາຫາລືກ່ຽວກັບວຽກງານບູລິມະສິດຕ່າງໆ ໃນຕໍ່ຫນ້າ, ລວມທັງ ການຊ່ວຍເຫຼືອໃນວຽກງານການປະຕິບັດຕາມມາດຕະຖານ ການຕ້ານການຟອກເງິນ ແລະ ການສະຫນອງທຶນໃຫ້ແກ່ການກໍ່ການຮ້າຍ ທີ່ຕິດພັນກັບ ການປະເມີນຜົນຮ່ວມຂອງອົງການກຸ່ມອາຊີປາຊິຝິກ. ເຊິ່ງໃນນັ້ນ ຂົງເຂດທີ່ສໍາຄັນໃນການຮ່ວມມື ລວມມີ ການເສີມສ້າງຄວາມສາມາດທາງກົດຫມາຍ ແລະ ການດໍາເນີນຄະດີ, ການເສີມສ້າງການຮ່ວມມືລະຫວ່າງອົງການ, ແລະ ການແກ້ໄຂອາຊະຍາກໍາແບບມີການຈັດຕັ້ງ ເປັນສ່ວນຫນຶ່ງຂອງການເຮັດວຽກຮ່ວມກັນ. ການພົບປະໂອ້ລົມໃນຄັ້ງນີ້ ຍັງໄດ້ເນັ້ນຫນັກເຖິງ ຄວາມສໍາຄັນຂອງການຮ່ວມມີໃນລະດັບພາກພື້ນ, ຄວາມສໍາຄັນຂອງອົງການໄອຍະການອາຊຽນ ແລະ ການປະຕິບັດຕາມມາດຕະຖານສາກົນດ້ານວຽກງານການຕ້ານການຟອກເງິນ ແລະ ການສະຫນອງທຶນໃຫ້ແກ່ການກໍ່ການຮ້າຍ, ເຊິ່ງຖືເປັນ ຄວາມຮຽກຮ້ອງຕ້ອງການ ທີ່ກໍານົດໄວ້ໃນການປະເມີນຜົນຮ່ວມກັນໃນປີ 2023.
ສະຖາບັນ ILSTA ຍັງສືບຕໍ່ປະຕິບັດຄໍາຫມັ້ນສັນຍາໃນການຊ່ວຍເຫຼືອ ອົງການໄອຍະການສູງສຸດ ຜ່ານ ການຊ່ວຍເຫຼືອທາງວິຊາການ, ໂຄງການຝຶກອົບຮົມສະເພາະດ້ານ, ກອງປະຊຸມ, ການສົ່ງເສີມການຮ່ວມມືລະດັບພາກພື້ນ ແລະ ການພັດທະນາຊັບພະຍາກອນໃນທາງປະຕິບັດ ເຊັ່ນ ເອກະສານການຝຶກອົບຮົມຫົວຂໍ້ກົດຫມາຍຕ່າງໆ. ນອກນັ້ນ ຍັງໄດ້ເນັ້ນຫນັກເຖິງ ການເສີມສ້າງສະຖາບັນ ແລະ ການຮັບປະກັນໃຫ້ແກ່ການປະຕິບັດມາດຕະຖານຂອງອົງການ FATF, ເພື່ອປະກອບສ່ວນເຂົ້າໃນຄວາມກ້າວຫນ້າໃນການເສີມສ້າງ ລັດທີ່ປົກຄອງດ້ວຍກົດຫມາຍ ແລະ ການປົກຄອງຂອງ ສປປ ລາວ ໃນສອດຄ່ອງກັບມາດຕະຖານສາກົນ.
ການພົບປະໃນຄັ້ງນີ້ແມ່ນຍັງໄດ້ເຂົ້າພົບປະກັບ ຮອງຫົວຫນ້າອົງການໄອຍະການສູງສຸດອີກຕື່ມ ເຊິ່ງໄດ້ປຶກສາຫາລືກ່ຽວກັບ ຂົງເຂດການຮ່ວມມື, ວິທີການໃຫມ່, ຄວາມຕ້ອງການສະເພາະ ແລະ ການພັດທະນາດ້ານໂຄງຮ່າງການຈັດຕັ້ງ.
ຈາກຄັງຂໍ້ມູນ Facebook ຂອງ ILSTA: ຄຳບັນຍາຍຮູບພາບ ຫຼື ອັລບັມ.
ເຂົ້າເບິ່ງ ILSTA ໃນ Facebookບົດຄວາມໃນຄັງປະຫວັດ: ເນື້ອໃນສະທ້ອນຂໍ້ມູນໃນເວລາເຜີຍແຜ່ເດີມ.
