ສະຖາບັນຊ່ວຍເຫຼືອທາງດ້ານກົດຫມາຍ ແລະ ວິຊາການ (ILSTA) ໄດ້ເຂົ້າຮ່ວມກອງປະຊຸມປະກອບຄໍາເຫັນໃສ່ຮ່າງກົດຫມາຍວ່າດ້ວຍການປົກຄອງ ຢູ່ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ນິສິດ ແກ້ວປັນຍາ, ຮອງລັດຖະມົນຕີກະຊວງພາຍໃນ. ນັບຕັ້ງແຕ່ປີ 2016, ສະຖາບັນ ILSTA ແລະ ລັດຖະບານລຸກຊໍາບວກ ໄດ້ສະຫນັບສະຫນູນການສ້າງຕັ້ງອໍານາດການປົກຄອງ ແລະ ກົດຫມາຍກ່ຽວກັບການປົກຄອງ ໃນ ສປປ ລາວ ຮ່ວມກັບຊ່ຽວຊານຈາກປະເທດລຸກຊໍາບວກ.
ທ່ານ ຣີຊາດ ຟີລິບປາດ, ປະທານສະຖາບັນ ILSTA ໄດ້ກ່າວວ່າ ອໍານາດການປົກຄອງ ແລະ ກົດຫມາຍປົກຄອງ ຈະເປັນຂີດຫມາຍອັນສໍາຄັນ ຕໍ່ກັບເປົ້າຫມາຍຂອງ ສປປ ລາວ ໃນການເປັນລັດແຫ່ງກົດຫມາຍ. ຄະນະກໍາມະການຮ່າງກົດຫມາຍປະກອບດ້ວຍບັນດາເຈົ້າຫນ້າທີ່ອາວຸໂສ ແລະ ຜູ້ຕາງຫນ້າຈາກອົງການໄອຍະການປະຊາຊົນສູງສຸດ, ສະພາແຫ່ງຊາດ, ສານປະຊາຊົນສູງສຸດ ແລະ ບັນດາກະຊວງອື່ນໆ. ສະຖາບັນ ILSTA ມຸ່ງຫມັ້ນທີ່ຈະໃຫ້ການສະຫນັບສະຫນູນແກ່ລັດຖະບານ ສປປ ລາວ ຕໍ່ກັບວຽກງານທີ່ສໍາຄັນນີ້.
ຈາກຄັງຂໍ້ມູນ Facebook ຂອງ ILSTA: ຄຳບັນຍາຍຮູບພາບ ຫຼື ອັລບັມ.
ເຂົ້າເບິ່ງ ILSTA ໃນ Facebookບົດຄວາມໃນຄັງປະຫວັດ: ເນື້ອໃນສະທ້ອນຂໍ້ມູນໃນເວລາເຜີຍແຜ່ເດີມ.
