ວຽກງານໄລຍະ ປີ 2015-2020

ເປົ້າໝາຍອັນເປັນບູລິມະສິດໃນການດຳເນີນງານຂອງສະຖາບັນ ILSTA ແມ່ນ ສປປ ລາວ ເນື່ອງຈາກວ່າ ເຈົ້າໜ້າທີ່ພາກລັດໄດ້ສະແດງເຈດຈຳນົງ ຂໍການຊ່ວຍເຫຼືອສະເພາະດ້ານ ເພາະວ່າ ບັນດາສະມາຊິກທີ່ສ້າງຕັ້ງສະຖາບັນນີ້ມີປະສົບການທີ່ຍາວນານໃນຂະແໜງ ການປົກຄອງ ໃນ ສປປລາວ.

ສຳລັບສົກປີ 2015-2020, ສະຖາບັນ ILSTA ຈະປະຕິບັດວຽກໃນ 4 ຂະແໜງການທີ່ສຳຄັນ. ສະຖາບັນ ມີຮູບແບບ ການເຮັດວຽກໂດຍທີ່ແຍກເປັນພາກສ່ວນສະເພາະໃຜມັນ ສຳລັບແຜນຍຸດທະສາດ ແລະ ການວາງແຜນການດຳເນີນງານຂອງຕົນ. ສະຖາບັນ ຈະພະຍາຍາມເປັນພິເສດ ໃນການສ້າງ ຄວາມເຊື່ອມສານ ແລະ ເຊື່ອມຈອດກັບ ຂະແໜງການຕ່າງໆ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງ ເພື່ອສົ່ງເສີມໃຫ້ມີການປະສານງານ ພາຍໃນປະເທດ ແລະ ຫຼີກເວັ້ນ ການຊ່ວຍເຫຼືອທີ່ມີລັກສະນະກະແຈກກະຈາຍ.

  • ສະຖາບັນ ສະໜອງການຊ່ວຍເຫຼືອ ຂະແຫນງກົດໝາຍ ໂດຍການຈັດຝຶກອົບຮົມ ວິຊາການສະເພາະດ້ານລະດັບສູງ ຢ່າງສະໝໍ່າສະເໝີ ໃຫ້ກັບຄະນະນິຕິສາດ ແລະ ລັດຖະສາດ, ມະຫາໄລແຫ່ງຊາດລາວ.
  • ສະຖາບັນ ໃຫ້ການຊ່ວຍເຫຼືອ ໂດຍການຕອບສະໜອງຄວາມຕ້ອງການຂອງຊ່ຽວຊານກົດໝາຍ ສັງກັດໃນອົງການຈັດຕັ້ງໆ ຂອງລັດຖະບານ.
  • ສະຖາບັນ ສະໜອງການຊ່ວຍເຫຼືອ ແກ່ເຈົ້າໜ້າທີ່ລັດຖະບານຂັ້ນສູນກາງໃນການປູກຈິດສຳນຶກ ແລະ ເຜີຍແຜ່ ບັນດານິຕິກຳຕ່າງໆ ໃຫ້ກັບທ້ອງຖິ່ນໃນຂອບເຂດທົວປະເທດ.
  • ສະຖາບັນ ຄຸ້ມຄອງ ແລະ ຈະສົ່ງເສີມ ຄວາມເຂົ້າໃຈ ກ່ຽວກັບຖານຄວາມຮູ້ ແລະ ການຄຸ້ມຄອງບໍລິຫານ ຂໍ້ມູນສະເພາະດ້ານຂອງຕົນ.