ILSTA ຄຸ້ມຄອງໂດຍຄະນະບໍລິຫານງານ

ທ່ານ ຣິຊາດ ຟິລີບປາກ ເປັນປະທານ ແລະ ຜູ້ອຳນວຍການໃຫ່ຍຂອງ ILSTA, ສັນຊາດລຸກຊຳບວກ, ຊ່ຽວຊານດ້ານກົດໝາຍ ແລະ ລັດຖະສາດ ມາຈາກກົມຮ່ວມມືດ້ານການພັດທະນາ, ກະຊວງການຕ່າງປະເທດ ລຸກຊຳບວກ ແລະ ທ່ານມີປະສົບການເຮັດວຽກຍາວນານກັບອົງການສະຫະປະຊາຊາດ, ໂດຍສະເພາະແມ່ນໃນ ສປປ ລາວ ໃນຂະແໜງການປົກຄອງ ແລະ ແມ່ນໜຶ່ງໃນບັນດາຜູ້ຊຸກຍູ້ ໃຫ້ມີການປັບປຸງກົດໝາຍ, ສ້າງຄວາມອາດສາມາດໃຫ້ກັບຊ່ຽວຊານດ້ານກົດໝາຍ ແລະ ເປັນຜູ້ລິເລີ່ມ ກອງປະຊຸມລະດັບຊາດໃນຂະແໜງການປົກຄອງ ແລະ ກົດໝາຍ.

ກວດສອບໂດຍ ບໍລິສັດ Grant Thornton

ທ່ານ ຈອນ ຄອນນໍລີ ເປັນຫົວໜ້າຝ່າຍສື່ສານ ແລະ ເລຂາທິການຄະນະບໍລິຫານສະຖາບັນ, ສັນຊາດ ໄອແລນ, ມີປະສົບການທີ່ຍາວນານ ດ້ານການສຶກສາ ແລະ ຝຶກອົບຮົມ. ທ່ານຈົບການສຶກສາປະລິນຍາໂທ ດ້ານກົດໝາຍ (LL.M) ສາຂາກົດໝາຍສາກົນ ຈາກມະຫາວິທະຍາໄລ ລອນດອນ ແລະ ປະລິນຍາຕີ ດ້ານປັດຊະຍາ ຈາກວິທະຍາໄລ ດູບລີນ. ທ່ານ ຈອນ ຍັງເຄີຍສອນພາສາອັງກິດສຳລັບກົດໝາຍ ໃຫ້ແກ່ພະນັກງານລັດທີ່ມາຈາກຫຼາຍພາກສ່ວນ ໃນຂະແໜງກົດໝາຍ ເຊິ່ງປະກອບມີ: ພະນັກງານຕຸລາການ, ສະພາແຫ່ງຊາດ ແລະ ໄອຍະການປະຊາຊົນ. ທ່ານໄດ້ ພັດທະນາຫລັກສູດ ການສອນພາສາອັງກິດ ສຳລັບກົດໝາຍ ແລະ  ວິຊາການພົວພັນສາກົນ ຂອງຄະນະນິຕິສາດ ແລະ ລັດຖະສາດ, ມະຫາໄລແຫ່ງຊາດລາວ.

ທ່ານ ປີແອ໋ກ ແບັສແຊລ ເປັນຫົວໜ້າຝ່າຍ, ສັນຊາດລຸກຊຳບວກ, ເປັນຄູ່ຮ່ວມງານຂອງບໍລິສັດກົດ ໝາຍ Arendt & Medernach ແລະ ກໍ່ເປັນຫົວໜ້າຝ່າຍ ຮັບຜິດຊອບ ຫຸ້ນເອກະຊົນ ແລະ ທຸລະກິດອາສັງຫາລິມະຊັບ ຂອງບໍລິສັດດັ່ງກ່າວ. ທ່ານເປັນສະມາຊິກຄະນະບໍລິຫານທຸລະກິດສະໜອງບໍລິການດ້ານ ກົດໝາຍສຳລັບອົງກອນ; ການຮວມທຸລະກິດ ແລະ ຊື້ຂາຍທຸລະກິດ; ຫຸ້ນເອກະຊົນ ແລະ ທຸລະກິດອະສັງຫາລິມະຊັບ ຂອງບໍລິສັດ Arendt & Medernach. ທ່ານ ປີແອ໋ກ ແບັສແຊລ ຍັງສອນ ກົດໝາຍວ່າດ້ວຍ ອົງກອນທຸລະກິດ ແລະ ການຄ້າ ທີ່ ມະຫາວິທະຍາໄລການຄ້າລຸກຊຳບວກ. ທ່ານເປັນສະມາຊິກສະພາທະນາຍຄວາມລຸກຊຳບວກ ແຕ່ປີ 1999 ແລະ ສະມາຊິກສະພາທະນາຍຄວາມ ນະຄອນນິຢ໋ອກ ແຕ່ປີ 2001. ປະຈຸບັນນີ້ທ່ານຍັງປະຕິບັດໜ້າທີ່ສະມາຊິກພາທະນາຍຄວາມລຸກຊຳບວກ. ທ່ານຈົບການສຶກສາປະລິນຍາໂທດ້ານກົດໝາຍ, ໄດ້ຮັບໃບປະກາດ ໃນຂະແໜງສະໜອງຄຳປຶກສາດ້ານກົດໝາຍໃຫ້ທຸລະກິດ ແລະ ໃບປະກາດ ການສຶກສາຊັ້ນສູງ ລົງເລີກດ້ານກົດໝາຍທຸລະກິດຈາກມະຫາວິທະຍາໄລມົງແປນລີເຢ 1 (ປະເທດຝຣັ່ງ) ແລະ ປະລິນຍາໂທດ້ານກົດໝາຍ (LL.M.) ຈາກມະຫາວິທະຍາໄລ ກົດໝາຍຄອນນຽວ (ສະຫະລັດອາເມລິກາ).