ການສຳມະນາການຕ້ານສໍ້ລາດບັງຫຼວງໃຫ້ແກ່ພະນັກງານກວດກາຈາກກະຊວງແຜນການ ແລະ ການລົງທຶນ

ການສຳມະນາການຕ້ານສໍ້ລາດບັງຫຼວງໃຫ້ແກ່ພະນັກງານກວດກາຈາກກະຊວງແຜນການ ແລະ ການລົງທຶນ ໄດ້ຖືກຈັດຂຶ້ນໃນວັນທີ 2-3 ກຸມພາ, ທີ່ຫ້ອງເຝິກອົບຮົມຂອງສະຖາບັນ ILSTA, ໂດຍການຮ່ວມມືລະຫວ່າງ ສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ (ILSTA), ອົງການກວດກາລັດຖະບານ ແລະ ກະຊວງແຜນການ ແລະ ການລົງທຶນ.
ການສຳມະນາໃນຄັ້ງນີ້ໄດ້ເຕົ້າໂຮມເອົາເຈົ້າໜ້າທີ່ກວດກາ ຈຳນວນ 25 ທ່ານ ຈາກແຂວງວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ນະຄອນຫຼວງວຽງຈັນ. ບົດບັນຍາຍ ແລະ ກິດຈະກຳໃນຫົວຂໍ້ກ່ຽວກັບການສໍ້ລາດບັງຫຼວງ ແລະ ການສືບສວນ-ສອບສວນດ້ານການເງິນ ແມ່ນຖືກນຳສະເໜີໂດຍຊ່ຽວຊານຈາກສະຖາບັນ ILSTA, ທ່ານນາງ ອາລິນາ ທີມຸດ, ທ່ານ ຈອນ ຄອນນໍລີ ແລະ ທ່ານ ຄີດທ໌ ຟາຄູຮາຊັນ ແລະ ຮອງຫົວໜ້າກົມກວດກາ-ຕ້ານການສໍ້ລາດບັງຫຼວງ, ອົງການກວດສອບລັດຖະບານ, ທ່ານ ເທບພະໄທ ພັນກ້າ. ການບັນຍາຍໄດ້ຮັບຄວາມສົນໃຈຈາກຜູ້ເຂົ້າຮ່ວມເປັນຢ່າງດີ ແລະ ຕາມດ້ວຍກິດຈະກຳຖາມ-ຕອບທີ່ນຳໄປສູ່ການສົນຖະນາກ່ຽວກັບຫົວຂໍ້ຢ່າງຄຶກຄື້ນ.
Comments are closed.