Author Archive | Ilsta

ບົດບັນຍາຍອອນລາຍໃນຫົວຂໍ້ກົດໝາຍສາກົນກ່ຽວກັບຜູ້ລີ້ໄພ

ບົດບັນຍາຍອອນລາຍໃນຫົວຂໍ້ກົດໝາຍສາກົນກ່ຽວກັບຜູ້ລີ້ໄພ, ນຳສະເໜີໂດຍ ທ່ານນາງ ທິບພາພອນ ສີພັນດອນ, ເຈົ້າໜ້າທີ່ໂຄງການສະຖາບັນ ILSTA ໄດ້ຖືກຈັດຂຶ້ນຜ່ານທາງ Zoom ໃນວັນທີ 25 ພຶດສະພາທີ່ຜ່ານມາ. ການບັນຍາຍໃນຄັ້ງນີ້ໄດ້ຮັບສຽງຕອບຮັບເປັນຢ່າງດີຈາກຜູ້ເຂົ້າຮ່ວມທັງໝົດ 120 ກວ່າທ່ານ, ລວມທັງນັກສຶກສາ ແລະ ອາຈານ ຈາກຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ. ຜູ້ບັນຍາຍໄດ້ນຳສະເໜີພາບລວມຂອງກົດໝາຍສາກົນກ່ຽວກັບຜູ້ລີ້ໄພ ແລະ ເປີດໂອກາດສຳລັບຜູ້ເຂົ້າຮ່ວມໄດ້ສົນທະນາກ່ຽວກັບສິດທິຂອງຜູ້ລີ້ໄພ, ຜ່ານການສົນທະນາກ່ຽວກັບກໍລະນີສຶກສາ ແລະ ການຖາມ-ຕອບຢ່າງຄຶກຄື້ນ. ສະຖາບັນ ILSTA ຂໍຂອບໃຈຜູ້ເຂົ້າຮ່ວມທຸກຄົນທີ່ປະກອບສ່ວນໃນກິດຈະກຳຄັ້ງນີ້. ພວກເຮົາຈະສືບຕໍ່ສົ່ງເສີມການຮຽນຮູ້ທາງອອນລາຍ ພ້ອມທັງ, ການມີສ່ວນຮ່ວມ ແລະ ເຂົ້າເຖິງຄວາມຮູ້ດ້ານກົດໝາຍໃນ ສປປ ລາວ.

Continue Reading

ບົດບັນຍາຍເປີດກວ້າງອອນລາຍກ່ຽວກັບຖະແຫຼງການສາກົກວ່າດ້ວຍສິດທິມະນຸດ

ສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການຈັດກິດຈະກຳສົ່ງເສີມການຮຽນຮູ້ກ່ຽວກັບສິດທິມະນຸດ!  “ບົດບັນຍາຍອອນລາຍກ່ຽວກັບຖະແຫຼງການສາກົນວ່າດ້ວຍສິດທິມະນຸດ” ນຳສະເໜີໂດຍ ເຈົ້າໜ້າທີ່ໂຄງການຈາກສາຖາບັນ ILSTA, ທ່ານນາງ ອາລິນາ ທີມຸດ ແລະ ທ່ານນາງ ທິບພາພອນ ສີພັນດອນ ມີຜູ້ເຂົ້າຮ່ວມຫຼາຍກວ່າ 135 ຄົນ. ສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ ຕ້ອງຂໍຂອບໃຈ ນັກສຶກສາ, ຄູອາຈານ ແລະ ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ ສຳລັບການຕອບຮັບທີ່ດີ, ການເປັນສ່ວນຮ່ວມຮັບຊົມບົດບັນຍາຍຂອງພວກເຮົາ, ທຸກໆການແລກປ່ຽນ ແລະ ຄຳຖາມ ທີ່ເຮັດໃຫ້ການບັນຍາຍໃນຄັ້ງນີ້ໜ້າສົນໃຈ ແລະ ເຕັມໄປດວ້ຍຄວາມກະຕືລືລົ້ນ.

Continue Reading

ບົດບັນຍາຍທາງອອນລາຍ ໃນຫົວຂໍ້ ” ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ”

ບົດບັນຍາຍທາງອອນລາຍ ໃນຫົວຂໍ້ ” ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ” ນຳສະເໜີ ແລະ ແປລາວໂດຍ ເຈົ້າໜ້າທີ່ໂຄງການຈາກສາຖາບັນ ILSTA, ທ່ານ ຄິດ ຟາຄູຮາຊັນ ແລະ ທ່ານນາງ ທິບພາພອນ ສີພັນດອນ ໄດ້ຮັບສຽງຕອບຮັບເປັນຢ່າງດີຈາກຜູ້ເຂົ້າຮ່ວມ ຈຳນວນ 100 ກວ່າຄົນໃນມື້ວານນິ້. ພວກເຮົາຂໍຂອບໃຈເປັນພິເສດຕໍ່ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ, ນັກສຶກສາ ແລະ ຄູອາຈານ ທຸກຄົນທີ່ເຂົ້າເຮົາກັບພວກເຮົາ. ພວກເຮົາຫວັງວ່າທຸກຄົນຈະໄດ້ຮັບຄວາມຮູ້ ແລະ ເພີດເພີນກັບການບັນຍາຍຄັ້ງນີ້ເຊັ່ນດຽວກັນກັບພວກເຮົາ. ບົດບັນຍາຍອອນລາຍຂອງພວກເຮົາຍັງບໍ່ໝົດແຕ່ພຽງເທົ່ານີ້! ພວກເຮົາຍັງຈະມີບົດບັນຍາຍອອນລາຍໃນຫົວຂໍ້ອື່ນໆທີ່ໜ້າສົນໃຈກ່ຽວກັບກົດໝາຍມານຳສະເໜີໃນໄວໆນີ້. ກະລຸນາຕິດຕາມຂໍ້ມູນກ່ຽວກັບບົດບັນຍາຍທາງອອນລາຍຂອງຂອງສະຖາຍັນ ILSTA ກອ່ນໃຜໄດ້ທີ່ ILSTA’s official Facebook page!

Continue Reading

ການເຂົ້າຮ່ວມເປັນສະມາຊິກໃນ “ກຸ່ມບົດບັນຍາຍອອນລາຍ” ສຳລັບພະນັກງານລັດຖະກອນ

ສະຖາບັນ ILSTA ກຳລັງຫັນເຂົ້າສູ່ການເຮັດວຽກທາງອອນລາຍ, ໂດຍພວກເຮົາໄດ້ປະຕິບັດຕາມແຈ້ງການ ຈາກນາຍົກລັດຖະມົນຕີ ໃນມື້ວານນີ້ ກ່ຽວກັບມາດຕະການ ການກັກພື້ນທີ່ ຂອງນະຄອນຫຼວງວຽງຈັນ. ພວກເຮົາຂໍເຊີນຊວນ ພະນັກງານລັດຖະກອນທຸກທ່ານ ເຂົ້າຮ່ວມເປັນສະມາຊິກໃນ “ກຸ່ມບົດບັນຍາຍອອນລາຍ” ຂອງສະຖາບັນພວກເຮົາ ແລະ ຮັບຊົມວິດີໂອໃນຫົວຂໍ້ຕ່າງໆກ່ຽວກັບກົດໝາຍເຊັ່ນ: ການຄ້າມະນຸດ, ການຟອກເງິນ, ປະເພດຂອງອາຊະຍາກຳ, ການຕ້ານການສໍ້ລາດບັງຫຼວງ ແລະ ອື່ນໆ ໂດຍບໍ່ເສຍຄ່າໃຊ້ຈ່າຍ. ບັນດາທ່ານທີ່ເປັນພະນັກງານລັດຖະກອນ ສາມາດເຂົ້າຮ່ວມ “ກຸ່ມບົດບັນຍາຍອອນລາຍ” ໄດ້ຕາມລິງຄ໌ຕໍ່ໄປນີ້: https://www.facebook.com/groups/ILSTA.LECTURES ຫລື ສົ່ງຂໍ້ຄວາມຫາພວກເຮົາ! ຂໍໃຫ້ທຸກທ່ານຈົ່ງມີສະຕິລະວັງຕົວ ແລະ ປອດໄພ! ຫວັງວ່າຈະໄດ້ພົບທ່ານໃນບົດບັນຍາຍອອນລາຍຂອງພວກເຮົາ!

Continue Reading

ການຢ້ຽມຢາມຄຳນັບອົງການໄອຍະການປະຊາຊົນສູງສຸດແຫ່ງ ສປປ ລາວ

ຕໍ່ກັບການແຕ່ງຕັ້ງປະທານອົງການໄອຍະການປະຊາຊົນສູງສຸດແຫ່ງ ສປປ ລາວ, ສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ ໄດ້ໃຫ້ການຢ້ຽມຢາມຄຳນັບຢ່າງອົບອຸ່ນ ຕໍ່ອົງການໄອຍະການປະຊາຊົນສູງສຸດແຫ່ງ ສປປ ລາວ. ປະທານສະຖາບັນ ILSTA, ທ່ານ ຣິຊາດ ຟີລິບປາກ ພົບກັບ ຫົວໜ້າອົງການໄອຍະການປະຊາຊົນສູງສຸດແຫ່ງ ສປປ ລາວ, ທ່ານ ໄຊຊະນະ ໂຄດພູທອນ. ການສົນທະນາຂອງທັງສອງຝ່າຍ ໄດ້ສຸມໃສ່ການຮ່ວມມືຂອງສະຖາບັນ ILSTA ກັບ ອອປສ ຕັ້ງແຕ່ປີ 2016, ນັບຕັ້ງແຕ່ພວກເຮົາໄດ້ຈັດກອງປະຊຸມສຳມະນາຮ່ວມກັນທັງໝົດ 120 ຄັ້ງ. ບາງຂີດໝາຍຂອງການຮ່ວມມືຂອງພວກເຮົາ ແມ່ນການສະໜັບສະໜູນ ດ້ານວິຊາການ ທີ່ສະຖາບັນ ILSTA ສະໜອງໃຫ້ ໃນການຮ່າງກົດໝາຍວ່າດ້ວຍການຊ່ວຍເຫຼືອເຊິ່ງກັນ ແລະ ກັນດ້ານກົດໝາຍ, ເຊິ່ງໄດ້ ສຳເລັດລົງ ແລະ ຮັບຮອງເອົາກົດໝາຍໃນປີກ່ອນນີ້. ສະຖາບັນ ILSTA ໄດ້ໃຫ້ການສະໜັບສະໜູນ ໃນການເພີ່ມທະວີການຮ່ວມມືສາກົນກັບ ອອປສ, ໂດຍສະເພາະ ພາຍໃນເຄືອຂ່າຍໄອຍະການຂອງອາຊຽນ. ອີກໜຶ່ງຜົນສຳເລັດ ກໍແມ່ນຫຼັກສູດພາສາອັງກິດດ້ານກົດໝາຍ ສຳລັບ […]

Continue Reading

ກິດຈະກຳເຜີຍແຜ່ຂໍ້ມູນກ່ຽວກັບປະມວນກົດໝາຍອາຍາ ແລະ ກົດໝາຍວ່າດວ້ຍການດຳເນີນຄະດີອາຍາ

ສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການໄດ້ໄປຢ້ຽມຢາມຫ້ອງສະໝຸດ ຂອງສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ, ສານປະຊາຊົນສູງສຸດ ໃນວັນທີ 6 ເມສາ ທີ່ຜ່ານມາ. ປະທານສະຖາບັນ ILSTA, ທ່ານ ຣິຊາດ ຟີລິບປາກ ໄດ້ພົບປະ ແລະ ໂອລົມກັບ ຫົວໜ້າສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ, ທ່ານ ອານິສັກ ຫວ່າງວິຈິດ, ກ່ຽວກັບການຮ່ວມມືກັນເພື່ອສົງເສີມພື້ນຖານ ສູ່ການກາຍເປັນສານດີເດັ່ນ ແລະ ການຝຶກອົບຮົມກ່ຽວກັບການຮັກສາ ແລະ ພັດທະນາຫ້ອງສະໝຸດ. ໃນການຢ້ຽມຍາມຄັ້ງນີ້ ສະຖາບັນ ILSTA ໄດ້ມອບປື້ມປະມວນກົດໝາຍອາຍາ ແລະ ປື້ມກົດໝາຍວ່າດວ້ຍການດຳເນີນຄະດີອາຍາ ຈຳນວນ 300 ກວ່າສະບັບ, ພ້ອມທັງມອບ ບັນດາປື້ມຄູ່ມື ແລະ ໂປສເຕີໃນດ້ານວິຊາການ ໃນຫຼາກຫຼາຍຫົວຂໍ້ດ້ານກົດໝາຍ ຈຳນວນ ຫຼາຍກວ່າ 300 ສະບັບ ໃຫ້ແກ່ຫ້ອງສະໝຸດ ຂອງສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ, ສານປະຊາຊົນສູງສຸດ.

Continue Reading

ກິດຈະກຳເຜີຍແຜ່ຂໍ້ມູນ ແລະ ປູກຈິດສຳນຶກຕ້ານການສໍ້ລາດບັງຫຼວງແກ່ພະນັກງານກວດກາ ຈາກມະຫາວິທະຍາໄລແຫ່ງຊາດ

ຄຽງຄູ່ກັບການຈັດ ກອງປະຊຸມກ່ຽວກັບການຕ້ານການສໍ້ລາດບັງຫຼວງ, ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ, ສະຖາບັນ ILSTA ໄດ້ຈັດ ກິດຈະກຳເຜີຍແຜ່ຂໍ້ມູນ ແລະ ປູກຈິດສຳນຶກ ຕ້ານການສໍ້ລາດບັງຫຼວງ ຂຶ້ນໃນວັນພຸດທີ່ຜ່ານມາ ແກ່ພະນັກງານກວດກາ ຈາກມະຫາວິທະຍາໄລແຫ່ງຊາດ. ພະນັກງານກວດກາຈາກ ຈາກມະຫາວິທະຍາໄລແຫ່ງຊາດ ໄດ້ຮັບການແນະນຳ ກ່ຽວກັບ ວິທີການເຂົ້າເຖິງຂໍ້ມູນຂ່າວສານ ແລະ ບົດບັນຍາຍດ້ານກົດໝາຍ ທາງອິນເຕີເນັດ ຂອງສະຖາບັນ ILSTA, ເຊິ່ງພວກເຂົາສາມາດເຂົ້າເບິ່ງ ວິດີໂອ, ບົດບັນຍາຍອອນລາຍ ແລະ ອຸປະກອນດ້ານວິຊາການກ່ຽວກັບກົດໝາຍ, ໂດຍສະເພາະກ່ຽວກັບປະເພດຂອງການສໍ້ລາດບັງຫຼວງ. ວິດີໂອ ກ່ຽວກັບຮູບແບບຂອງການສໍ້ລາດບັງຫຼວງ ໄດ້ຖືກນຳສະເໜີ ແລະ ແນະນຳໃຫ້ເປັນອີກເຄື່ອງມືໜຶ່ງ ທີ່ສາມາດນຳໃຊ້ໃນການ ສ້າງຈິດສຳນຶກຕ້ານການສໍ້ລາດບັງຫຼວງ ໃຫ້ແກ່ປະຊາຊົນທົ່ວໄປ ແລະ ໃນລະດັບສະຖາບັນ. ໃນຕອນທ້າຍຂອງກິດຈະກຳ, ຜູ້ເຂົ້າຮ່ວມທຸກຄົນ ໄດ້ຮັບໂປສເຕີ ກ່ຽວກັບການຕ້ານການສໍ້ລາດບັງຫຼວງ, ເຊິ່ງໄດ້ກວມເອົານິຍາມຂອງການໃຫ້ ແລະ ຮັບສິນບົນ, ການຊື້ຂາຍອິດທິພົນ, ການສໍ້ໂກງ ແລະ ການສວຍໃຊ້ອຳນາດໃນທາງທີ່ຜິດ.

Continue Reading

“ກອງປະຊຸມຕ້ານການສໍ້ລາດບັງຫຼວງ, ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ“ ແກ່ພະນັກງານກວດກາ ຈາກມະຫາວິທະຍາໄລແຫ່ງຊາດ

“ກອງປະຊຸມຕ້ານການສໍ້ລາດບັງຫຼວງ, ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ“ ແກ່ພະນັກງານກວດກາ ຈາກມະຫາວິທະຍາໄລແຫ່ງຊາດ, ໄດ້ຖືກຈັດຂຶ້ນໂດຍ ສະຖາບັນ ILSTA ແລະ ຫ້ອງການກວດກາຂອງມະຫາວິທະຍາໄລແຫ່ງຊາດ, ທີ່ຫ້ອງຝຶກອົບຮົມຂອງສະຖາບັນ ILSTA ໃນອາທິດນີ້, ໃຫ້ກຽດເປັນປະທານໂດຍ ຮອງອະທິການບໍດີມະຫາວິທະຍະໄລແຫ່ງຊາດ, ທ່ານ ຮສ ໂພສີ ທິບດາວັນ ແລະ ປະທານສະຖາບັນ ILSTA, ທ່ານ ຣິຊາດ ຟີລິບປາດ. ເຈົ້າໜ້າທີ່ຫຼາຍກວ່າ 20 ທ່ານຈາກຫ້ອງການກວດກາຈາກມະຫາວິທະຍາໄລແຫ່ງຊາດ, ອົງການກວດກາລັດ ແລະ ສຳນັກງານຂໍ້ມູນຕ້ານການຟອກເງິນ ໄດ້ເຕົ້າໂຮມກັນເພື່ອສ້າງຄວາມເຂົ້າໃຈ ແລະ ຄວາມສາມາດ ຕໍ່ການກວດກາ ແລະ ສືບສວນ ການສໍ້ລາດບັງຫຼວງ, ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ. ຜູ້ອຳນວຍການສະຖາບັນ ILSTA, ທ່ານ ຈອນ ຄອນນໍລີ ແລະ ເຈົ້າໜ້າທີ່ໂຄງການສະຖາບັນ ILSTA, ທ່ານນາງ ອາລິນາ ທີມຸດ ແລະ ທ່ານ […]

Continue Reading

ຫຼັກສູດຮຽນພາສາອັງກິດດ້ານກົດໝາຍ ໂດຍສະຖາບັນ ILSTA

ຫຼັກສູດຮຽນພາສາອັງກິດດ້ານກົດໝາຍ ໂດຍສະຖາບັນ ILSTA ແມ່ນເປີດສອນພາສາອັງກິດ ໃຫ້ແກ່ພະນັກງານລັດຖະກອນລາວຈາກ 19 ສະຖາບັນໃນຂະແໜງກົດໝາຍ, ທີ່ນະຄອນຫຼວງວຽງຈັນ. ຜູ້ເຂົ້າຮ່ວມຮຽນນຳພວກເຮົາ ແມ່ນຮຽນ 6 ຊົ່ວໂມງຕໍ່ອາທິດ ແລະ ໃນຂະນະດຽວກັນກໍຍັງສາມາດສືບຕໍ່ອາຊີບຫຼັກຂອງພວກເຂົາ. ພວກເຮົາມີທັງຫຼັກສູດສອນໃນຫ້ອງຮຽນ ແລະ ທາງ online. ໃນຂະນະນີ້, ຫຼັກສູດຮຽນພາສາອັງກິດດ້ານກົດໝາຍ ໂດຍສະຖາບັນ ILSTA ແມ່ນກຳລັງເປີດສອນຢູ່ທີ່ ນະຄອນປາກເຊ ແລະ ອີກບໍ່ດົນແມ່ນຈະເປີດສອນທີ່ຫຼວງພະບາງ ເຊັ່ນດຽວກັນ. ຖ້າທ່ານແມ່ນພະນັກງານລັດຖະກອນ ແລະ ຢາກປັບປຸງທັກສະພາສາອັງກິດຂອງທ່ານ, ເຂົ້າຮ່ວມຮຽນກັບພວກເຮົາຟີຣ! ກະລຸນາຕິດຕໍ່ພວກເຮົາ, ໂດຍການສົ່ງຂໍ້ຄວາມຫາພວກເຮົາໃນ Facebook ແລ້ວ ພວກເຮົາຈະຊອກຫາຫຼັກສູດທີ່ເໝາະສົມສຳລັບທ່ານ!

Continue Reading

ກິດຈະກຳເຜີຍແຜ່ຂໍ້ມູນຕ້ານການສໍ້ລາດບັງຫຼວງ ໂດຍຮ່ວມມືກັບ ອົງການກວດກາລັດ ແລະ ກະຊວງໂຍທາທິການ ແລະ ຂົນສົ່ງ

ສະຖາບັນ ILSTA ໄດ້ຈັດກິດຈະກຳເຜີຍແຜ່ຂໍ້ມູນຕ້ານການສໍ້ລາດບັງຫຼວງ ໂດຍຮ່ວມມືກັບ ອົງການກວດກາລັດ ແລະ ກະຊວງໂຍທາທິການ ແລະ ຂົນສົ່ງ. ຜ່ານກິດຈະກຳເຜີຍແຜ່ຂໍ້ມູນຕ້ານການສໍ້ລາດບັງຫຼວງ, ຜູ້ເຂົ້າຮ່ວມທັງໝົດ 120 ຄົນໄດ້ເຂົ້າຮ່ວມ ການນຳສະເໜີຫຼາຍຊຸດ ຈາກຊ່ຽວຊານຂອງ ອົງການກວດກາລັດ ແລະ ສະຖາບັນ ILSTA, ໃນຫົວຂໍ້ການຕ້ານສໍ້ລາດບັງຫຼວງ ແລະ ວຽກງານກວດກາຂອງອົງການກວດກາລັດ ໃນຂັ້ນສູນກາງ ແລະ ຂັ້ນຮາກຖານ. ສະຖາບັນ ILSTA ໄດ້ສະໜອງໂປສເຕີ ຈຳນວນໜຶ່ງ ແລະ ວີດີໂອ ຕ້ານການສໍ້ລາດບັງຫຼວງໃຫ້ແກ່ອົງການກວດກາລັດ ແລະ ກະຊວງໂຍທາທິການ ແລະ ຂົນສົ່ງ, ເພື່ອສະໜັບສະໜູນວຽກງານໃນການຕ້ານສໍ້ລາດບັງຫຼວງ. ໃນຕອນທ້າຍຂອງກິດຈະກຳ, ສະຖາບັນ ILSTA ໄດ້ຮັບໃບຍ້ອງຍໍຈາກກະຊວງໂຍທາທິການ ແລະ ຂົນສົ່ງ ແທນຄຳຂອບໃຈໃນການສະໜັບສະໜູນ ດ້ານອຸປະກອນໂຄງສະນາ ໃນການຕ້ານການສໍ້ລາດບັງຫຼວງແກ່ກະຊວງ.

Continue Reading