ການແຂ່ງຂັນສານຈຳລອງລະດັບປະເທດກ່ຽວກັບກົດໝາຍມະນຸດສະທຳສາກົນ

ໃນວັນທີ 20-21 ເດືອນ ພະຈິກ ທີ່ຜ່ານມານີ້, ການແຂ່ງຂັນສານຈຳລອງລະດັບປະເທດ ກ່ຽວກັບກົດໝາຍມະນຸດສະທຳສາກົນ ໂດຍອົງການກາແດງສາກົນ ໄດ້ຖືກຈັດຂຶ້ນທີ່ ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ.

ຜູ້ເຂົ້າແຂ່ງຂັນລວມມີທັງໝົດ 6 ທີມ ປະກອບດ້ວຍນັກສຶກສາ 2 ຄົນຕໍ່ທີມ ເຊິ່ງໄດ້ສະແດງບົດບາດການເປັນທະນາຍຄວາມ ຫຼື ໄອຍະການ ໃຫ້ແກ່ ຝ່າຍຈຳເລີຍ ແລະ ໂຈດ ໃນການວ່າຄວາມກ່ຽວກັບ ຄະດີ ຕໍ່ໜ້າສານອາຍາສາກົນ. ການແຂ່ງຂັນສານຈຳລອງຂອງອົງການກາແດງສາກົນນີ້ເປັນໂອກາດທີ່ດີຫຼາຍໃຫ້ແກ່ນັກສຶກສາ ໃນການຝຶກທັກສະ ການຄົ້ນຄິດທາງດ້ານກົດໝາຍ ໂດຍການອ້າງເຫດຜົນ ແລະ ຮຽນຮູ້ວິທີການປັບປຸງຂໍ້ໂຕ້ແຍ້ງຂອງຕົນຢ່າງເໝາະສົມພ້ອມທັງໄດ້ພັດທະນາທັກສະການນຳສະເໜີ, ການໂຕ້ວາທີ ແລະ ທັກສະພາສາອັງກິດນຳອີກດ້ວຍ! 

ທີມຜູ້ເຂົ້າແຂ່ງຂັນທັງໝົດນີ້ ໄດ້ຜ່ານການຝຶກອົບຮົມໂດຍ ທ່ານ ປອ ເພີຣີນ ໄຊມອນ ຈາກ ມະຫາວິທະຍາໄລລຸກຊຳບວກ. ນອກຈາກນີ້, ທາງສະຖາບັນ ILSTA ຂອງພວກເຮົາກໍໄດ້ປະກອບສ່ວນເຂົ້າໃນການແຂ່ງຂັນຄັ້ງນີ້ ໂດຍຜູ້ຊ່ຽວຊານ ທ່ານ ນາງ ອາລີນາ ຕີມຸສ໌ ໄດ້ເຂົ້າຮ່ວມເປັນ ຜູ້ພິພາກສາ ສຳລັບຮອບສຸດທ້າຍນຳອີກດ້ວຍ.

ຂໍສະແດງຄວາມຍິນດີກັບຜູ້ເຂົ້າຮ່ວມແຂ່ງຂັນໝົດທຸກຄົນ ໂດຍສະເພາະ ທີມຊະນະເລີດ ໄດ້ແກ່ ນາງ ລຸ້ງລາວັນ ວົງໄຊ ແລະ ທ້າວ ສຸກສະຫວັນ ວົງທອງຈິດ ທີ່ຈະໄດ້ເດີນທາງໄປແຂ່ງຂັນໃນຮອບສາກົນໃນເດືອນມີນາ.

Comments are closed.