Archive | ກອງປະຊຸມປະຈຳປີ

ຜູ້ຊະນະເລີດເເບບທົດສອບຖາມ-ຕອບໃນກອງປະຊຸມເເຫ່ງຊາດຄັ້ງທີ 4

ໃນຊ່ວງກອງປະຊຸມເເຫ່ງຊາດທາງສະຖາບັນ ILSTA ໄດ້ຈັດເເບບທົບສອບຖາມ-ຕອບກອງປະຊຸມຂຶ້ນໃນທຸກໆປີ. ໂດຍເເບບທົບສອບດັ່ງກ່າວນັ້ນປະກອບມີຄຳຖາມທາງດ້ານກົດໝາຍຫຼາຍໆຢ່າງໂດຍເນັ້ນໃສ່ອາຊະຍະກຳເເບບມີການຈັດຕັ້ງ, ປະເພດຂອງອາຊະຍາກຳ ເເລະ ກ່ຽວກັບກໍລະນີສຶກສາທາງດ້ານກົດໝາຍອາຍາ. ໃນປີນີ້ຜູ້ຊະນະເລີດເເບບທົດສອບຖາມ-ຕອບເເມ່ນ ທ່ານ ໄຊພົນ ສີສຸພັນ, ຈາກຄະນະກຳມະການເເຫ່ງຊາດລາວເພື່ອກວດກາ ເເລະ ຄວບຄຸມຢາເສບຕິດ, ນະຄອນຫຼວງວຽງຈັນ. ຂໍສະເເດງຄວາມຊົມເຊີຍຈາກສະຖາບັນ ILSTA ເເລະ ອົງການໄອຍະການປະຊາຊົນສູງສຸດ.

Continue Reading

ການສະແດງການທົດລອງຂອງສານຈຳລອງທີ່ກອງປະຊຸມແຫ່ງຊາດຄັ້ງທີ 4

ເພື່ອເປັນການສຸມໃສ່ຫຼັກຖານໃນການດຳເນີນຄະດີອາຍາ, ກອງປະຊຸມແຫ່ງຊາດຄັ້ງທີ 4, ຈັດໂດຍ ອອປສ ແລະ ສະຖາບັນ ILSTA, ໄດ້ນຳສະເໜີການສະແດງການທົດລອງຂອງສານຈຳລອງ, ສະແດງໃຫ້ເຫັນຕົວຢ່າງທີ່ເປັນປະໂຫຍດ ແລະຄວາມສຳຄັນຂອງຫຼັກຖານໃນການດຳເນີນຄະດີທາງອາຍາ. ນີ້ຖືວາເປັນປາກົດການ ແລະ ການນຳສະເໜີເຖິງວິທີການໃໝ່ໆ, ເຊິ່ງສາມາດເຫັນໄດ້ຈາກການນຳສະເໜີຂອງບັນດາຊ່ຽວຊານ, ການຈຳລອງຮູບເເບບການພິຈາລະນາຄະດີອາຍາທັງສອງຄະດີໃນການເຮັດສານຈຳລອງ. ກິດຈະກຳດັ່ງກ່າວໄດ້ເຮັດໃຫ້ຜູ້ເຂົ້າຮ່ວມມີໂອກາດສຳພັດເຖິງຄວາມສຳຄັນຕໍ່ກັບຂະບວນການພິຈາລະນາຄະດີຂອງສານຕ່າງໆ, ການເຄົາລົບສິດທິຂອງຜູ້ເຂົ້າຮ່ວມທັງໝົດ ເເລະ ການນຳໃຊ້ກົດໝາຍໃຫ້ມີປະສິດທິພາບໂດຍທົ່ວໄປ. ກິດຈະກຳເເບບນີ້ສາມາດຊ່ວຍໃຫ້ບັນດາຜູ້ເຂົ້າຮ່ວມໄດ້ເຂົ້າໃຈ ເເລະ ປັບປຸງເເນວທາງການປະຕິບັດຕໍ່ກັບຂັ້ນຕອນຕ່າງໆທີ່ຖືກວາງອອກ, ເເນວທາງທີ່ຄວນປະຕິບັດຕາມກົດໝາຍ.

Continue Reading

ຄັ້ງທີ 4 ຂອງກອງປະຊຸມຕ້ານອາຊະຍາກໍາຂ້າມຊາດທີ່ມີການຈັດຕັ້ງ ໂດຍສະເພາະແມ່ນບັນຫາການຟອກເງິນ, ການຊ່ວຍເຫຼືອຊຶ່ງກັນ ແລະ ກັນທາງດ້ານກົດໝາຍ ແລະ ການເກັບກໍາຫຼັກຖານໃນການດໍາເນີນຄະດີອາຍາ

ກອງປະຊຸມຕ້ານອາຊະຍາກໍາຂ້າມຊາດທີ່ມີການຈັດຕັ້ງ ໂດຍສະເພາະແມ່ນບັນຫາການຟອກເງິນ, ການຊ່ວຍເຫຼືອຊຶ່ງກັນ ແລະ ກັນທາງດ້ານກົດໝາຍ ແລະ ການເກັບກໍາຫຼັກຖານໃນການດໍາເນີນຄະດີອາຍາ ໄດ້ຈັດຂຶ້ນໃນວັນທີ 11 ຫາ 13 ກຸມພາ, ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ. ເຊິ່ງໄດ້ເຕົ້າໂຮມເອົາບັນດາເຈົ້າໜ້າທີ່ຈຳນວນໜຶ່ງຈາກຫ້ອງການໄອຍະການປະຊາຊົນສູງສຸດ, ຜູ້ຊ່ຽວຊານສາກົນ ຈາກສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການ (ILSTA), ອຳນາດການປົກຄອງຈາກ 17 ແຂວງ ແລະ ແຂກຈາກບັນຫາສະຖານທູດ. ໃນປີນີ້ປະເທດລາວຈະປະເຊີນກັບການປະເມີນຜົນຄັ້ງທີສອງໂດຍກຸ່ມຮວ່ມມືເພື່ອຕໍ່ຕ້ານການຟອກເງິນອາຊີປາຊີຟິກ ເພື່ອປະເມີນການຈັດຕັ້ງປະຕິບັດຕາມຄຳແນະນຳທັງ40ຂໍ້ຈາກໜວ່ຍງານປະຕິບັດທາງດ້ານການເງິນ (FATF). ຂໍ້ສະເໜີແນະແມ່ນມາດຕະການຕອບໂຕ້ຕໍ່ການຟອກເງິນເຊິ່ງກວມເອົາລະບົບຍຸຕິທຳທາງອາຍາແລະ ການບັງຄັບໃຊ້ກົດໝາຍ, ລະບົບການເງິນ ແລະ ລະບຽບການ, ແລະ ການຮ່ວມມືສາກົນ. ກອງປະຊຸມແຫ່ງຊາດຄັ້ງນີ້ໄດ້ສະໜັບສະໜູນວາລະການປະຕິຮູບຂອງປະເທດລາວໃຫ້ຈົບຈາກສະຖານະພາບປະເທດດ້ອຍພັດທະນາ ແລະ ແກ້ໄຂສິ່ງທ້າທາຍຕ່າງໆທີ່ກ່ຽວຂ້ອງກັບອາຊະຍາກຳທີ່ມີການຈັດຕັ້ງ. ປະເທດລາວໄດ້ເປັນສະມາຊິກຂອງສົນທິສັນຍາສາກົນໃນການແກ້ໄຂບັນຫາເຫຼົ່ານີ້ ແລະ ໃນປີທີ່ຜ່ານມາໄດ້ມີການເຜີຍແຜ່ປະມວນກົດໝາຍອາຍາສະບັບປີ 2017 ແລະ ກົດໝາຍວ່າດ້ວຍການດຳເນີນຄະດີອາຍາ ສະບັບປີ 2017. ໃນຄັ້ງນີ້ກອງປະຊຸມໄດ້ຈັດຂຶ້ນໂດຍການເປັນ ປະທານຮ່ວມຂອງ ທ່ານ ຈັນທີ ໂປລິວັນ ຫົວໜ້າກົມຕິດຕາມກວດກາການດຳເນີນຄະດີອາຍາ, ອົງການໄອຍະການປະຊາຊົນສູງສຸດ, ທ່ານ ແຊມ […]

Continue Reading