ກອງປະຊຸມໃຫຍ່ສະຫະປະຊາຊາດວ່າດ້ວຍການປ້ອງກັນອາຊະຍາກໍາ ແລະ ຂະບວນຍຸຕິທໍາທາງອາຍາ ຄັ້ງທີ 14

ກອງປະຊຸມໃຫຍ່ສະຫະປະຊາຊາດວ່າດ້ວຍການປ້ອງກັນອາຊະຍາກໍາ ແລະ ຂະບວນຍຸຕິທໍາທາງອາຍາສໍາລັບປີ 2020 ຊຶ່ງຖືກເລື່ອນມາໃນປີ 2021 ເນື່ອງຈາກການແຜ່ລະບາດຂອງພະຍາດໂຄວິດ ແມ່ນໄດ້ຖືກຈັດຂຶ້ນ ໃນວັນທີ 7-12 ມີນາ 2021 ຢູ່ທີ່ ນະຄອນກຽວໂຕ, ປະເທດຍີ່ປຸ່ນ. ຫົວຂໍ້ສໍາລັບກອງປະຊຸມໃຫຍ່ໃນປີນີ້ກໍຄື “ຍົກລະດັບການປ້ອງກັນອາຊະຍາກໍາ, ຂະບວນຍຸຕິທໍາທາງອາຍາ ແລະ ລັດແຫ່ງກົດໝາຍ ເພື່ອກ້າວສູ່ຜົນສໍາເລັດໃນເປົ້າໝາຍປີ 2030”.
ກອງປະຊຸມໃຫຍ່ສະຫະປະຊາຊາດວ່າດ້ວຍການປ້ອງກັນອາຊະຍາກໍາ ແລະ ຂະບວນຍຸຕິທໍາທາງອາຍາ ເປັນເຄືອຂ່າຍສາກົນທີ່ໃຫຍ່ທີ່ສຸດໃນໂລກ ໂດຍເຕົ້າໂຮມເອົາຫຼາກຫຼາຍພາກສ່ວນ ລວມມີ ບັນດາຜູ້ກໍານົດນະໂຍບາຍ, ຜູ້ປະຕິບັດ, ສະຖາບັນການສຶກສາ, ອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງທາງສັງຄົມ ໃນຂະແໜງວຽກງານປ້ອງກັນອາຊະຍາກໍາ ແລະ ຂະບວນຍຸຕິທໍາທາງອາຍາ ຊຶ່ງໄດ້ເຂົ້າຮ່ວມເພື່ອແລກປ່ຽນປະສົບການ ແລະ ຊອກຫາວິທີການແກ້ໄຂບັນຫາຮ່ວມກັນ ໃນຂອບເຂດທົ່ວໂລກ, ແລະ ສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການ (ILSTA) ເຫັນໄດ້ເຖິງຄວາມສໍາຄັນໃນວຽກງານດ້ານສະເພາະດັ່ງກ່າວນີ້.
ສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການ (ILSTA) ຮູ້ສຶກປິຕິຍິນດີທີ່ໄດ້ປະກອບສ່ວນສະໜັບສະໜູນການເຂົ້າຮ່ວມຂອງຄະນະຜູ້ແທນ ສປປ ລາວ ຢູ່ໃນກອງປະຊຸມກຽວໂຕຄັ້ງທີ 14 ນີ້ ຊຶ່ງເປັນສ່ວນໜຶ່ງໃນຂະບວນການສ້າງລັດແຫ່ງກົດໝາຍຂອງປະເທດ. ຄະນະຜູ້ແທນ ສປປ ລາວ ທີ່ເຂົ້າຮ່ວມກອງປະຊຸມກຽວໂຕໃນຄັ້ງນີ້ ນໍາພາໂດຍ ພະນະທ່ານ ໄຊສີ ສັນຕິວົງ, ລັດຖະມົນຕີກະຊວງຍຸຕິທໍາ.
ກອງປະຊຸມໃຫຍ່ວ່າດ້ວຍການປ້ອງກັນອາຊະຍາກໍາ ໄດ້ຕົກລົງເຫັນດີຮັບຮອງເອົາ ຖະແຫຼງການກຽວໂຕວ່າດ້ວຍການຕ້ານ, ສະກັດກັ້ນການເພີ່ມຂຶ້ນຂອງອາຊະຍາກໍາ ແລະ ສົ່ງເສີມການຟື້ນຟູສະພາບການຢ່າງທົ່ວເຖິງຈາກພະຍາດໂຄວິດ-19. ທ່ານສາມາດຊອກຫາຂໍ້ມູນເພີ່ມເຕີມກ່ຽວກັບກອງປະຊຸມໃຫຍ່ກຽວໂຕໄດ້ຕາມລິ້ງລຸ່ມນີ້: https://bit.ly/3c7kSk6
Comments are closed.