ການຈັດງານ University Challenge Quiz ຄັ້ງທິ 3

ສະຖາບັນຊ່ວຍເຫຼືອທາງດ້ານກົດໜາຍ ແລະ ວິຊາການ (ILSTA) ໄດ້ຮ່ວມມືກັບ ກຸ່ມນັກສຶກສາກົດໜາຍລາວ-ອາຊີ ຫລື ALSA Laos ໃນການຈັດງານ University Challenge Quiz ຄັ້ງທິ 3 ຂຶ້ນຢູ່ທີ່ ສະໂມສອນໃຫຍ່ , ມະຫາວິທະຍາໄລແຫ່ງຊາດລາວ; ໃຫ້ກຽດເຂົ້າຮ່ວມໂດຍທ່ານ ອາຈານ ເລັງສັກ ບຸນທະລາດ, ຫົວຫນ້າພະແນກຄຸ້ມຄອງນັກສຶກສາ, ຄະນະນິຕິສາດ-ລັດຖະສາດ ແລະ ທ່ານ ຈອນ ຄອນນໍລີ, ຜູ້ອຳນວຍການ ສະຖາບັນຊ່ວຍເຫລືອດ້ານກົດຫມາຍ ແລະ ວິຊາການ. ພ້ອມດ້ວຍບັນດານັກສຶກສາຈາກສະຖາບັນ ແລະ ຄະນະຕ່າງໆ, ປີນີ້ພວກເຮົາມີນັກສຶກສາເຂົ້າຮວ່ມເຖິງ 150 ຄົນ.

ກິດຈະກຳນີ້ກໍແມ່ນເພື່ອສົ່ງເສີມການສຶກສາ-ຮຽນຮູ້ໂດຍການສົ່ງເສີມໃຫ້ນັກສຶກສາລາວພັດທະນາຄວາມຮູ້-ຄວາມສາມາດຜ່ານກິຈະກຳນອກຫຼັກສູດ. ບັນຍາກາດໄດ້ດຳເນີນໄປຢ່າງຄຶກຄື້ນ. ຂໍສະແດງຄວາມຍິນດີແກ່ທຸກໆທີມທີ່ຜ່ານເຂົ້າຮອບ ແລະ ເປັນພາກສວ່ນໜຶ່ງໃນກິດຈະກຳເສີມສ້າງຄວາມຮູ້ໃນຄັ້ງນີ. ຫວັງຢ່າງຍິ່ງວ່າທຸກຄົນຈະໄດ້ຮັບປະສົບການ, ຄວາມຮູ້ໃນຫລາຍໆດ້ານ ແລະ ມິດຕະພາບທີ່ດີຈາກງານ.

 

Comments are closed.