ພີທີຝຶກອົບຮົມວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ໂດຍສະຖາບັນ ILSTA ຜ່ານການຮ່ວມມືກັບ ອົງການກວດກາລັດທີ່ ແຂວງຫົວພັນ.

ພີທີຝຶກອົບຮົມວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ໂດຍສະຖາບັນ ILSTA ຜ່ານການຮ່ວມມືກັບ ອົງການກວດກາລັດ, ໄດ້ຖືກຈັດຂຶ້ນໃນວັນທີ 15 ຫາ 17 ມັງກອນ, ທີ່ແຂວງຫົວພັນ.

ໃນການເປັນປະທານຮ່ວມລະຫວ່າງ ທ່ານ ຄຳສອນ ເທບວົງສົມ, ປະທານຄະນະກວດກາພັກແຂວງ ແລະ ທ່ານ ຈອນ ຄອນນໍລີ, ຜູ້ອຳນວຍການສະຖາບັນ ILSTA, ການຝຶກອົບຮົມໄດ້ເຕົ້າໂຮມຜູ້ເຂົ້າຮ່ວມປະມານ 96 ທ່ານ ແລະ ຜູ້ຕາງໜ້າຂັ້ນແຂວງຈາກອົງການກວດກາລັດ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງພາຍໃນ, ກະຊວງຍຸຕິທຳ, ສະພາການຄ້າ ແລະ ອຸດສາຫະກຳ, ລວມເຖິງສະຫະພັນແມ່ຍິງລາວ.

ໃນໄລຍະການຝຶກອົບຮົມເປັນເວລາ 3 ວັນ, ປະສົບການ ແລະ ບົດຮຽນກ່ຽວກັບການຕ້ານການສໍ້ລາດບັງຫຼວງໃນພາກພື້ນ ແລະ ສາກົນ ໄດ້ຖືກນຳສະເໜີ ແລະ ຖ່າຍທອດ ໂດຍຜ່ານການເຮັດກິດຈະກຳເປັນກຸ່ມ ແລະ ກໍລະນີສຶກສາ ໂດຍຊ່ຽວຊານຈາກສະຖາບັນ ILSTA, ທ່ານ Keith Farquharson ແລະ ທ່ານນາງ Alina Timus. ພອ້ມນັ້ນ, ກໍຍັງມີບັນດາບົດນຳສະເໜີກ່ຽວກັບການຕ້ານການສໍ້ລາດບັງຫຼວງ ແລະ ການສືບສວນຄະດີສໍ້ລາດບັງຫຼວງ ທີ່ຖືກນຳສະເໜີ ໂດຍຜູ້ຕາງໜ້າ ຈາກກົມກວດກາຕ້ານການສໍ້ລາດບັງຫຼວງ ແລະ ກົມສືບສວນ-ສອບສວນ ການສໍ້ລາດບັງຫຼວງ.

Comments are closed.