ກອງປະຊຸມຕ້ານການສໍ້ລາດບັງຫຼວງ, ຈັດຂຶ້ນທີ່ເມືອງໂພນສະຫວັນ, ແຂວງຊຽງຂວາງ

ສະຖາບັນຊວ່ຍເຫຼືອດ້ານກົດໝາຍ ແລະ ວິຊາການ ຮວ່ມມືກັບ ສານປະຊາຊົນສູງສຸດແຫ່ງ ສປປ ລາວ ໄດ້ຈັດກອງປະຊຸມຕ້ານການສໍ້ລາດບັງຫຼວງຂຶ້ນທີ່ເມືອງໂພນສະຫວັນ, ແຂວງ ຊຽງຂວາງ, ໂດຍໄດ້ເຕົ້າໂຮມເອົາບັນດາສານແຂວງຈາກ ຂັ້ນສູນກາງ, ແຂວງພາກເໜືອ ແລະ ອົງການກວດກາລັດ.

ໃນວັນທີ 10 – 11 ຕຸລາທີ່ຜ່ານມາ, ກອງປະຊຸມຕ້ານການສໍ້ລາດບັງຫຼວງໄດ້ຖືກຈັດຂຶ້ນໂດຍຜ່ານການເປັນປະທານຮ່ວມຂອງ ຮອງປະທານສານປະຊາຊົນສູງສຸດແຫ່ງ ສປປ ລາວ, ທ່ານ ຄຳພັນ ບຸນພາຄົມ ແລະ ຫົວໜ້າຝ່າຍບໍລິຫານ ສະຖາບັນຊວ່ຍເຫຼືອດ້ານກົດໝາຍ ແລະ ວິຊາການ, ທ່ານ ຈອນ ຄອນນໍລີ.

ກອງປະຊຸມໄດ້ເຕົ້າໂຮມເອົາບັນດາຊ່ຽວຊານ ແລະ ຜູ້ພິພາກສາໃນການແລກປ່ຽນຂໍ້ມູນ ແລະ ຄວາມຮູ້ກ່ຽວກັບການສໍ້ລາດບັງຫຼວງ ແລະ ສາຍສຳພັນລະຫວ່າງ ການສໍ້ລາດບັງຫຼວງ ແລະ ການກະທຳຜິດທາງອາຍາປະເພດອື່ນໆເຊັ່ນການຟອກເງິນ, ໂດຍການເນັ້ນໃສ່ມາດຕະຖານສາກົນ ແລະ ການປະຕິບັດທີ່ດີທີ່ສຸດ ໂດຍສຸມໃສ່ບົດບັນຍັດຂອງອະນຸສັນຍາສະຫະປະຊາຊາດວ່າດວ້ຍການຕ້ານການສໍ້ລາດບັງຫຼວງ (UNCAC). ໃນຄັ້ງນີ້ມີຜູ້ເຂົ້າຮ່ວມຫລາຍກວ່າ 60 ທ່ານ ຈາກສະຖາບັນ ILSTA ແລະບັນດາສານຂັ້ນສູນກາງ ແລະ ແຂວງ: ຈາກພາກກາງ ແລະ 8 ແຂວງພາກເໜືອ, ລວມມີ ນະຄອນຫຼວງວຽງຈັນ, ແຂວງຜົ້ງສາລີ, ຫຼວງນໍ້າທາ, ບໍ່ແກ້ວ, ຫົວພັນ, ອຸດົມໄຊ, ຫຼວງພະບາງ, ຊຽງຂວາງ ແລະ ໄຊຍະບູລີ.

Comments are closed.