ກອງປະຊຸມສ້າງຄວາມເຂັ້ມແຂງກ່ຽວກັບການຕ້ານອາຊະຍາກຳຂ້າມຊາດທີ່ມີການຈັດຕັ້ງ ຢູ່ໃນ ສປປ ລາວ


ພະນັກງານ ແລະ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ໃນຂອບເຂດທົ່ວປະເທດ ເຂົ້າຮ່ວມກອງປະຊຸມກ່ຽວກັບການຕ້ານອາຊະຍາກຳຂ້າມຊາດທີ່ມີການຈັດຕັ້ງ

ບັນດາພະນັກງານ ແລະ ເຈົ້າໜ້າທີ່ຫຼາຍກວ່າ 420 ທ່ານ ເຂົ້າຮ່ວມກອງປະຊຸມ “ສ້າງຄວາມເຂັ້ມແຂງກ່ຽວກັບການຕ້ານອາຊະຍາກຳຂ້າມຊາດທີ່ມີການຈັດຕັ້ງ ຢຸ່ໃນ ສປປ ລາວ”. ກອງປະຊຸມໄດ້ຈັດຂຶ້ນຢູ່ທີ່ ນະຄອນຫຼວງວຽງຈັນ ລະຫວ່າງ ວັນທີ 27 ກຸມພາ ເຖິງ ວັນທີ 1 ມີນາ.

ບັນຫາທີ່ເນັ້ນໜັກຂອງກອງປະຊຸມໃນຄັ້ງນີ້ແມ່ນກ່ຽວກັບ ການຄ້າຂາຍຢາເສບຕິດ ແລະ ການຟອກເງິນ. ຜູ້ເຂົ້າຮ່ວມແມ່ນຕົວແທນຈາກທັງໝົດ 17 ແຂວງ ຂອງ ສປປ ລາວ. ຜູ້ເຂົ້າຮ່ວມແມ່ນລວມມີ ໄອຍະການແຂວງ, ຕຳຫຼວດ, ຜູ້ພິພາກສາ, ແລະ ຮອງເຈົ້າແຂວງ ຈາກທັງ 17 ແຂວງ.

ກອງປະຊຸມດັ່ງກ່າວຈັດຂຶ້ນໂດຍ ອົງການໄອຍະການປະຊາຊົນສູງສຸດ ໂດຍການຮ່ວມມືກັບ ສະຖາບັນ ILSTA ເຊິ່ງໃຫ້ກຽດຮ່ວມເປັນປະທານຈັດກອງປະຊຸມໂດຍ ທ່ານ ບຸນຍັງ ຈັນດາລາສານ, ຮອງປະທານ ອົງການໄອຍະການປະຊາຊົນສູງສຸດ ແລະ ທ່ານ Richard Philippart, ປະທານສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການ (ILSTA).

ໃນບົດກ່າວເປີດພິທີ, ທ່ານ ບຸນຍັງ ຈັນດາລາສານ ກ່າວວ່າ: “ອົງການໄອຍະການປະຊາຊົນສູງສຸດ ໄດ້ເນັ້ນໜັກການຮ່ວມມືລະຫວ່າງລັດຖະບານ ທັງໃນລະດັບສູນກາງ ແລະ ທ້ອງຖິ່ນ ລວມທັງ ບັນດາອົງການຈັດຕັ້ງສາກົນ ເພື່ອຕ້ານ ແລະ ຮັບມືກັບອາຊະຍາກຳຄ້າຂາຍຢາເສບຕິດ ແລະ ການຟອກເງິນ.”

ຜູ້ຊ່ຽວຊານ ທີ່ມາຈາກບັນດາອົງການຈັດຕັ້ງສາກົນ ເປັນຕົ້ນແມ່ນ ສະຖາບັນ  ILSTA, UNODC, ມະຫາວິທະຍາໄລ ລຸກຊຳບວກ, Center for the Study of Democracy ແລະ Bulgaria (CDS) ກໍໄດ້ໃຫ້ການນຳສະເໜີກ່ຽວກັບຫຼາຍບັນຫາທີ່ເກີດຈາກການຄຸກຄາມຂອງອາຊະຍາກຳທີ່ມີການຈັດຕັ້ງ. ຜູ້ເຂົ້າຮ່ວມໄດ້ຮຽນຮູ້ກ່ຽວກັບ ອາຊະຍາກຳຄ້າຂາຍຢາເສບຕິດ, ອາຊະຍາກຳຄ້າຂາຍສັດປ່າ, ອາຊະຍາກຳທາງສິ່ງແວດລ້ອມ, ການຟອກເງິນ, ການສໍ້ລາດບັງຫຼວງ, ການຄ້າມະນຸດ ແລະ ການລັກລອບ ເຂົ້າ-ອອກ ເມືອງຢ່າງຜິດກົດໝາຍ. ນອກນັ້ນ, ໃນກອງປະຊຸມ ຍັງຍົກເອົາບັນຫາກ່ຽວກັບ ອາຊະຍາກຳຄໍປົກຂາວ ແລະ ອາຊະຍາກຳທາງລະບົບຄອມພິວເຕີ.

 

  ຄວາມກັງວັນກ່ຽວກັບການຫັນການນຳໃຊ້ ຢາທີ່ມີຝິ່ນເຈືອປົນ ມາສູ່ ການຳໃຊ້ຢາທີ່ມາຈາກການສັງເຄາະທາງເຄມີໂດຍບໍ່ໄດ້ນຳໃຊ້ສານທີ່ມາຈາກທຳມະຊາດທ່ານ Inshik Sim ຈາກ UNODC ໄດ້ຍົກໃຫ້ເຫັນເຖິງແນວໂນ້ມຂອງຢາເສບຕິດຢູ່ໃນພາກພື້ນ. ເຖິງແມ່ນວ່າ ການຜະລິດຢາຝິ່ນ ຍັງສືບຕໍ່ຫຼຸດລົງ, ແຕ່ປະລິມານການຜະລິດ ແອມເຟຕາມິນ ຍັງມີທ່າອ່ຽງທີ່ເພີ່ມຂຶ້ນ ເຊິ່ງສົ່ງຜົນໃຫ້ລາຄາຂອງຢາຕາມທ້ອງຕະຫຼາດຫຼຸດລົງ.

ທ່ານ Sim ຍັງເວົ້າຕື່ມວ່າ ມີການຜະລິດ ຢາກະຕຸ້ນລະບົບປະສາດຊະນິດໃໝ່ ຢູ່ໃນພາກພື້ນຢ່າງຜິດກົົດໝາຍ, ເປັນຢາທີ່ມາຈາກການສັງເຄາະທາງເຄມີ  ແລະ ໄດ້ມີການສົ່ງອອກຂາຍ ສູ່ຕ່າງປະເທດ. ຢາເສບຕິດຊະນິດດັ່ງກ່າວໄດ້ແກ່ ເຟັນຕານິນ ເປັນຢາທີ່ແຮງກວ່າ ຢາຝິ່ນທຳມະຊາດ ເຖິງ 50 ເທົ່າ ແລະ ເປັນຕົ້ນເຫດຂອງຄວາມສ່ຽງຕໍ່ບັນຫາດ້ານສຸຂະພາບທີ່ຮ້າຍແຮງ.

ບັນດາໜ່ວຍງານລັດຖະບານກໍໄດ້ມີການນຳສະເໜີກ່ຽວກັບບັນດານິຕິກຳ ເປັນຕົ້ນແມ່ນ ກົດໝາຍສາກົນ ທີ່ນຳສະເໜີໂດຍ ກະຊວງການຕ່າງປະເທດ; ປະມວນກົດໝາຍອາຍາສະບັບໃໝ່ ນຳສະເໜີໂດຍ ກະຊວງຍຸຕິທຳ; ຂັ້ນຕອນການດຳເນີນຄະດີຢາເສບຕິດ ແລະ ຄະດີການຟອກເງິນ ນຳສະເໜີໂດຍ ອົງການໄອຍະການປະຊາຊົນສູງສຸດ; ແລະ ສະພາບລວມກ່ຽວກັບ ອາຊະຍາກຳທາງລະບົບຄອມພິວເຕີ ຢູ່ໃນອາຊຽນ ນຳສະເໜີໂດຍ ສານປະຊາຊົນສູງສຸດ.

ການຝຶກອົບຮົມພິເສດກ່ຽວກັບການຕ້ານການຟອກເງິນ

ຕົວແທນຕຳຫຼວດການາດາ (RCMP) ໄດ້ຈັດການຝຶກອົບຮົມພິເສດກ່ຽວກັບການຕ້ານການຟອກເງິນ ເຊິ່ງໄດ້ຍົກໃຫ້ເຫັນກໍລະນີສຶກສາ ທີ່ຊີ້ບອກສັນຍານຂອງການຟອກເງິນ ແລະ ຜູ້ເຂົ້າຮ່ວມກໍຍັງໄດ້ຮຽນຮູ້ກ່ຽວກັບວິທີການສືບສວນສອບສວນທາງການເງິນ. ບັນດາພະນັກງານທີ່ມາຈາກ ສຳນັກງານຕ້ານການຟອກເງິນ (AMLIO), ທະນາຄາານແຫ່ງ ສປປ ລາວ ກໍໄດ້ເຂົ້າຮ່ວມໃນການຝຶກອົບຮົມໃນຄັ້ງນີ້. ນອກນັ້ນ, ຕົວແທນຈາກໜ່ວຍງານຕິດຕາມກວດກາການປະຕິບັດງານ ຈາກທະນາຄານເອກະຊົນ 10 ແຫ່ງ , ລວມໄປເຖິງ ຕຳຫຼວດເສດຖະກິດ, ເຈົ້າໜ້າທີ່ໄອຍະການ ແລະ ຜູ້ພະພາກສາ ກໍໄດ້ເຂົ້າຮ່ວມ.

 

ສືບຕໍ່ຈັດຕັ້ງການຝຶກອົບຮົມໃນລະດັບແຂວງກອງປະຊຸມຄັ້ງນີ້ ຈັດຂຶ້ນພາຍໃຕ້ການສະໜັບສະໜູນຈາກ ກະຊວງການເງິນ ປະເທດລຸກຊຳບວກ ແລະ ລັດຖະບານ ການາດາ. ກອງປະຊຸມໄດ້ປິດລົງດ້ວຍຜົນສຳເລັດ ແລະ ຄຳສະເໜີ ກ່ຽວກັບການຮັດແໜ້ນການຮ່ວມມືເຊິ່ງກັນ ແລະ ກັນ ໂດຍລິເລີ່ມຈາກການຈັດກອງປະຊຸມ ຜ່ານສະຖາບັນ ILSTA . ສະຖານບັນ ILSTA ມີສຳນັກງານຕັ້ງຢູ່ ສປປ ລາວ ໂດຍ ສະຖາບັນ ຈະສືບຕໍ່ຕັ້ງໜ້າຈັດການຝຶກອົບຮົມ ກ່ຽວກັບຫົວຂໍ້ທີ່ໄດ້ນຳສະເໜີຢູ່ໃນກອງປະຊຸມ ຢູ່ໃນບັນດາແຂວງ ທົ່ວ ສປປ ລາວ.

Comments are closed.