ການປ້ອງກັນ ການຄ້າມະນຸດ ແມ່ນສີ່ງສຳຄັນໃນການຕໍ່ສູ້ກັບມັນ

ໄດ້ເຫັນວ່າ ໄວໜຸມຂອງປະຊາຊົນລາວທີ່ເຄື່ອນຍ້າຍຂ້າມຊາຍແດນໄປປະເທດໄທ ເພື່ອຊອກຫາວຽກ ມີຈຳນວນເພີ້ມຂື້ນ, ນີ້ກໍ່ເປັນສາເຫດທີ່ສ່ຽງຕໍ່ການຕົກເປັນ ຜູ້ເຄາະຮ້າຍຂອງການຄ້າມະນຸດ. ໃນວັນທີ 16 – 17 ເດືອນ ພືດສະພາ ສະຖາບັນ ຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການ (ILSTA) ໄດ້ເລີ້ມຕົ້ນການຝືກອົບຮົມໃຫ້ກັບນັກສືກສາ ທີ່ເປັນອາສາສະໝັກຂອງ CLE ຈຳນວນ 20 ຄົນ ເຂົ້າຮ່ວມຝືກອົບຮົມເພື່ອໃຫ້ການເປັນຄູຝືກໃນການປ້ອງກັນ ການຄ້າມະນຸດ. ພາຍຫຼັງຄູຝືກໄວໜຸ່ມກຸ່ມນີ້ສຳເລັດການຝືກອົບຮົມ, ກໍ່ສາມາດອອກເຜີຍແຜ່ໂຄສະນາ ເພື່ອປູກຈິດສຳນືກໃຫ້ກັບ ນັກຮຽນນັກສືກສາ, ປະຊາຊົນຕາມໝູ່ບ້ານ ທີ່ຢູ່ໄກ້ຄຽງນະຄອນຫຼວງວຽງຈັນ, ເພື່ອໃຫ້ປະຊາຊົນຮັບຮູ້ກ່ຽວກັບຄວາມສ່ຽງ ແລະ ອັນຕະລາຍໃດໜື່ງ ຈາກການເຄື່ອນຍ້າຍແຮງງານ ແລະ ການຄ້າມະນຸດ. ພ້ອມນີ້ພວກເຂົາຍັງຈະສືບຕໍ່ການນຳສະເໜີກິດຈະກຳໃຫ້ກັບສັງຄົມເພື່ອຈະຫຼຸດຜ່ອນຄວາມສ່ຽງຂອງໄວໜຸ່ມລາວຕໍ່ການຄ້າມະນຸດ.

IMG_1883IMG_1928IMG_20160517_121101IMG_1944

Comments are closed.