ການຝຶກອົບຮົມກ່ຽວກັບວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງໄດ້ປິດລົງຢ່າງເປັນທາງການທີ່ນະຄອນຫຼວງວຽງຈັນ

ການຝຶກອົບຮົມກ່ຽວກັບວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ໂດຍການຮ່ວມມືລະຫວ່າງ ອົງການກວດກາລັດຖະບານ ແລະ ສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການ ຂອງລຸກຊຳບວກ ILSTA ໄດ້ປິດລົງຢ່າງເປັນການ ໃນວັນທີ 13 ຕູລາ ທີ່ຜ່ານມາ.
ການຈັດຊຸດຝຶກອົບຮົມໃນຫົວຂໍ້ດັ່ງກ່າວແມ່ນໄດ້ຈັດຂຶ້ນທັງໝົດຢູ່ 3 ຄັ້ງ ເຊິ່ງຄັ້ງທຳອິດແມ່ນຢູ່ແຂວງຫຼວງພະບາງ, ປາກເຊ ແລະ ນະຄອນຫຼວງວຽງຈັນຕາມລຳດັບ ໂດຍມີບັນດາພະນັກງານກວດກາເຂົ້າຮ່ວມທັງໝົດກວ່າ 150 ຄົນ.
ເປົ້າໝາຍສຳຄັນໃນການຈັດຝຶກອົບຮົມແມ່ນເພື່ອຮັບປະກັນຄວາມເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບວຽກງານຕ້ານ ແລະ ສະກັດກັ້ນ ການສໍ້ລາດບັງຫຼວງ ຂອງບັນດາພະນັກງານກວດກາ ໃຫ້ມີຄວາມຮູ້ກ່ຽວກັບກົດໝາຍ, ວິທີປະຕິບັດທີ່ດີ ແລະ ປະສົບການຈາກສາກົນ ໃນການຈັດການກັບບັນຫາການສໍ້ລາດບັງຫຼວງ.
ທ່ານ ວິໄລວັນ ບຸດດາຄຳ, ຮອງປະທານອົງການກວດກາລັດຖະບານ ໄດ້ກ່າວໃນພິທີປິດຊຸດຝຶກອົບຮົມວ່າ: ‘ການສໍ້ລາດບັງຫຼວງຍັງເປັນໄພຂົ່ມຂູ່ ຕໍ່ສິດ ແລະ ຜົນປະໂຫຍດອັນຊອບທຳຂອງພົນລະເມືອງ, ອົງການຈັດຕັ້ງ ແລະ ລັດ, ໂດຍພັກ ແລະ ລັດຖະບານເຮົາເຫັນໄດ້ເຖິງຄວາມສຳຄັນໃນການສະກັດກັ້ນ ແລະ ຕ້ານກັບບັນຫາດັ່ງກ່າວ. ດັ່ງນັ້ນ, ໃນກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ກໍໄດ້ລົງມະຕິຮັບຮອງ ໂດຍໄດ້ກຳນົດມາດຕະການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງໃນທຸກຂັ້ນ ແລະ ທຸກອົງການລັດທົ່ວປະເທດ ລວມໄປເຖິງບັນດານິຕິກຳອື່ນໆທີ່ກ່ຽວຂ້ອງ. ພາຍຫຼັງການຝຶກອົບຮົມໃນຄັ້ງນີ້, ຂ້າພະເຈົ້າເຊື່ອວ່າພະນັກງານກວດກາທຸກທ່ານທີ່ເຂົ້າຮ່ວມ ສາມາດຮຽນຮູ້ ແລະ ເຂົ້າໃຈ ຈະແຈ້ງຂຶ້ນຕື່ມກ່ຽວກັບຂົງເຂດວຽກງານຂອງພວກທ່ານ, ແລະ ຂ້າພະເຈົ້າກໍໝັ້ນໃຈວ່າພວກທ່ານຈະສາມາດນຳເອົາຄວາມຮູ້ໄປນຳໃຊ້ ເພື່ອຮັບປະກັນການປະຕິບັດກົດໝາຍຢ່າງເຄັ່ງຄັດ ແລະ ນຳເອົາຕົວຜູ້ກະທຳຜິດມາລົງໂທດ’.
ໄລຍະການຝຶກອົມຮົມໃນຄັ້ງນີ້ໃຊ້ເວລາທັງໝົດ 3 ວັນ, ຜູ້ເຂົ້າຮ່ວມໄດ້ຮຽນຮູ້ກ່ຽວກັບບັນດານິຕິກຳ ກ່ຽວກັບການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ທັງໃນລະດັບພາຍໃນປະເທດ, ພາກພື້ນ ແລະ ສາກົນ. ທິດທາງໃນການຈັດຕັ້ງປະຕິບັດຍຸດທະສາດ ການສະກັດກັ້ນການສໍ້ລາດບັງຫຼວງ ແຕ່ນີ້ ເຖິງປີ 2020 ກໍ່ໄດ້ຮັບການປຶກສາຫາລື ແລະ ນອກນີ້ ກໍ່ໄດ້ມີການນຳສະເໜີປະສົບການສາກົນ ກ່ຽວກັບທິດທາງໃນການຕໍ່ສູ້ກັບ ການສໍ້ລາດບັງຫຼວງ ໂດຍຊ່ຽວຊານຈາກ ສະຖາບັນ ILSTA. ການຝຶກໃນຄັ້ງນີ້ ແມ່ນກວມເອົາ ທັງພາກທິດສະດີ ແລະ ການປະຕິບັດຕົວຈິງ ເພື່ອຊ່ວຍໃຫ້ຜູ້ເຂົ້າຮ່ວມ ຜັນຂະຫຍາຍແຜນການໃຫ້ກາຍເປັນການປະຕິບັດຕົວຈິງ.
ຊ່ຽວຊານຈາກສະຖາບັນ ILSTA, ທ່ານ Erik Haggqvist ເຊິ່ງເປັນໜຶ່ງໃນນັກວິທະຍາກອນໄດ້ກ່າວວ່າ: ‘ການວິໄຈພົບວ່າ ບັນດາປະເທດທີ່ມີລະດັບການສໍ້ລາດບັງຫຼວງສູງ ບໍ່ພຽງແຕ່ຂັດຂວາງການລົງທຶນຈາກຕ່າງປະເທດ, ແຕ່ຍັງກໍ່ໃຫ້ເກີດອາຊະຍາກຳທີ່ມີການຈັດຕັ້ງ ແລະ ນຳໄປສູ່ການຟອກເງິນທີ່ຜິດກົດໝາຍ. ດັ່ງນັ້ນ, ຈຶ່ງມີຄວາມສຳຄັນ ແລະ ຈຳເປັນທີ່ສຸດໃນການກຳຈັດບັນຫາດັ່ງກ່າວໃນທຸກໆຂັ້ນ’.
ໃນພິທີເປີດການຝຶກອົບຮົມ, ທ່ານ Claude Jentgen ອຸປະທູດລຸກຊຳບວກປະຈຳລາວໄດ້ກ່າວວ່າ: ‘ຂ້າພະເຈົ້າມີຄວາມປະທັບໃຈຫຼາຍທີ່ໄດ້ເຂົ້າຮ່ວມການເປີດການຝຶກອົບຮົມຄັ້ງສຸດທ້າຍ ເຊິ່ງເຮັດໃຫ້ຂ້າພະເຈົ້າເຫັນໄດ້ເຖິງຄວາມເອົາໃຈໃສ່ຢ່າງຕັ້ງໜ້າຂອງລັດຖະບານລາວ ໃນການຮັບມືກັບບັນຫາການສໍ້ລາດບັງຫຼວງ. ດັ່ງທີ່ບັນດາທ່ານອາດຮູ້ແລ້ວວ່າ ການຈັດຊຸດຝຶກອົບຮົມນີ້ແມ່ນພາຍໃຕ້ການຮ່ວມມືລະຫວ່າງ ລັດຖະບານລາວ ແລະ ລັດຖະບານລຸກຊຳບວກ, ເຊິ່ງທາງລັດຖະບານລຸກຊຳບວກກໍໃຫ້ຄວາມເຊື່ອໝັ້ນວ່າຈະສືບຕໍ່ຊ່ວຍເຫຼືອ ອົງການກວດກາລັດຖະບານ ໃນການຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງຢ່າງເຕັມທີ່.’

22425760_885887381570072_937645279_o22429282_885888778236599_1175120317_o22429122_885890221569788_1973599502_o

 

Comments are closed.