ເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍໄດ້ຮັບໃບຢັ້ງຢືນຈົບຫຼັກສູດຮຽນພາສາອັງກິດສຳລັບກົດໝາຍ ສະໜັບສະໜຸນໂດຍ ILSTA

IMG_5566IMG_5521IMG_5577

ເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍເຂົ້າຮັບໃບຢັ້ງຢືນການຈົບຫຼັກສູດຮຽນພາສາອັງກິດສຳລັບກົດໝາຍທີ່ສະໜັບສະໜຸນໂດຍສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການ.
ຫຼັກສູດດັ່ງກ່າວໄດ້ລິເລີ່ມຕັ້ງແຕ່ ເດືອນມີຖຸນາ 2016, ເຊິ່ງໃນເບື້ອງຕົ້ນປະກອບມີ ພະນັກງານໄອຍະການ ຈາກອົງການໄອຍະການປະຊາຊົນສູງສຸດ 40 ທ່ານ ເຂົ້າຮ່ວມ. ໂດຍພາຍໃຕ້ການສະໜັບສະໜຸນຈາກລັດຖະບານລຸກຊຳບວກ, ໄລຍະຕໍ່ມາຫຼັກສູດດັ່ງກ່າວຈຶ່ງໄດ້ຮັບການຂະຫຍາຍ ແລະ ເປີດກວ້າງຂຶ້ນ ເຊິ່ງໃນປັດຈຸບັນມີຜູ້ເຂົ້າຮຽນ ປະມານ 80 ທ່ານ ທີ່ມາຈາກຫຼາຍສະຖາບັນຄື ກະຊວງຍຸຕິທຳ, ສານປະຊາຊົນສູງສຸດ, ກະຊວງປ້ອງກັນຄວາມສະຫງົບ ແລະ ອົງການກວດກາລັດຖະບານ.
ພິທີມອບ-ຮັບໃບຢັ້ງຢືນໄດ້ຈັດຂຶ້ນໃນວັນທີ 24 ພະຈິກ ທີ່ຜ່ານມາ ຢູ່ທີ່ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມວຽກງານໄອຍະການ ເຊິ່ງຜູ້ທີ່ໄດ້ຮັບໃບຢັ້ງຢືນ ການຈົບຫຼັກສູດພາສາອັງກິດສຳລັບກົດໝາຍ ໄລຍະ 6 ເດືອນ ມີທັງໝົດ 15 ທ່ານ ແລະ ນອກນັ້ນ, ຜູ້ທີ່ຮຽນດີເດັ່ນແມ່ນໄດ້ຮັບລາງວັນເປັນປຶ້ມວັດຈະນານຸກົມພາສາອັງກິດຄຳສັບກົດໝາຍ.
ທ່ານ ຈອນ ຄອນນໍລີ, ຫົວໜ້າຝ່າຍປະສານງານພົວພັນຈາກສະຖາບັນ ILSTA ກ່າວວ່າ: “ທັກສະພາສາອັງກິດເປັນສິ່ງທີ່ມີຄວາມຈຳເປັນ ແລະ ສຳຄັນຕໍ່ເຈົ້າໜ້າທີ່ພາກລັດ ໃນການຕິດຕໍ່ພົວພັນວຽກໃນລະດັບພາກພື້ນ, ລາຍງານການເຄື່ອນໄຫວວຽກງານທີ່ກ່ຽວຂ້ອງ ແລະ ເພີ່ມໂອກາດໃນການສຶກສາຮ່ຳຮຽນ. ດັ່ງນັ້ນ, ຈຶ່ງຖືວ່າມີຄວາມຈຳເປັນທີ່ສຸດໃນການຮັບປະກັນການພັດທະນາຫຼັກສູດການຮຽນການສອນພາສາອັງກິດໃນຂະແໜງການກົດໝາຍແບບໄລຍະຍາວ.”
ໃນໄລຍະການດຳເນີນຫຼັກສູດ, ຜູ້ເຂົ້າຮ່ວມສາມາດເຮັດວຽກ ແລະ ຮຽນພາສາອັງກິດໄປພ້ອມ ເຊິ່ງພາສາອັງກິດແມ່ນຮຽນ 6 ຊົ່ວໂມງ ຕໍ່ອາທິດ. ການສອນເນັ້ນໃສ່ການໃຫ້ຄວາມຮູ້ທາງດ້ານກົດໝາຍ ແລະ ຄຳສັບທີ່ກ່ຽວຂ້ອງ, ລວມໄປເຖິງການພັດທະນາທັກສະທົ່ວໄປ ແລະ ຍຸດທະວິທີໃນການຮຽນຢ່າງມີປະສິດທິພາບ.
ການຊ່ວຍເຫຼືອດັ່ງກ່າວຖືເປັນສ່ວນໜຶ່ງໃນການພັດທະນາທັກສະຄວາມສາມາດໃຫ້ແກ່ຂົງເຂດການປົກຄອງລັດ. ພາຍໃຕ້ການສະໜັບສະໜຸນຈາກລັດຖະບານລຸກຊຳບວກ, ILSTA ຍັງສົ່ງເສີມການຝຶກອົບຮົມໃຫ້ແກ່ພະນັກງານຈາກສຳນັກງານຂໍ້ມູນຕ້ານການຟອກເງິນ ຂອງທະນາຄານແຫ່ງ ສປປ ລາວ, ໂດຍລົງເຫຼິກດ້ານກົດໝາຍ, ການເງິນ ແລະ ການທະນາຄານ. ການຈັດຊຸດຝຶກອົບຮົມດັ່ງກ່າວຖືເປັນເວທີໃນການແລກປ່ຽນຄວາມຮູ້ ແລະ ປະສົບການເຮັດວຽກໃນ ລະຫວ່າງຜູ້ເຂົ້າຮ່ວມ ແລະ ຮຽນຮູ້ຈາກນັກວິທະຍາກອນຜູ້ທີ່ມີຄວາມຊຳນານ.

Comments are closed.