ເຈົ້າໜ້າທີ່ໄອຍະການແລະຕຳຫຼວດໄດ້ຮັບການຝຶກອົບຮົມ ຕ້ານອາຊະຍາກຳທີ່ມີການຈັດຕັ້ງ

ເຈົ້າໜ້າທີ່ 60 ກ່ວາທ່ານ ຈາກອົງການໄອຍະການ ແລະ ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງ ຈາກ 4 ແຂວງພາກກາງ ເຂົ້າຮ່ວມການຝຶກອົບຮົມ ຕໍ່ຕ້ານອາຊະຍາກຳທີ່ມີການຈັດຕັ້ງ ໃນວັນທີ 4 -7 ກໍລະກົດ 2017 ທີ ແຂວງວຽງຈັນ.

ການຝຶກອົບຮົມດັ່ງກ່າວແມ່ນຈັດຂຶ້ນ ໂດຍ ອົງການໄອຍະການປະຊາຊົນສູງສຸດ ແລະ ສະຖາບັນ ຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ ILSTA ຂອງ ລຸກຊຳບວກ. ກິດຈະກຳດັ່ງກ່າວແມ່ນສ່ວນໜຶ່ງຂອງຊຸດຝຶກອົບຮົມ ທີ່ສະຖາບັນ ILSTA ຈັດຂຶ້ນສຳລັບພະນັກງານບັງຄັບໃຊ້ກົດໝາຍ ໃນຂອບເຂດທົ່ງປະເທດ.

ການນຳສະເໜີໂດຍຫຍໍ້ກ່ຽວກັບ ອາຊະຍາກຳປະເພດຕ່າງໆປະກອບມີ: ອາຊະຍາກຳທາງສິ່ງແວດລ້ອມເຊັ່ນ: ການຄ້າຂາຍສັດປ່າທີຜິດກົດໝາຍ, ອາຊະຍາກຳຮຸນແຮງ, ອາຊະຍາກຳຢາເສບຕິດ, ຮວມທັງບັນດາອາຊະຍາກຳທີ່ເກີດຂຶ້ນໃໝ່ເຊັ່ນ: ອາຊະຍາກຳທາງຄອມພິວເຕີ ແລະ ອາຊະກຳຄໍເສື້ອຂາວ, ແລະສຸດທ້າຍກໍ່ໄດ້ສຸມໃສ່ ການຕ້ານການຟອກເງິນ.

ນອກນີ້ ການຝຶກອົມຮົມຍັງໄດ້ສຸມໃສ່ ການສຶກສາລົງເລິກ ກ່ຽວກັບການຄ້າມະນຸດ, ການລັກລອບນຳຄົນເຂົ້າອອກເມືອງ ແລະ ການນຳສະເໜີກ່ຽວກັບການຕ້ານການຟອກເງິນ. ຜູ້ເຂົ້າຮ່ວມ ພ້ອມກັນຄົ້ນຄົ້ວກໍລະນີສຶກສາ ແລະ ເຂົ້າຮ່ວມໃນການ ວິເຄາະກົດໝາຍ ຕາມຂັ້ນຕອນການດຳເນີນຄະດີ ເພື່ອ ດຳເນີນຄະດີກໍລະນີດັ່ງກ່າວໂດຍອິງໃສກົດໝາຍຕົວຈິງ.

ການຝຶກອົບຮົມຄັ້ງນີ້ ກ່າວເປີດຢ່າງເປັນທາງການໂດຍ ທ່ານ ບັນຍັງ ຈັນດາລາສານ ຮອງປະທານອົງການໄອຍະການປະຊາຊົນສູງສຸດ ແລະ ທ່ານ ຣິຊາດ ຟິລີບປາດ ຫົວໜ້າສະຖາບັນ ILSTA ພາຍໃຕ້ການເຂົ້າຮ່ວມໂດຍ ພະນັກງານທີ່ມາຈາກ ນະຄອນຫຼວງວຽງຈັນ, ແຂວງບໍລິຄຳໄຊ, ໄຊສົມບູນ ແລະ ແຂວງວຽງຈັນ.

ທ່ານ ບຸນຍັງ ຈັນດາລາສານກ່າວວ່າ: ‘ອາຊະຍາກຳທີ່ມີການຈັດຕັ້ງແມ່ນໄພຄົ່ມຄູ່ສຳລັບຄວາມໝັ້ນຄົງຂອງຊາດ ແລະ ມີການເພີ່ມຂຶ້ນຢ່າງສະຫຼັບຊັບຊ້ອນ ກາຍເປັນສິ່ງທ້າທາຍທີ່ເພີ່ມຂຶ້ນສຳລັບການບັງຄັບໃຊ້ກົດໝາຍຢູ່ຫຼາຍປະເທດຮວມທັງໃນ ສປປລາວ. ສະນັ້ນການຝຶກອົມຮົມໃນຄັ້ງນີ້ ຈຶ່ງມີຄວາມສຳຄັນຫຼາຍສຳລັບພະນັກງານຂອງພວກເຮົາທີ່ຈະຮຽນຮູ້ກ່ຽວກັບ ບັນດາປະສົບການ ແລະ ວິທີປະຕິບັດທີ່ດີຂອງສາກົນ ໃນການຕໍ່ຕ້ານອາຊະຍາກຳທີ່ມີການຈັດຕັ້ງທຸກຮູບແບບ, ໂດຍສະເພາະແມ່ນການຄ້າມະນຸດ, ການລັກລອບນຳຄົນເຂົ້າອອກເມືອງ ແລະ ການຟອກເງິນ.’

ການຝຶກອົບຮົມຄັ້ງນີ້ ເຊິ່ງໄດ້ຮັບການສະໜັບສະໜຸນທາງການເງິນໂດຍ ກະຊວງການເງິນລຸກຊຳບວກ ຄາດວ່າຈະຊ່ວຍປັບປຸງ ຄວາມຮັບຮູ້, ຄວາມເຂົ້າໃຈ ແລະ ສະແດງໃຫ້ເຫັນໄດ້ເຖິງວິທີຈັດຕັ້ງປະຕິບັດທີ່ດີ ໃນການຕໍ່ສູ້ກັບອາຊະຍາກຳປະເພດຕ່າງໆ ທີ່ເຊື່ອມໂຍງກັບ ການຟອກເງິນ.

Comments are closed.