ບົດລາຍງານກອງປະຊຸມ ສົກປີ 2016

poster

ການເລີ້ມຕົ້ນຂອງການຄ້າມະນຸດ ແລະ ການລັກລອບເຂົ້າ-ອອກເມືອງ ໄດ້ກາຍເປັນໜື່ງກິດຈະກຳ ທີ່ມີກຳໄລອັນມະຫາສານ ຕໍ່ການຈັດຕັ້ງກຸ່ມອາຊະຍາກຳໃນທົ່ວໂລກ. ໄດ້ມີການປະເມີນແຮງງານ ໃນພາກພື້ນອາຊີອາຄະເນ 11.7 ລ້ານຄົນ.

ບັນດາປະເທດອາຊິຕາເວັນອອກສຽງໄຕ້ ປະຈຸບັນແມ່ນກຳລັງມີການປ່ຽນແປງໄປໃນທິດທາງທີ່ມີການພັດທະນາຫຼາຍກວ່າທີ່ຜ່ານມາ. ໃນໄລຍະທົດສະວັດທີ່ຜ່ານມາ, ເປັນນະໂຍບາຍດ້ານທີ່ເຂັ້ມແຂງຢູ່ໃນພາກພື້ນແມ່ນຳຂອງ ໄດ້ມີການປ່ຽນແປງຢ່າງໄວວາ ແລະ ການປັບປຸງໃນມາດຕະຖານການດຳລົງຊີວິດອີກເປັນລ້ານຂອງປະຊາຊົນ ໃນພາກພື້ນ. ທີ່ເປັນການຊຸກຍູ້ ແລະ ປັດໃຈດືງດູດໃນການເຄື່ອນຍ້າຍແຮງງານສາກົນ ແລະ ພາຍໃນປະເທດ ແມ່ນມີຫຼາຍ, ໂດຍສະເພາະແມ່ນບັນດາໄວໜຸ່ມ. ຊົນນະບົດ/ການເຄື່ອນຍ້າຍເຂົ້າຕົວເມືອງ ແລະ ການເຄື່ອນຍ້າຍລະຫວ່າງຊາດ ແມ່ນມີເພີ້ມຂື້ນຢ່າງຕໍ່ເນືອງ; ບ່ອນທີ່ປະຊາຊົນຊອກຫາໂອກາດທີ່ຈະພັດທະນາເສດຖະກິດຄອບຄົວໃໝ່. ເຊັ່ນດຽວກັນກັບບັນດາປະເທດອື່ນໆໃນເຂດພາກພື້ນແມ່ນ້ຳຂອງ, ເຊີ່ງປະຊາກອນລາວ ສ່ວນຫຼາຍແມ່ນໄວໜຸ່ມ ແລະ ໂອກາດໃນການຫາວຽກເຮັດງານທຳໃນປະເທດຍັງຈຳກັດ. ແຮງງານທີ່ຖືກກົດໝາຍໃນແຮງງານເຄື່ອນຍ້າຍແມ່ນມີຈຳນວນໜ່ອຍ, ມີຄວາມຫຍຸ້ງຍາກໃນການເຂົ້າເຖີງ ແລະ ຍັງບໍ່ໄດ້ປັບໂຕກັບຄວາມຕ້ອງການ, ເປັນເຫດບັງຄັບໃຫ້ປະຊາຊົນຕ້ອງຊອກຫາວິທີທາງອື່ນໆ ແລະ ກາຍເປັນສາເຫດຂອງແຮງງານເຄື່ອນຍ້າຍທີ່ບໍ່ມີເອກະສານທີ່ຖືກຕ້ອງ.

ການຕ້ານການຄ້າມະນຸດ, ການລັກລອບເຂົ້າ-ອອກເມືອງ ແລະ ກຸ່ມຈັດຕັ້ງອາຊະຍາກຳທີ່ໃຫຍ່,  ເຊີ່ງມີໂຄງສ້າງທາງພູມສາດທີ່ມີຄວາມຍາວ, ມີຊາຍແດນທຳມະຊາດທີ່ເປັນຊ່ອງຫວ່າງ, ປ່າໄມ້ທີ່ບໍ່ມີຂອບເຂດ, ແມ່ນ້ຳ ຫຼື ພູເຂົາ ທີ່ເອື້ອອຳນວຍໃຫ້ປະຊາຊົນທີ່ກຳລັງຊອກຫາວຽກ ໂດຍຜ່ານກິດຈະກຳຂອງອາຊະຍາກຳທີ່ມີການຈັດຕັ້ງ. ຈາກການໄດ້ປຽບເຫຼົ່ານີ້ແມ່ນແມ່ນມີການພິຈາລະນາ ທີ່ຍັງບໍ່ມີການຕອບສະໜອງທີ່ພຽງພໍໃນລະດັບຊາດ ແລະ ຂໍ້ຈຳກັດຂອງການໃຊ້ກົດໝາຍ ແລະ ຕຸລາການ.

ນະໂຍບາຍໃໝ່ຂອງປະຊາຄົມເສດຖະກິດອາຊຽນ (AEC) ແມ່ນສາຍພົວພັນເສດຖະກິດລະຫວ່າງບັນດາປະເທດສະມາຊີກອາຊຽນ ໄດ້ເພີ້ມການຂ້າມຊາຍແດນຫຼາຍຂື້ນ. ການຄ້າປະຕູດຽວ ແລະ ລະບຽບການຊາຍແດນ ທີ່ງ່າຍຂື້ນ, ແມ່ນການຫຼຸດຜ່ອນຈຳນວນຂອງການຄວບຄຸມພາຍໃນຊາຍແດນ AEC ແລະ ມີແນວໂນ້ມທີ່ຈະເພີ້ມທະວິການຂະຫຍາຍຂອງການກະທຳທີ່ຜິດກົດໝາຍ ແລະ ສ້າງຄວາມເຂັ້ມແຂງເຄືອຂ່າຍອາຊະຍາກຳ. 

ກອງປະຊຸມ”ສາ້ງຄວາມອາດສາມາດທົ່ວປະເທດໃນວຽກງານຕ້ານການຄ້າມະນຸດ, ການລັກລອບເຂົ້າ-ອອກເມືອງ ແລະ ການຈັດຕັ້ງກຸ່ມອາຊະຍາກຳ” ເຊີ່ງຈັດໂດຍ ILSTA, ໂດຍການຮ່ວມມືກັບອົງການໄອຍະການ ແລະ MOFA, ເຊີ່ງເປັນບາດກ້າວທີ່ສຳຄັນໃນການສ້າງຄວາມອາດສາມາດ, ການຮ່ວມມີ ແລະ ກິດຈະກຳ ເພື່ອເປັນການສຳຄັນໃນຂະແໜງການດ້ານກົດໝາຍ ທີ່ເປັນຈຸດສຸມ ໃນ ສ.ປ.ປ. ລາວ. ພ້ອມທັງຜູ້ບັນຍາຍຈາກອົງການຈັດຕັ້ງສາກົນ, ອົງການຈັດຕັ້ງໃນການບັງຄັບໃຊ້ກົດໝາຍ ແລະ ການສືກສາທີ່ຈະໄດ້ຮັບການແບ່ງປັນຄວາມຮູ້ຈາກປະສົບການຂອງພວກເຂົາ. ພ້ອມດຽວກັນ, ກອງປະຊຸມຍັງເປັນເວທີທີ່ຈະແບ່ງປັນບົດຮຽນ ແລະ ລາຍງານກ່ຽວກັບແນວໂນ້ມຂອງທ້ອງຖິ່ນໃນປະຈຸບັນ, ມີຜູ້ເຂົ້າຮ່ວມທີ່ເປັນບຸກຄົນທີ່ສໍາຄັນຈາກ 17 ແຂວງທັງໝົດ ຂອງ ສ.ປ.ປ. ລາວ ໄດ້ເຂົ້າຮ່ວມ.

 

ທ່ານສາມາດອ່ານປື້ມບົດລາຍງານທີ່ສົມບູນໄດ້ຕາມ Link ນີ້:  2016 Conference Report (Eng)

 

ht-poster-smallsm-poster-smallaml-poster-small

 

Comments are closed.