ກິດຈະກຳເຜີຍແຜ່ຂໍ້ມູນຕ້ານການສໍ້ລາດບັງຫຼວງ ທີ່ຫ້ອງເຝິກອົບຮົມຂອງສະຖາບັນ ILSTA

ສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ ໄດ້ຈັດກິດຈະກຳເຜີຍແຜ່ຂໍ້ມູນຕ້ານການສໍ້ລາດບັງຫຼວງ ທີ່ຫ້ອງເຝິກອົບຮົມຂອງສະຖາບັນ ໃນວັນທີ 3 ກຸມພາ ທີ່ຜ່ານມາ. ຊ່ຽວຊານ ແລະ ທີມງານຂອງສະຖາບັນ ILSTA ໄດ້ນຳສະເໜີກ່ຽວກັບວິດີໂອ, ບົດບັນຍາຍອອນລາຍ ແລະ ບັນດາສິ່ງພຶມຕ່າງໆ ກ່ຽວກັບຮູບແບບຂອງການສໍ້ລາດບັງຫຼວງ. ໂປດສເຕີຈຳນວນ 100 ແຜ່ນ ແລະ ສິ່ງພິມໂຄສະນາຕາມສະຖານທີ່ ຈຳນວນ 6ຊຸດ ໃນຫົວຂໍ້ຂອງການສໍ້ລາດບັງຫຼວງໄດ້ຖືກແຈກຢາຍໃຫ້ແກ່ບັນດາຜູ້ເຂົ້າຮ່ວມທັງໝົດ 25 ທ່ານ, ທີ່ເປັນພະນັກງານກວດກາຂອງກະຊວງແຜນການ ແລະ ການລົງທຶນ ຈາກແຂວງວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ນະຄອນຫຼວງວຽງຈັນ.
ສະຖາບັນ ILSTA ຈະສືບຕໍ່ສະໜັບສະໜູນ ແລະ ສົ່ງເສີມວຽກງານຂອງ ສປປ ລາວໃນການຕ້ານສໍ້ລາດບັງຫຼວງ, ຄຽງຄູ່ກັບຄູ່ພາຄີຂອງພວກເຮົາໃນການຈັດຕັ້ງປະຕິບັດ ແລະ ເຜີຍແຜ່ຂໍ້ມູນໃຫ້ທຸກໆພາກສ່ວນ.
Comments are closed.