ກິດຈະກຳການຕ້ານສໍ້ລາດບັງຫຼວງ, ທີ່ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ

ນັກຮຽນ ແລະ ອາຈານ ຈຳນວນ 450 ຄົນ ໄດ້ເຂົ້າຮ່ວມໃນກິດຈະກຳການຕ້ານສໍ້ລາດບັງຫຼວງ, ຈັດຂຶ້ນໂດຍ ສະຖາບັນ LSTA, ໂດຍຮ່ວມມືກັບ ອົງການກວດກາລັດ ແລະ ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ.
ທ່ານ ເທບພະໄທ ພັນກ້າ, ຮອງຫົວໜ້າກົມກວດກາ-ຕ້ານການສໍ້ລາດບັງຫຼວງ ອົງການກວດກາລັດຖະບານ, ໄດ້ນຳສະເໜີຜູ້ເຂົ້າຮ່ວມ ກ່ຽວກັບກິດຈະກຳໃນການຕ້ານສໍ້ລາດບັງຫຼວງ ໃນຂະແໜງການສຶກສາ ທີ່ປະຕິບັດໂດຍ ອົງການກວດກາລັດຖະບານ ໃນປີທີ່ຜ່ານມາ. ທ່ານ ຈອນ ຄອນນໍລີ ໄດ້ໃຫ້ຂໍ້ມູນກ່ຽວກັບກົດໝາຍກ່ຽວກັບການຕ້ານສໍ້ລາດບັງຫຼວງທີ່ປະຕິບັດໃນ ສປປ ລາວ ແລະ ສາກົນ. ການບັນຍາຍແມ່ນຈົບລົງດ້ວຍກິດຈະກຳຖາມ-ຕອບທີ່ຄຶກຄື້ນ.
ພ້ອມດຽວກັນນັ້ນ, ທ່ານ ໄຊຄຳ ອຸ່ນມີໄຊ, ຮອງປະທານອົງການກວດກາລັດຖະບານ ໄດ້ມອບ ໂປສເຕີໃນການຕ້ານສໍ້ລາດບັງຫຼວງຈາກ ສະຖາບັນ ILSTA ໃຫ້ແກ່ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ.
Comments are closed.