ກອງປະຊຸມຄົ້ນຄວ້າ ປະກອບຄຳເຫັນໃສ່ເນື້ອໃນ (ຮ່າງ) ລັດຖະບັນຍັດ ຂອງປະທານປະເທດວ່າດ້ວຍການດຳເນີນຄະດີການປົກຄອງ ທີ່ນະຄອນປາກເຊ, ແຂວງຈຳປາສັກ

ສະຖາບັນຊວ່ຍເຫຼືອດ້ານກົດໝາຍ ແລະ ວິຊາການ ແລະ ສານປະຊາຊົນສູງສຸດແຫ່ງ ສປປ ລາວ ໄດ້ເປັນຄູ່ພາຄີໃນການຈັດກອງປະຊຸມຄົ້ນຄວ້າ ປະກອບຄຳເຫັນໃສ່ເນື້ອໃນ (ຮ່າງ) ລັດຖະບັນຍັດ ຂອງປະທານປະເທດວ່າດ້ວຍການດຳເນີນຄະດີການປົກຄອງ, ເຊິ່ງຈັດຂຶ້ນທີ່ນະຄອນປາກເຊ, ແຂວງຈຳປາສັກ ໃນວັນທິ 5 ຫາ 6 ສິງຫາ ທີ່ຜ່ານມາ. ກອງປະຊຸມປະກອບຄຳເຫັນໃນຄັ້ງນີ້ແມ່ນເປັນປະທານໂດຍ ປະທານສານປະຊາຊົນສູງສຸດ, ທ່ານ ຄຳພາ ແສງດາຣາ, ປະທານສະຖາບັນ ILSTA, ທ່ານ ລິຊາດ ຟີລິບປາກ, ຮອງຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ, ທ່ານ ເພັດສະໜອນ ພັນທະວົງ, ຫົວໜ້າຫ້ອງວ່າການສຳນັກງານນາຍົກ, ທ່ານ ນາງ ບຸບຜາ ເຄນວົງດາລາ, ຮອງປະທານກຳມາທິການຍຸຕິທຳ ສະພາແຫ່ງຊາດ, ທ່ານ ຄຳແພງ ວິລະພັນ, ຮອງປະທານສານປະຊາຊົນສູງສຸດ, ທ່ານ ຄໍາພັນ ບຸນຜາຄົມ ແລະ ຮອງປະທານສະພາແຂວງຈຳປາສັກ, ທ່ານ ຄໍາສີ ປ່ຽງວໍລະວົງ.

ສະຖາບັນ ILSTA ຮູ໊ສຶກເປັນກຽດໃນການຕ້ອນຮັບ ທ່ານ Steve Helminger, ຊ່ຽວຊານໃນຂົງເຂດຂອງກົດໝາຍປົກຄອງຈາກປະເທດລຸກຊຳບວກ. ທ່ານ Steve Helminger ໄດ້ນຳສະເໜີຈຸດແລກປ່ຽນ ແລະ ຂໍ້ມູນກ່ຽວກັບ ລະບົບກົດໝາຍປົກຄອງຂອງປະເທດລຸກຊຳບວກ ແລະ ສິດອໍານາດຂອງສານປົກຄອງ, ພອ້ມທັງ ແລກປ່ຽນແນວຄິດ ແລະ ຂໍ້ປະຕິບັດອັນດີແກ່ບັນດາຜູ້ເຂົ້າຮວ່ມ ແລະ ເຈົ້າໜ້າທີ່ຂັ້ນທ້ອງຖິ່ນ.

ກອງປະຊຸມຄົ້ນຄວ້າປະກອບຄຳເຫັນ ໄດ້ຮັບໝາກຜົນສຳເລັດໃນການແລກປ່ຽນທີ່ພາກໃຕ້, ເຊິ່ງເປັນບາດກ້າວສຳຄັນໃນການພັດທະນາລະບົບກົດໝາຍໃນ ສປປ ລາວ, ພ້ອມທັງເປັນອົງປະກອບສຳຄັນໃນຄວາມໝຸ້ງໝັ້ນຂອງພາກລັດໃນການກາຍເປັນລັດທີ່ປົກຄອງໂດຍກົດໝາຍຢ່າງແທ້ຈິງ.

ຈຸດປະສົງຄວາມສຳຄັນຂອງກົດໝາຍວ່າດວ້ຍການປົກຄອງແມ່ນກອ່ນອື່ນໝົດແມ່ນເພື່ອປົກປ້ອງຜົນປະໂຫຍດຂອງປະຊາຊົນ ແລະ ປົກປ້ອງຄວາມເປັນອິສະຫຼະພາບໃນຂົງເຂດອຳນາດການປົກຄອງແກ່ປະຊາຊົນ ໃນທຸກໆແຂວງ.

ເຖິງແນວໃດກໍຕາມ, ກໍຍັງມີຄວາມຕ້ອງການສຳລັບຜູ້ພິພາກສາອິດສະຫຼະ, ເຊິ່ງລັດຖະບັນຍັດກໍໄດ້ເບິ່ງເຫັນເຖິງຄວາມຕ້ອງການດັ່ງກ່າວ, ເຊິ່ງພວກເຮົາຕ້ອງຂໍສະແດງຄວາມຍິນດີຕໍ່ຄະນະກຳມະການການຮ່າງທີ່ເຫັນຄວາມສຳຄັນຕໍ່ຈຸດນີ້.

Comments are closed.