ເປີດຫຼັກສູດ ພາສາອັງກິດສຳລັບກົດໝາຍ

ພະນັກງານຂອງອົງການໄອຍະການປະຊາຊົນສູງສຸດແຫ່ງ ສປປ ລາວ (OSPP) ຈະໄດ້ຮັບການຝຶກອົບຮົມພາສາອັງກິດສຳລັບກົດໝາຍ ເປັນໄລຍະເວລາ 5 ​ປີ. ການຈັດຝຶກອົບຮົມພາສາອັງກິດສຳລັບກົດໝາຍແມ່ນວຽກງານໜຶ່ງທີ່ນອນຢູ່ໃນແຜນວຽກຂອງສະຖາບັນຊ່ວຍ ເຫລືອດ້ານກົດໝາຍ (ILSTA) ແລະ ວິຊາການ ແລະ ອົງການໄອຍະການປະຊາຊົນສູງສຸດແຫ່ງ ສປປ ລາວ (OSPP). ຫົວໜ້າພະແນກບຸກຄະລາກອນ ຂອງ ອົງການໄອຍະການສູງສຸດ ທ່ານ. ສົມບູນ ລາດສະບົວສີ ໄດ້ກ່າວໃນພິທີ່ວ່າ: “ການຝຶກອົບຮົມແມ່ນມີ ຄວາມຈຳເປັນຫລາຍ ແລະ ຕ້ອງໃຫ້ທັນເວລາ. ສະນັ້ນ, ມັນຈິ່ງຮຽກຮ້ອງໃຫ້ພະນັກງານຕ້ອງໄດ້ຍົກລະດັບຄວາມສຳນິສຳນານທາງດ້ານ ພາສາອັງກິດຫລາຍເທົ່າທີ່ຈະຫລາຍໄດ້ໃນມື້ນີ້, ພິເສດ, ພວກຂ້າພະເຈົ້າ ຈະໄດ້ເຊື່ອມໂຍງເຂົ້າໃນປະຊາຄົມອາຊຽນທາງດ້ານເສດຖະກິດ (AEC) ແລະ ເສດຖະກິດໂລກພາຍໃຕ້ອົງການການຄ້າໂລກ. ພາສາອັງກິດບໍ່ພຽງແຕ່ເປັນພາສາສາກົນ, ແຕ່ກໍ່ຍັງເປັນພາສາທາງການຂອງ ອາຊຽນ. ເພາະສະນັ້ນ, ເຊັ່ນດຽວກັນກັບຄວາມຮຽກຮ້ອງຕ້ອງການຄວາມຮູ້ທີ່ດີທາງດ້ານກົດໝາຍພາຍໃນ ແລະ ສາກົນ, ພະນັກງານໄອ ຍະການຍັງຈຳເປັນຕ້ອງມີຄວາມສາມາດໃນການສື່ສານທາງດ້ານພາສາອັງກິດນຳອີກ.

ທ່ານ. ລີຊາດ ຟິລີບປາດ, ປະທານສະຖາບັນຊ່ວຍເຫລືອດ້ານກົດໝາຍ ແລະ ວິຊາການ, ໄດ້ກ່າວວ່າ: “ຈາກທັດສະນະຄະຕິຂອງພວກ ຂ້າພະເຈົ້າ, ການຝຶກອົບຮົມພາສາອັງກິດສຳລັບກົດໝາຍແມ່ນການລົງທຶນໄລຍະຍາວ. ອີງຕາມຂໍ້ຕົກລົງ ການຮ່ວມມືເປັນໄລຍະເວລາ 5​ ປີ ກັບ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ (OSPP), ທາງສະຖາບັນແມ່ນຈະເປັນຜູ້ນຳສົ່ງຄວາມຮູ້ຜ່ານການ ຝຶກອົບຮົມທີ່ໄດ້ຈັດຂຶ້ນໂດຍສະເພາະ. ປຶ້ມຕຳລາທີ່ຈະມາຮັບໃຊ້ໃນການສິດສອນແມ່ນໄດ້ໃຊ້ເວລາໃນການປັບປຸງ ແລະ ແມ່ນໄດ້ມາດຕະ ຖານຕາມລະດັບສາກົນ. ສຳລັບຫົວຂໍ້ການຝຶກອົບຮົມ ແມ່ນຈະລວມເອົາຫລາຍໆຫົວຂໍ້ທາງດ້ານກົດໝາຍເຊັ່ນວ່າ: ການດຳເນີນຄະດີອາ ຍາ, ລະບົບສານລາວ, ການຄ້າມະນຸດ ແລະ ກົດລະບຽບຂອງກົດໝາຍ”. ໃນເດືອນພຶດສະພາທີ່ຜ່ານມານີ້, ການສອບເສັງວັດລະດັບພາສາອັງກິດໄດ້ຖືກຈັດຂຶ້ນທີ່ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ (OSPP) ເປັນເວລາ 3 ວັນ ເຊິ່ງມີພະນັກງານໄອຍະການ 134 ທ່ານໄດ້ເຂົ້າຮ່ວມສອບເສັງວັດລະດັບພາສາອັງກິດ ແລະ ຈະເລີ່ມ ເປີດຊຸດຝຶກອົບຮົມສຳລັບ 11 ອາທິດໃນວັນທີ່ 13 ເດືອນ ມິຖຸນາ ທີ່ຈະມາເຖິງນີ້. “ທາງສະຖາບັນຫັວງຢ່າງຍິ່ງທີ່ຈະຂະຫຍາຍຊຸດຝຶກ ອົບຮົມນີ້ໃນອະນາຄົດ ເພື່ອເຊີນເອົາພະນັກງານຈາກພາກສ່ວນອື່ນໆໃນຂະແໜງການທາງດ້ານກົດໝາຍມາເຂົ້າຮ່ວມຝຶກອົບຮົມນຳກັນ. ດ້ວຍເຫດນັ້ນ, ທາງສະຖາບັນ ILSTA ຈິ່ງກຳລັງຊອກຫາຜູ້ໃຫ້ທຶນອື່ນໆມາຮ່ວມກັບສະຖາບັນເພື່ອສະໝັບສະໜູນການຈັດຝຶກອົບຮົມພາສາອັງ ກິດສຳລັບກົດໝາຍ.

IMG_1816 IMG_1818

Comments are closed.