ກອງປະຊູມສືບຕໍ່ ການຕ້ານອາດຊະຍາກຳຂ້າມຊາດ ຈັດທີ່ ແຂວງຫຼວງພະບາງ

ສືບຕໍ່ຈາກກອງປະຊຸມ ປະຈຳປີ 2019 ເພື່ອສ້າງຄວາມເຂັ້ມແຂງໃນການຕ້ານອາຊະຍາກຳຂ້າມຊາດທີ່ມີການຈັດຕັ້ງ ໂດຍສະເພາະ ການຄ້າສິ່ງເສບຕິດ, ການຄ້າມະນຸດ ແລະ ການຟອກເງິນ, ສະຖານບັນ ຊວ່ຍເຫຼືອດ້ານກົດໝາຍ ແລະ ວິຊາການ, ໄດ້ສືບຕໍ່ໃນການຈັດກອງປະຊຸດໃນພາກເໜືອ, ພາກການ ແລະ ພາກໃຕ້ ໃນ ສ.ປ.ປ.ລາວ.

ສະຖາບັນ ILSTA ແລະ ອົງການໄອຍາການ ໄດ້ຮວ່ມເປັນຄູ່ພາຄີ ຈັດກອງປະຊຸມທີ່ ແຂວງຫລວງພະບາງ ໃນວັນທີ 27 ຫາ 29 ມີນາ ທີ່ຜ່ານມາ, ເຊິ່ງມີຜູ້ເຂົ້າຮວ່ມທັງໝົດເຖິງ 120 ທ່ານ ຈາກ 7 ແຂວງພາກເໜືອ. ປະທານໃນການຈັດກອງປະຊຸມໃນຄັ້ງນີ້ແມ່ນ ຫົວໜ້າອົງການໄອຍາການປະຊາຊົນສູງສຸດ, ທ່ານ ຄຳສານ ສຸວົງ, ຮອງເຈົ້າແຂວງຫຼວງພະບາງ, ທ່ານ ວົງສະຫວັນ ເທບພະຈັນ ແລະ ປະທານສະຖາບັນ ຊວ່ຍເຫຼືອດ້ານກົດໝາຍ ແລະ ວິຊາການ, ທ່ານ ຣິຊາດ ຟີລິບປາທ໌.

ແຂກຜູ້ເຂົ້າຮວ່ມພາຍໃນກອງປະຊຸມ ໄດ້ສະແດງຄວາມຂອບໃຈຕໍ່ທັງ 4 ພາກສວ່ນ, ເຊິ່ງແຕ່ລະທ່ານທີ່ເຂົ້າຮວ່ມ ໄດ້ຖອດຖອນ ແລະ ເນັ້ນໜັກ ຄວາມຮູ້ທີ່ຈະເປັນປະໂຫຍດໃນການປະຕິບັດໜ້າທີ່, ພ້ອມທັງ ເຂົ້້າໃຈແຈ້ງຕື່ມຕໍ່ ບັນຫາດ້ານກົດໝາຍໃນຂົງເຂດ ການຄ້າມະນຸດ, ການລະບຸການຄ້າມະນຸດ, ການຕ້ານການຟອກເງິນ, ແລະ ການກວນສອບດ້ານການເງິນ.

ມີຫຼາຍໆກໍລະນີສຶກສາ ທີ່ໃດ້ຖືກຍົກຂຶ້ນມາໃນການສົນທະນາພາຍໃນກອງປະຊຸມ, ເຊິ່ງກິດຈະກຳໃນຮູບແບບດັ່ງກ່າວ ແມ່ນໄດ້ຮັບຜົນຕອບຮັບອັນດີຈາກຜູ້ເຂົ້າຮວ່ມ. ກິດຈະກຳດັ່ງກ່າວໄດ້ເປັນການເຝິກຝົນ ການວິເຄາະໃນມູມມອງກົດໝາຍຂອງສະຖານະການຄວາມເປັນຈິງ, ການລະບຸຄວາມຜິດທາງອາຍາ ລວມໄປເຖິງ ການປຶກສາຫາລື ກ່ຽວກັບ ປະມວນກົດໝາຍອາຍາ ແລະ ກົດໝາຍວ່າດ້ວຍການດຳເນີນຄະດີອາຍາ.

ກອງປະຊຸມໃນຄັ້ງນີ້ ຖືວ່າໄດເປີດ ໂອກາດອັນດີ ໃນການເປີດປະເດັນການໂອລົມສົນຖະນາກ່ຽວກັບ ປະມວນກົດໝາຍອາຍາ ແລະ ກົດໝາຍວ່າດ້ວຍການດຳເນີນຄະດີອາຍາ ສະບັບໃໝ່

Comments are closed.