Author Archive | John Connolly

ກອງປະຊຸມ ວຽກງານຕ້ານການສໍ້ລາດບັງຫຼວງ ແລະ ທາບທາມການປັບປຸງກົດໝາຍວ່າດວ້ຍການດໍເນີນຄະດີແພ່ງ

ກອງປະຊຸມ ວຽກງານຕ້ານການສໍ້ລາດບັງຫຼວງ ແລະ ທາບທາມການປັບປຸງກົດໝາຍວ່າດວ້ຍການດໍເນີນຄະດີແພ່ງ ໄດ້ຖືກຈັດຂຶ້ນວັນທີ 7 – 8 ສິງຫາ 2019 ທີ່ ນະຄອນປາກເຊ, ແຂວງຈຳປາສັກ ໂດຍການຮວ່ມມືລະຫວ່າງ ສານປະຊາຊົນສູງສຸດແຫ່ງ ສປປ ລາວ The People’s Supreme Court Lao PDR ແລະ ສະຖາບັນຊວ່ຍເຫຼືອດ້ານກົດໝາຍ ແລະ ວິຊາການ. ກອງປະຊຸມໃນຄັ້ງນີ້ແມ່ນເປັນປະທ່ານຮວ່ມໂດຍຮອງປະທານສານປະຊາຊົນສູງສຸດ, ທ່ານ ຄໍາພັນ ບຸນຜາຄົມ ແລະ ປະທານສະຖາບັນ ILSTA, ທ່ານ ລິຊາດ ຟີລິບປາກ. ຈຸດປະສົງໃນການດຳເນີນກອງປະຊຸມໃນຄັ້ງນີ້ ແມ່ນເພືອເສີມສ້າງຄວາມເຂັ້ມແຂງໃນຄວາມເຂົ້າໃຈຕໍ່ວຽກງານການກວດກາດ້ານການເງິນໃນຂົງເຂດກ່ຽວກັບການສໍ້ລາດບັງຫຼວງ, ການຕ້ານການສໍ້ລາດບັງຫຼວງ, ພອ້ມທັງແຍງສອ່ງທາງໃນການຊີ້ນໍາກ່ຽວກັບການທາບທາມປັບປຸງກົດໝາຍວ່າດວ້ຍການດໍາເນີນຄະດີແພ່ງ.

Continue Reading

ກອງປະຊຸມປະກອບຄຳເຫັນໃສ່(ຮ່າງ)ລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍການດຳເນີນຄະດີປົກຄອງ

ສະຖາບັນ ILSTA ແລະ ສານປະຊາຊົນສູງສຸດແຫ່ງ ສ.ປ.ປ.ລາວ ໄດ້ເປັນຄູ່ພາຄີໃນການຈັດກອງປະຊຸມປະກອບຄຳເຫັນໃສ່(ຮ່າງ)ລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍການດຳເນີນຄະດີປົກຄອງ. ໃນການແລກປ່ຽນຄຳຄິດ ແລະ ຄຳເຫັນໃນຄັ້ງນີ້ ປະກອບມີບັນດາຜູ້ພິພາກສາ ແລະ ຫົວໜ້າກົມນິຕິກຳຈາກບັນດາກະຊວງຕ່າງໆເຂົ້າຮ່ວມ. ການສ້າງຕັ້ງອຳນາດການປົກຄອງ ແມ່ນເພື່ອສະໜອງວິທິການແກ້ໄຂຂໍ້ຂັດແຍ່ງລະຫວ່າງລັດ, ການປົກຄອງ ແລະ ສາທາລະນະຊົນ. ພ້ອມນັ້ນຍັງເປັນບາດກ້າວສຳຄັນໃນຄວາມມຸ້ງໝັ້ນຂອງລັດຖະບານລາວ ໃນການກ້າວໄປສູ່ການເປັນລັດທີ່ປົກຄອງໂດຍກົດໝາຍ. ລັດຖະບັນຍັດວ່າດ້ວຍການດຳເນີນການປົກຄອງໄດ້ເນັ້ນເຖິງຄວາມສຳຄັນຂອງລະບົບຕຸລາການທີ່ເປັນກາງ ແລະ ເອກະລາດ.  

Continue Reading

ກອງປະຊຸມສ້າງຄວາມເຂັ້ມແຂງໃນການຕ້ານອາຊະຍາກຳຂ້າມຊາດທີ່ມີການຈັດຕັ້ງ ໃນການຕ້ານການຄ້າສິ່ງເສບຕິດ, ການຄ້າມະນຸດ ແລະ ການຟອກເງິນ ຈັດຂຶ້ນທີ່ບ້ານໂພນສະຫວັນ, ແຂວງຊຽງຂວາງ.

ກອງປະຊຸມຕິດຕາມໃນລະດັບພາກພື້ນ ເພື່ອສ້າງຄວາມເຂັ້ມແຂງໃນການຕ້ານອາຊະຍາກຳຂ້າມຊາດທີ່ມີການຈັດຕັ້ງ ໂດຍສະເພາະ ການຄ້າສິ່ງເສບຕິດ, ການຄ້າມະນຸດ ແລະ ການຟອກເງິນ ໄດ້ຖືກຈັດຂຶ້ນອີກຄັ້ງຫນຶ່ງ ໃນວັນທີ 26-28 ມິຖຸນາ ທີ່ບ້ານໂພນສະຫວັນ, ແຂວງຊຽງຂວາງ. ກອງປະຊຸມໄດ້ເຕົ້າໂຮມເອົາເຈົ້າໜ້າທີ່ ຈາກພາກກາງລວມເຖິງຈາກແຂວງຊຽງຂວາງ, ວຽງຈັນ, ບໍລິຄຳໄຊ, ໄຊສົມບູນ ແລະ ນະຄອນຫຼວງວຽງຈັນ. ໃນກອງປະຊຸມຄັ້ງນີ້ປະກອບມີບັນດາໄອຍາການ, ເຈົ້າໜ້າທີ່ຕຸລາການ ແລະ ຜູ້ປະຕິບັດໜ້າທີ່ດ້ານກົດໝາຍ ຈາກພາກກາງລວມເຖິງຂັ້ນທ້ອງຖິ່ນ ແລະ ຊ່ຽວຊານຕ່າງປະເທດ ຈາກສະຖາບັນຊວ່ຍເຫຼືອດ້ານກົດໝາຍ ແລະ ວິຊາການ, ຈາກປະເທດການາດາ ແລະ ຕົວແທນຈາກມະຫາວິທະຍາໄລລຸກຊຳບວກ ເຂົ້າຮວ່ມຫຼາຍກວ່າ 120 ທ່ານ. ກຸນແຈສຳຄັນຂອງກອງປະຊຸມໃນຄັ້ງນີ້ ແມ່ນແນໃສ່ນະໂຍບາຍການຕ້ານການການຟອກເງິນ ແລະ ພາກປະຕິບັດຕົວຈິງ ເຊິງໃນນັ້ນລວມມີ ກໍລະນີສຶກສາ ແລະ ການສາທິດກ່ຽວກັບແບບຢ່າງພາກປະທິບັດທີ່ດີທີ່ສຸດ ໃນການສຶບສວນດ້ານການເງິນ. ກອງປະຊຸມໃນຄັ້ງນີ້ໄດ້ເອົາໃຈໃສ່ເປັນພິເສດກ່ຽວກັບການຕ້ານການຟອກເງິນ ໂດຍອີງຕາມການປະເມີນຜົນສຳລັບປີ 2020 ຂອງກຸ່ມຕໍ່ຕ້ານການຟອກເງິນອາຊີ – ປາຊີຟິກ, ເຊິ່ງບັນຫາດັ່ງກວ່າຈະມີຜົນກະທົບ ໃນການພັດທະນາດ້ານເສດຖະກິດສັງຄົມ ແລະ ແຮງດຶງດູດຂອງປະເທດຕໍ່ການລົງທຶນສາກົນ. […]

Continue Reading

ກອງປະຊູມສືບຕໍ່ ການຕ້ານອາດຊະຍາກຳຂ້າມຊາດ ຈັດທີ່ ແຂວງຫຼວງພະບາງ

ສືບຕໍ່ຈາກກອງປະຊຸມ ປະຈຳປີ 2019 ເພື່ອສ້າງຄວາມເຂັ້ມແຂງໃນການຕ້ານອາຊະຍາກຳຂ້າມຊາດທີ່ມີການຈັດຕັ້ງ ໂດຍສະເພາະ ການຄ້າສິ່ງເສບຕິດ, ການຄ້າມະນຸດ ແລະ ການຟອກເງິນ, ສະຖານບັນ ຊວ່ຍເຫຼືອດ້ານກົດໝາຍ ແລະ ວິຊາການ, ໄດ້ສືບຕໍ່ໃນການຈັດກອງປະຊຸດໃນພາກເໜືອ, ພາກການ ແລະ ພາກໃຕ້ ໃນ ສ.ປ.ປ.ລາວ. ສະຖາບັນ ILSTA ແລະ ອົງການໄອຍາການ ໄດ້ຮວ່ມເປັນຄູ່ພາຄີ ຈັດກອງປະຊຸມທີ່ ແຂວງຫລວງພະບາງ ໃນວັນທີ 27 ຫາ 29 ມີນາ ທີ່ຜ່ານມາ, ເຊິ່ງມີຜູ້ເຂົ້າຮວ່ມທັງໝົດເຖິງ 120 ທ່ານ ຈາກ 7 ແຂວງພາກເໜືອ. ປະທານໃນການຈັດກອງປະຊຸມໃນຄັ້ງນີ້ແມ່ນ ຫົວໜ້າອົງການໄອຍາການປະຊາຊົນສູງສຸດ, ທ່ານ ຄຳສານ ສຸວົງ, ຮອງເຈົ້າແຂວງຫຼວງພະບາງ, ທ່ານ ວົງສະຫວັນ ເທບພະຈັນ ແລະ ປະທານສະຖາບັນ ຊວ່ຍເຫຼືອດ້ານກົດໝາຍ ແລະ ວິຊາການ, ທ່ານ ຣິຊາດ ຟີລິບປາທ໌. […]

Continue Reading

ກອງປະຊຸມເເຫ່ງຊາດຄັ້ງທີສາມພາຍໃຕ້ຫົວຂໍ້ ການຕ້ານອາຊະຍະກຳເເບບມີການຈັດຕັ້ງ ໂດຍສະເພາະ ແມ່ນການຄ້າມະນູດ, ການຟອກເງິນ ແລະ ການຄ້າສິ່ງເສບຕິດ

ສະຖາບັນຊ່ວຍເຫລືອທາງດ້ານກົດໝາຍ ເເລະ ວິຊາການ ໂດຍຮ່ວມມືກັບອົງການໄອຍະການປະຊາຊົນສູງສຸດໃນການຈັດກອງປະຊຸມເເຫ່ງຊາດຄັ້ງທີສາມພາຍໃຕ້ຫົວຂໍ້ ການຕ້ານອາຊະຍະກຳເເບບມີການຈັດຕັ້ງ, ເຊິ່ງຖືກຈັດຂຶ້ນໃນລະຫວ່າງວັນທີ 26-28 ກຸມພາ ທີ່ຫໍປະຊຸມເເຫ່ງຊາດ. ໂດຍມີບັນດາໄອຍະການ, ຜູ້ພິພາກສາ ເເລະ ເຈົ້າໜ້າທີ່ຕຳຫລວດຊັ້ນອາວຸດໂສຈາກທັງໝົດ 17 ເເຂວງ, ນັບທັງຊ່ຽວຊານຈາກສາກົນເຂົ້າຮ່ວມສົນທະນາເເລກປ່ຽນທາງດ້ານບັນຫາສິ່ງທ້າທາຍໃນການຕໍ້ສູ້ຕ້ານກັບອາຊະຍະກຳເເບບມີການຈັດຕັ້ງ. ປັດຈຸບັນ, ພູມິພາກອາຊີຕາເວັນອອກສຽງໃຕ້ກຳລັງພົບປະກັບບັນຫາສິ່ງທ້າທາຍຫຼາຍໆປະການເປັນຕົ້ນເເມ່ນບັນຫາຄວາມໝັ້ນຄົງ, ສິ່ງເສບຕິດທີ່ຜິດກົດໝາຍ, ຜູ້ຜະລິດຢາເສບຕິດ, ການຄ້າມະນຸດ, ການລັກລອບເອົາຄົນຕ່າງດ້າວເຂົ້າເມືອງ, ການຄ້າຂາຍສັດປ່າທີ່ຜິດກົດໝາຍ, ການປອມເເປງສິນຄ້າ, ການຟອກເງິນ ເເລະ ບັນຫາການສໍ້ລາດບັງຫຼວງ. ບັນດາສິ່່ງທີ່ກ່າວມານີ້ລ້ວນເເຕ່ມີຄວາມຕິດພັນກັບກຸ່ມອາຊະຍາກຳເເບບມີການຈັດຕັ້ງ, ເຊິ່ງສ່ວນຫຼາຍມີການດຳເນີນກິດຈະກໍາທີ່ຜິດກົດໝາຍຫຼາຍກວ່າໜຶ່ງຢ່າງຂຶ້ນໄປ. ກອງປະຊຸມເເຫ່ງຊາດຄັ້ງທີ 3 ນີ້ໄດ້ເຕົ້າໂຮມເອົາບັນດາໜ່ວຍງານລະດັບຊາດທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ບຸນຍັງ ຈັນດາລາເເສນ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດເເຫ່ງ ສປປ ລາວ, ໄດ້ກ່າວເຖິງຄວາມສຳຄັນຂອງຄວາມຊຳນານວຽກງານຂອງສາກົນໃນການຕໍ່ສູ້ຕ້ານກັບອາຊະຍະກຳຂ້າມຊາດເເບບມີການຈັດຕັ້ງ, ເຊິ່ງເປັນບັນຫາສິ່ງທ້າທາຍທີ່ສຳຄັນສຳລັບທຸກປະເທດໃນພຸມິພາກລວມທັງ ສປປ ລາວ ຕໍ່ກັບຄວາມຈະເລີນຮຸ່ງເຮືອງ ເເລະ ການພັດທະນາສ້າງສາປະເທດ. ‘’ເພື່ອຕໍ້ສູ້ກັບປາກົດການເຫຼົ່ານີ້ຢ່າງເໝາະສົມເເມ່ນໄດ້ຮຽກຮ້ອງໃຫ້ໜ່ວຍງານບັງຄັ້ງໃຊ້ກົດໝາຍທີ່ມີອໍານາດໃນການສືບສວນ-ສອບສວນ, ນັບທັງໄອຍະການ ເເລະ ຜູ້ພິພາກສາເເມ່ນຈະຕ້ອງມີທັກສະ, ມີການເເລກປ່ຽນຂໍ້ມູນຂ່າວສານ ເເລະ ປະຕິບັດຕາມມາດຕະຖານສາກົນ’’ ທ່ານ ຣິຊາດ ຟິລິພາດ […]

Continue Reading

ການຜຶກອົບຮົມໃຫ້ຜູ້ຊວ່ຍຜູ້ພິພາກສາ

ສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການ ( ILSTA) ຮ່ວມມືກັບສານປະຊາຊົນສູງສຸດ ສະໜັບສະໜູນການຜຶກອົບຮົມໃຫ້ຜູ້ຊ່ວຍຜູ້ພິພາກສາ ຈໍານວນ 90 ຄົນ ທີ່່ມາຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ໂດຍການອົບຮົມດັ່ງກ່າວຖືກຈັດຂື້ນທີ່ສະຖາບັນຄົ້ນຄ້ວາ ແລະ ຝຶກອົບຮົມຂອງສານປະຊາຊົນສູງສຸດທີ່ນະຄອນຫຼວງວຽງຈັນ. ໃຫ້ກຽດເຂົ້າຮ່ວມເປັນປະທານໃນພິທີເປີດການອົບຮົມດັ່ງກ່າວ ມີທ່ານ ຄໍາພາ ແສງດາລາ, ຮອງປະທານສານປະຊາຊົນສູງສູດ ແລະ ທ່ານ ຣີຊາດ ຟີລິບປາດ, ປະທານສະຖາບັນ ຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການ ( ILSTA) ການເເຝິກອົບຮົມ ແມ່ນສຸມໃສ່ພາກປະຕິບັດສາກົນທີ່ພົ້ນເດັ່ນ ແລະ ໜ້າທີ່ໂດຍລວມຂອງຜູ້ຊວ່ຍຜູ້ພິພາກສາ ລວມເຖິງ ພັນທະ ຄວາມຮັບຜິດຊອບໃນລະບົບກົດໝາຍທີ່ແຕກຕ່າງ (ກົດໝາຍທີ່ມີລາຍລັກອັກສອນ ແລະ ກົດໝາຍທີ່ບໍ່ມີລາຍລັກອັກສອນ) ການເຝິກອົບຮົມ ໄດ້ໃຊ້ວິທີການໃນການສົມທຽບ ໜ້າທີ່ ແລະ ພັນທະ ຂອງຜູ້ຊວ່ຍຜູ້ພິພາກສາ ຈາກຫຼາຍໆປະເທດ, ຍົກຕົວຢ່າງເຊັ່ນ, ການເນັ້ນໜັກໃຫ້ເຫັນ ຄວາມແຕກຕ່າງ ແລະ ຄ້າຍຄື […]

Continue Reading

ການຕ້ອນຮັບ ທ່ານທູດແຄນນາດາ ປະຈຳ ສປປ ລາວ ທີ່ສະຖາບັນຊວ່ຍເຫຼືອດ້ານກົດໝາຍ ແລະ ວີຊາການ

ໃນມື້ທີ່ຜ່ານມາ ສະຖາບັນຊວ່ຍເຫຼືອ ດ້ານກົດໝາຍ ແລະ ວິຊາການ ຖືເປັນກຽດໃນການຕ້ອນຮັບ ທ່ານທູດແຄນນາດາ ປະຈຳ ສປປລາວ, H.E. Madame Donica Pottie ພ້ອມດວ້ຍ ທ່ານອຸປະທູດແຄນນາດາ ປະຈຳລາວ, Mr Timothy Edwards, ທີ່ສະຖາບັນ ເພື່ອປຶກສາແລກປ່ຽນ ກ່ຽວກັບການຮ່ວມມື ຕ້ານການຟອກເງິນ ແລະ ວຽກພົວພັນໃນອານາຄົດ.

Continue Reading

ການພົບປະລະຫວ່າງ ປະທານ ສະຖາບັນ ILSTA ແລະ ຫົວໜ້າ ອົງການໄອຍະການປະຊາຊົນສູງສຸດແຫ່ງ ສ.ປ.ປ ລາວ

ໃນມື້ທີ່ຜ່ານມາ ຫົວໜ້າ ອົງການໄອຍະການປະຊາຊົນສູງສຸດແຫ່ງ ສ.ປ.ປ ລາວ, ທ່ານ ຄຳສານ ສຸວົງ ໄດ້ພົບກັບ ປະທານ ສະຖາບັນ ILSTA, ທ່ານ ລິຊາດ ຟິລິບພາດ; ເພື່ອປຶກສາຫາລື ກ່ຽວກັບ ການຮ່ວມມື ແລະ ການວາງແຜນຕໍ່ວຽກງານກິດຈະກຳ ໃນການພັດທະນາສັກກະຍະພາບ ທີ່ກຳລັງຈະເກີດຂຶ້ນໃນໄວໆນີ້.

Continue Reading

ການເປີດຊຸດບັນຍາຍເພື່ອສະເຫລີມສະຫຼອງຄົບຮອບ 70 ປີ ຂອງຖະເເຫລງການສາກົນວ່າດ້ວຍສິດທິມະນຸດ

ການສະເຫຼີມສະຫຼອງຄົບຮອບ 70 ປີ ຂອງຖະເເຫລງການສາກົນວ່າດ້ວຍສິດທິມະນຸດເເມ່ນຫົວຂໍ້ຂອງການເປີດຊຸດບັນຍາຍຄັ້ງສຸດທ້າຍປະຈຳປີ 2018, ເຊິ່ງຖືກຈັດຂຶ້ນໃນວັນທີ 26 ທັນວາ ທີ່ມະຫາວິທະຍາໄລເເຫ່ງຊາດ. ທ່ານ ນາງ ອາລິນາ ທິມຸດ, ຊ່ຽວຊານຈາກສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ເເລະ ວິຊາການ ໄດ້ນຳສະເໜີປະຫວັດການສ້າງຕັ້ງຖະເເຫລງການສາກົນວ່າດ້ວຍສິດທິມະນຸດ, ລວມທັງຜູ້ສ້າງຕັ້ງ ເເລະ ບົດບາດຂອງຖະເເຫລງການດັ່ງກ່າວໃນຖານະເປັນກະດູກສັນຫຼັງຂອງກົດໝາຍສາກົນວ່າດ້ວຍສິດທິມະນຸດ. ໃນຊ່ວງໄລຍະພົ້ນເດັ່ນຂອງການບັນຍາຍເເມ່ນຊ່ວງການສົນທະນາເເລກປ່ຽນເຊິ່ງຕິດຕາມມາດ້ວຍການສະຫຼຸບບັນດາກໍລະນີິສຶກສາ ເເລະ ການເເລກປ່ຽນທີ່ສ້າງສັນຈາກນັກສຶກສາ, ຄູອາຈານ ເເລະ ພະນັກງານລັດທີ່ເຂົ້າຮ່ວມຟັງບັນຍາຍ.

Continue Reading

ການເປີດຊຸດບັນຍາຍໃນຫົວຂໍ້ ການເງິນດິຈິຕອນ

ໃນວັນທີ 12 ເດືອນທັນວາ 2018 ທ່ານ ຈອນ ຄອນໂນລີ, ເຊິ່ງເປັນອຳນວຍການຂອງສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ເເລະ ວິຊາການ ໄດ້ເປີດການບັນຍາຍທີ່ມະຫາວິທະຍາໄລເເຫ່ງຊາດໃນຫົວຂໍ້ ການເງິນດິຈິຕອນ. ໃນງານດັ່ງກ່າວ, ໄດ້ມີການນຳສະເໜີກ່ຽວກັບສະກຸນເງິນຫຼາຍຮູບເເບບທີ່ສຳຄັນ, ລວມທັງປະຫວັດການມີຕົວຕົນ ເເລະ ບົດບາດທີ່ສະກຸນເງິນດັ່ງກ່າວໄດ້ດັດປ່ຽນລະບົບການເງິນເເຫ່ງຊາດ ເເລະ ເສດຖະກິດ. ໂດຍການເຂົ້າຮ່ວມຟັງບັນຍາຍຂອງນັກສຶກສາ, ອາຈານ ເເລະ ນັກວິຊາຊີບກົດໝາຍ ເຊິ່ງໃນຕອນທ້າຍຂອງການບັນຍາຍໄດ້ມີການສົນທະນາເເລກປ່ຽນຄວາມຄິດເຫັນໂດຍເນັ້ນໃສ່ໂຄງຮ່າງທາງດ້ານກົດໝາຍຂອງສະກຸນເງິນດິຈີຕອນຢູ່ໃນເເຕ່ລະປະເທດ.

Continue Reading