ILSTA ສະໜັບສະໜຸນ ຊຸດຝຶກອົບຮົມ ກ່ຽວກັບການບັງຄັງໃຊ້ກົດໝາຍ ໃນສະຖານທີ່ຄຸມຂັງແລະດັດສ້າງ

ອົງການໄອຍະການປະຊາຊົນສູງສຸດ ຂອງ ສປປລາວ ຂໍການສະໜັບສະໜຸນ ຈາກສະຖາບັນ ILSTA ເພື່ອຈັດຊຸດຝຶກອົບຮົມ ກ່ຽວກັບການ ບັງຄັງໃຊ້ກົດໝາຍ ໃນສະຖານທີ່ຄຸມຂັງແລະດັດສ້າງ ແຕ່ວັນທີ 9-11 ພຶດສະພາ 2017 ທີ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ຊຸດຝຶກອົບຮົມດັ່ງກ່າວແມ່ນຈັດຂຶ້ນສຳລັບ ເຈົ້າໜ້າທີ່ຕຳຫຼວດ ແລະ ພະນັກງານໄອຍະການ ທີ່ມາຈາກ 4 ແຂວງຄື: ແຂວງບໍ່ແກ້ວ, ໄຊຍະບູລີ, ຫຼວງນໍ້າທາ ແລະ ຫຼວງພະບາງ ແລະ ພະນັກງານໄອຍາການ ຈາກອົງການໄອຍະການປະຊາຊົນສູງສຸດ.

ອົງການໄອຍະການປະຊາຊົນສູງສຸດ ພວມດຳເນີນການກວດກາ ສະຖານທີ່ຄຸມຂັງແລະດັດສ້າງ ທີ່ຢູ່ໃນກອບໜ້າທີ່ຮັບຜິດຊອບຂອງຕົນ, ໂດຍເລັງເຫັນວ່າ ການຄຸ້ມຄອງສະຖານທີ່ເລົ່ານັ້ນຍ່າງມີປະສິດທິພາບ ແມ່ນມີບົດບາດສຳຄັນໃນການ ປ່ຽນແປງພຶດຕິກຳຜູ້ກະທຳຜິດ ແລະ ການປ້ອງກັນອາຊະຍາກຳ.

1FFF

Comments are closed.