ການລົນນະລົງເຜີຍແຜ່ຄວາມຮູ້ ໂດຍຮ່ວມມືກັບ ສໍານັກງານຂໍ້ມູນຕ້ານ ການຟອກເງິນ ( AMLIO )

ສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການ ໄດ້ມີການລົນນະລົງເຜີຍແຜ່ຄວາມຮູ້ ໂດຍຮ່ວມມືກັບ ສໍານັກງານຂໍ້ມູນຕ້ານ ການຟອກເງິນ ( AMLIO ) ເພື່ອເຜີຍແຜ່ກົດລະບຽບ ກ່ຽວກັບການຄອບຄອງ ແລະ ການຂົນສົ່ງເງິນຕາ.
ສໍານັກງານຕ້ານການຟອກເງິນ ໄດ້ມີການຕິດຕັ້ງປ້າຍຂໍ້ມູນ ຢູ່ຈຸດຕ່າງໆຕາມຊາຍແດນຂອງລາວ ໂດຍຕ້ອງມີການແຈ້ງເຕືອນຕໍ່ເຈົ້າ ໜ້າທີ່ກໍລະນີ ມີຂົນສົ່ງເງິນສົດຈໍານວນ 12.000 ໂດລາ ສະຫະລັດ ຫຼື ຫຼາຍກວ່າ ຫຼື ທຽບເທົ່າກັນໃນເງິນຕາສະກຸນອື່ນ.
ປ້າຍຂໍ້ມູນແຈ້ງເຕືອນໄດ້ຖືກຕິດຕັ້ງຢູ່ ບໍ່ເຕັນ, ແຂວງຫຼວງນໍ້າທາ; ຂົວມິດຕະພາບແຂວງບໍ່ແກ້ວ; ຂົວມິດຕະພາບ ແຂວງຄໍາມ່ວນ; ເດີນບິນ ແຂວງຫຼວງພະບາງ, ບ້ານ ນໍ້າຊອຍ, ຫົວພັນ; ປາກຊັນ ແຂວງບໍລິຄໍາໄຊ; ບ້ານ ວາງເຕົາ, ປາກເຊ ແຂວງຈໍາປາສັກ.

 

Comments are closed.